ປາຖະກະຖາວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 112 ປີ
ສະຫາຍ ພັນເອກ ນາງ ຄຳມີ ບົດນາລີ ຮອງຫົວໜ້າສະຫະພັນແມ່ຍິງ ກອງທັບ ເປັນປະທານ
ວັນທີ 2 ມີນາ 2022 ນີ້ ຢູ່ທີ່ສະໂມສອນກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ
112 ປີ ( 8/3/1910-8/3/2022 ) ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພັນເອກ ນາງ ຄຳມີ ບົດນາລີ ຮອງຫົວໜ້າສະຫະພັນແມ່ຍິງ ກອງທັບ
ມີຄະນະພັກ-ຄະນະບັນຊາ, ພະແນກການ, ຫົວໜ້າຂະແໜງສະຫະພັນແມ່ຍິງ ແລະ ສະມາຊິກແມ່ຍິງ ພາຍໃນກົມ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ນາງ ຄຳມີ ບົດນາລີ ຮອງຫົວໜ້າສະຫະພັນແມ່ຍິງກອງທັບ ໄດ້ຂຶ້ນ ເລົ່າຄືນມູນເຊື້ອວັນສ້າງຕັ້ງແມ່ຍິງສາກົນຄົບຮອບ 112
ປີ ( 8/3/1910-8/3/2022 ) ເຊິ່ງເນື້ອໃນໄດ້ເວົ້າຄືນຜົນງານ ແລະ ຄຸນງາມຄວາມດີ ທີ່ແມ່ຍິງທົ່ວໂລກ ໄດ້ພ້ອມກັນລຸກຮື້ຂຶ້ນ ຕໍ່ສູ້ ຍາດເອົາໄຊຊະນະໃນ
ເມື່ອກ່ອນ ເປັນຕົ້ນແມ່ນແມ່ຍິງເມື່ອກ່ອນ ໄດ້ເປັນທາດຮັບໃຊ້ ອອກແຮງງານ ມື້ໜື່ງຫຼາຍກວ່າ 8 ຊົ່ວໂມງ ເຊິ່ງຢູ່ຕາມໂຮງຈັກໂຮງງານ ແລະ ສະຖານທີ່
ຕ່າງໆບໍ່ມີສິດປະກອບສ່ວນ ຄໍາຄິດຄໍາເຫັນ ແລະ ບໍ່ມີສິດໄດ້ເຮັດວຽກດີ ບໍ່ມີນະໂຍບາຍໃດໆ. ຈາກເຫດການດັ່ງກ່າວ, ແມ່ຍິງຢູ່ຫຼາຍປະເທດໃນທົ່ວໂລກ
ໄດ້ພ້ອມກັນຢຸດວຽກ ແລະ ເດີນຂະບວນປະທ້ວງ ແລະ ຍື່ນຂໍ້ສະເໜີ ໃຫ້ມີການປັບປຸງຄືນກ່ຽວກັບສິດ ແລະ ການຄຸ້ມຄອງແມ່ຍິງ ໃຫ້ດີຂຶ້ນກາຍເປັນມູນ
ເຊື້ອວັນແມ່ຍິງສາກົນ ຕະຫຼອດມາ.
ໂອກາດນີ້, ສະຫາຍປະທານກອງປະຊຸມ ໄດ້ເນັ້ນໜັກ ໃຫ້ພະນັກງານ ສະມາຊິກແມ່ຍິງ ຂອງພວກເຮົາຈົ່ງຮັບຮູ້ປະຫວັດຄວາມເປັນມາ ຂອງແມ່ຍິງສາ
ກົນ ແລະ ຍັງໄດ້ເນັ້ນໜັກ ໃຫ້ສະມາຊິກແມ່ຍິງ ຈົ່ງພ້ອມກັນຮັກສາມູນເຊື້ອອັນດີງາມ ທີ່ຜ່ານມາ ພ້ອມກັນສືບຕໍ່ ປະຕິບັດຂໍ້ກຳນົດ ກົດລະບຽບ ເຮັດສຳ
ເລັດ ໜ້າທີ່, ຜັນຂະຫຍາຍ ໃຫ້ໄດ້ຮັບໝາກຜົນ ເພື່ອໝູນໃຊ້ ເຂົ້າໃນວຽກງານວິຊາສະເພາະ ແລະ ພ້ອມກັນພັດທະນາກົມກອງ ຂອງຕົນເອງໃຫ້ປະກົດຜົນ
ເປັນຈິງ ຕາມທີ່ຂັ້ນເທິງໄດ້ມອບໝາຍໃຫ້ ຢ່າງຈົບງາມ.
ແຫຼ່ງທີ່ມາ: ວົງວິໄລ ບຸນລືໄຕ
ວັນທີ 02/03/2022