ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສູນວິໄຈໝື້ສົ່ງ-ທາດລະເບີດຈັດຕັ້ງປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

     ໃນວັນທີ 1 ມິຖຸນາ 2021 ນີ້, ສູນວິໄຈໝື້ສົ່ງ-ທາດລະເບີດ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ ແຫ່ງຊາດ ຢູ່ທີ່ກົມກອງຂອງຕົນ,
ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຄອນສະຫວັນ ມີ່ງຈຳປາບານ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່
ເຕັກນິກກອງທັບ, ມີສະຫາຍ ພັນເອກ ຄຳຟັ່ງ ອີນທິລາດ ຮອງຫົວໜ້າກົມຄຸ້ມຄອງອາວຸດ-ກະສຸນ ກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາ
ສູນວິໄຈໝື້ສົ່ງ-ທາດລະເບີດ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຄອນສະຫວັນ ມີ່ງຈຳປາບານ ໄດ້ກ່າວໃນພິທີປູກ ຕົ້ນໄມ້ໃນຄັ້ງນີ້ວ່າ: ໃນທຸກໆປີ ຂອງວັນທີ 1 ມິຖຸນາ ເຊິ່ງເປັນ ວັນປູກຕົ້ນ
ໄມ້ແຫ່ງຊາດ ເພື່ອເປັນ ການຄຸ້ມຄອງປົກ ປັກຮັກສາປ່າໄມ້ໃຫ້ມີຄວາມອຸດົມສົມບູນຕາມທິດສີຂຽວແລະຢືນຍົງ,ທັງເປັນການ ປູກຕົ້ນໄມ້ໃຫ້ເປັນປ່າສີຂຽວ
ຮົ່ມເຢັນງາມຕາ, ເປັນບ່ອນອາໄສແກ່ສິ່ງທີ່ມີຊີວິດ.ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ລ້ວນແລ້ວແຕ່ແມ່ນຕົ້ນໄມ້ກິນ ໝາກລວມ ທັງໝົດມີ 25 ເບ້ຍ.

     ໃນນັ້ນ, ມີເບ້ຍໝາກມ່ວງ,ເບ້ຍໝາກເງາະ, ເບ້ຍໝາກລຳໄຍ, ເບ້ຍໝາກໝີ້ ແລະ ເບ້ຍໝາກຂາມ. ນອກນັ້ນຍັງໄດ້ປູກໜໍ່ໄມ້ກິມຊຸງຕື່ມອີກ ຈຳນວນ:
10 ສຸມ. ເຊິ່ງພາຍຫຼັງທີ່ປູກສໍາເລັດແມ່ນໄດ້ມອບໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງເປັນຜູ້ບົວລະບັດຮັກສາຕົ້ນໄມ້ດັ່ງກ່າວໃຫ້ເຕີບໂຕແລະຮົ່ມເຢັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/06/2021