ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານພະລາທິການກອງທັບ ປິດສົກຮຽນປີ 2017-2018

     ພິທີປິດສົກຮຽນປີ 2017-2018, ຢູ່ວິທະຍາຄານພະລາທິການກອງທັບ (ວພກ) ຈັດຂຶ້ນດ້ວຍບັນຍາກາດຟົດຟື້ນທີ່ສະໂມສອນໃຫຍ່ ວພກ, ໂດຍ
ພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຕົວ
ແທນຈາກບັນດາກົມໃຫຍ່, ກອງພົນ, ວິທະຍາຄານ, ມະຫາວິທະຍາໄລແຫ່ງຊາດ, ຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ, ນັກສຶກສາ ແລະ ແຂກຖືກ
ເຊີນເຂົ້າຮ່ວມ.


ພົນຕີ ແອສະໄໝ ເລືອງວັນໄຊ ເປັນປະທານພິທີປິດສົກຮຽນປີ 2017-2018 ຢູ່ວິທະຍາຄານພະລາທິການກອງທັບ

     ຜູ້ຮັບຜິດຊອບວຽກອົບຮົມ ວພກ ໃຫ້ຮູ້ວ່າ: ບັ້ນປິດສົກຮຽນປີ 2017-2018 ນີ້ ຈັດຂຶ້ນໃນຈຸດເວລາທີ່ທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນລາວ
ທັງຊາດພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ເປັນ
ຕົ້ນແມ່ນສຸມໃສ່ 4 ໜ້າທີ່ໃຫຍ່ 26 ແຜນງານ, ທັງຫ້າງຫາກະກຽມຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ຈະມາເຖິງ.

     ການອົບຮົມກໍ່ສ້າງຢູ່ວິທະຍາຄານພະລາທິການກອງທັບມີ 3 ລະບົບຄື: ກໍ່ສ້າງຍາວນານ, ກໍ່ສ້າງເລັ່ງລັດ 1 ປີ ແລະ ບຳລຸງລະບົບ 5 ເດືອນ.

     ນັກສຶກສາທີ່ມາກໍ່ສ້າງ ແລະ ບຳລຸງຢູ່ວິທະຍາຄານພະລາທິການກອງທັບທຸກຄົນແມ່ນໄດ້ຮັບການຄັດເລືອກມາຈາກກົມກອງກຳລັງຫຼວງ ແລະ ກຳລັງ
ທ້ອງຖິ່ນຈຳນວນ 272 ຄົນ ໃນນັ້ນນັກສຶກສາຊຸດບຳລຸງ 5 ເດືອນຈາກກຳລັງ ປກສ ມີ 50 ຄົນ.

     ການປິດສົກຮຽນປີນີ້ມີຫຼາຍກິດຈະກຳເປັນຕົ້ນແມ່ນມອບໃບຍ້ອງຍໍຂອງວິທະຍາຄານໃຫ້ແກ່ນັກສຶກສາຜູ້ທີ່ດີເດັ່ນ, ມີຜົນງານການຮຽນດີ, ການປ້ອງ
ກັນບົດດີຈຳນວນໜຶ່ງ ກ່ອນການມອບ-ຮັບປະກາສະນີຍະບັດຜູ້ທີ່ຮຽນຈົບຢ່າງເປັນທາງການ ແລະ ຮັບຟັງຄຳເຫັນໂອ້ລົມຈາກທ່ານຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ, ເຊິ່ງບາງຕອນທ່ານກ່າວເນັ້ນວ່າ: ນັກສຶກສາທີ່ຜ່ານການບຳລຸງກໍ່ສ້າງຢູ່ວິທະຍາຄານແຫ່ງນີ້ລ້ວນແລ້ວແຕ່ເປັນ ນາຍທະຫານພະລາທິການ
ໜຸ່ມແໜ້ນຂອງກອງທັບ, ການສຶກສາຮໍ່າຮຽນແມ່ນການເຝິກຝົນຫຼໍ່ຫຼອມທັດສະນະຄຸນສົມບັດສິນທຳປະຕິວັດຂູ່ຂະໜານກັບການຮຽນຮູ້ທາງດ້ານວິຊາການ
ໄປພ້ອມໆກັນ, ເພາະສະນັ້ນພາຍຫຼັງ ສີ້ນສຸດການສຶກສາແລ້ວຈຶ່ງຕ້ອງເອົາໃຈໃສ່ນຳເອົາບົດຮຽນອັນດີທີ່ໄດ້ຮຽນມາໄປຜັນຂະຫຍາຍຢ່າງຕັ້ງໜ້າເຂົ້າໃນການ
ປັບປຸງພັດທະນາວຽກງານວິຊາສະເພາະໃນກົມກອງໃຫ້ກ້າວໜ້າຍິ່ງໆຂຶ້ນ.

     ພ້ອມດຽວກັນ ທ່ານຍັງໄດ້ຍ້ອງຍໍຊົມເຊີຍຄະນະພັກ-ຄະນະອຳນວຍການ, ຄູອາຈານ ແລະ ນັກສຶກສາ ທຸກຖ້ວນໜ້າທີ່ຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ເຮັດ
ສຳເລັດໜ້າທີ່ການເມືອງຂອງຕົນຕະຫຼອດມາ.