
ພິທີມອບໝາຍໜ້າທີ່ໃຫ້ຄະນະກົມ 2 ສະຫາຍ
  

     ໃນກາງເດືອນມິຖຸນາ 2020 ນີ້ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດພິທີມອບໝາຍໜ້າທີ່ໃຫ້ຄະນະກົມ 2 ສະຫາຍ ໂດຍພາຍໃຕ້ການເປັນປະທານ
    ຂອງ ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າ ກົມ ວສ-ປສ ການທະຫານ, ມີຄະນະໜ່ວຍພັກ, ພະແນກ ແລະ ຄະນະອົງການຈັດ
  ຕັ້ງມະຫາຊົນເຂົ້າຮ່ວມ.
     ໂດຍປະຕິບັດຕາມມະຕິຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍຊັບຊ້ອນ ພະນັກງານປະຕິບັດຕາມການແນະນຳຂອງ ກົມໃຫຍ່ການເມືອງກອງທັບ
    ວ່າດ້ວຍການແຕ່ງຕັ້ງມອບໝາຍໜ້າທີ່ ແລະ ແບ່ງຄວາມຮັບຜິດຊອບໃນໜ້າວຽກຕົວຈິງອີງຕາມການສະເໜີຂອງກົມ ວສ-ປສ ການທະຫານ ວ່າດ້ວຍການແຕ່ງຕັ້ງຄວາມ
  ຮັບຜິດຊອບຂອງຄະນະກົມ, ກົມພະນັກງານກົມໃຫຍ່ການເມືອງກອງທັບ ເຫັນດີໃຫ້ ສະຫາຍ ພົນຈັດຕະວາ ຄຳໝັ້ນ ພັນນະວົງ ຊີ້ນຳວຽກງານຂໍ້ມູນ-ຂ່າວສານ, ສະຫາຍ
  ພັນເອກ ບຸນຍົງ ໜໍ່ແກ້ວ ຮັບຜິດຊອບວຽກງານບໍລິຫານກົມ ໃນພິທີຍັງໄດ້ຮັບຟັງການລຸລ່ວງພະນັກງານກະກຽມເຂົ້າຮັບເບ້ຍບຳນານຕື່ມອີກ.