ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ລົງຊຸກຍູ້ວຽກງານສຶກສາ ປກຊ-ປກສ ຢູ່ ທະຫານແຂວງບໍ່ແກ້ວ
ວັນທີ 28 ມັງກອນ 2022 ນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຮອງປະທານຄະນະກຳມະການສຶກ
ສາອົບຮົມ ວຽກງານ ປກຊ-ປກສ ສູນກາງ, ລົງຊຸກຍູ້ວຽກງານສຶກສາ ປກຊ-ປກສ ຢູ່ກອງບັນຊາການທະຫານ ແຂວງບໍ່ແກ້ວ, ມີ ສະຫາຍ ຄຳຜະຫຍາ ພົມ
ປັນຍາຮອງເຈົ້າແຂວງບໍ່ແກ້ວ, ປະທານຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງ, ມີຄະນະປະທານສຶກສາອົບຮົມວຽກງານ ປກຊ-ປກສ
ຂັ້ນສູນກາງ, ຂັ້ນແຂວງ, ຄະນະພັກ-ຄະນະບັນຊາ 2 ກອງບັນຊາການທະຫານ-ຕຳຫຼວດຕະຫຼອດພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ພອນວິລັດ ແສງດາລາ ຫົວໜ້າພະແນກບຳລຸງວິຊາສະເພາະກົມກໍ່ສ້າງກຳລັງ ກະຊວງປ້ອງກັນຄວາມຫງົບໄດ້ຜ່ານມະຕິຕົກລົງຂອງ
ນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການສຶກສາອົບຮົມວຽກງານ ປກຊ- ປກສ ຂັ້ນສູນກາງ, ອີງຕາມມະຕິຕົກລົງຂອງກົມການເມືອງສູນ
ກາງພັກ ວ່າດ້ວຍ ການສຶກສາອົບຮົມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນສະພາບການໃໝ່, ແຕ່ງຕັ້ງ ສະຫາຍ ຄຳຜະຫຍາ ຮອງເຈົ້າແຂວງ
ເປັນປະທານ, ສະຫາຍ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ເປັນຮອງ, ສະຫາຍ ພັນເອກ ອິນສົມ ທຳລາສິນ
ຫົວໜ້າກອງບັນຊາການ ປກສ ແຂວງ ເປັນຮອງ, ສະຫາຍ ວັນດີ ທຳມະວົງ ຫົວໜ້າ ພະແນກສຶກສາທິການ-ກີລາ ແຂວງເປັນຮອງ, ສະຫາຍ ບຸນທອງ ແສງ
ສີກອງ ຫົວໜ້າຫ້ອງວ່າການແຂວງ ເປັນຄະນະ, ສະຫາຍ ນາງ ບຸນຍົກ ແສງສະຫວ່າງ ປະທານສະຫະພັນແມ່ຍິງແຂວງ ເປັນຄະນະ, ສະຫາຍ ສົມຄິດ ວົງປັນ
ຍາ ຫົວໜ້າພະແນກຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເປັນຄະນະ, ສະຫາຍ ສົມຫວັງ ລໍວັນໄຊ ຫົວໜ້າພະແນກການເງິນແຂວງ ເປັນຄະ
ນະ, ສະຫາຍ ພັນໂທ ຄຳສອນ ໄຊຍະວົງ ຫົວໜ້າ ຫ້ອງການເມືອງທະຫານແຂວງ ເປັນຄະນະ, ສະຫາຍ ແກ້ວລາ ນໍລະສິງ ຮອງຫົວໜ້າ ຈັດຕັ້ງແຂວງ ເປັນ
ຄະນະ, ສະຫາຍ ຄຳດີ ສີປະເສີດ ຮອງປະທານແນວລາວສ້າງຊາດ ເປັນຄະນະ ແລະ ພະແນກການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງ ເປັນກອງ
ເລຂານຸການໃຫ້ຄະນະ.
ພ້ອມດຽວກັນນີ້ ສະຫາຍ ພັນເອກ ທອງໄຂ ສີຍາລາດ ຫົວໜ້າ ການທະຫານກອງ ບັນຊາການທະຫານແຂວງບໍ່ແກ້ວ ກໍໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບ
ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານສຶກສາອົບຮົມວຽກງານ ປກຊ-ປກສ ຢູ່ ແຂວງບໍ່ແກ້ວ ໃນ 1 ປີ ຜ່ານມາເຫັນວ່າຄະນະສຶກສາອົບຮົມວຽກ ປກຊ-
ປກສ ແຂວງ, ເມືອງ, 2 ກອງບັນຊາການທະຫານ-ຕໍາຫຼວດ ແມ່ນໄດ້ພ້ອມກັນເຄື່ອນໄຫວຕາມສິດ, ໜ້າທີ່, ພາລະບົດບາດຂອງຕົນ, ແບ່ງຄວາມຮັບຜິດ
ຊອບ ໃຫ້ແຕ່ລະຂະແໜງການ, ແຕ່ລະພາກສ່ວນຢ່າງຈະແຈ້ງໃນການຈັດຕັ້ງສຶກສາອົບຮົມວິຊາ ປກຊ-ປກສ ໃຫ້ບັນດາໂຮງຮຽນທັງພາກລັດ ແລະ ເອກະຊົນ
ຄື: ເປີດອົບຮົມ-ຫັດແອບວຽກງານ ປກຊ-ປກສ ໃຫ້ພະນັກງານການນຳຂັ້ນ ແຂວງ-ເມືອງ ຈຳນວນ 1 ຊຸດ ມີຈຳນວນພົນທັງໝົດ 36 ສະຫາຍ, ຍິງ 8 ສະ
ຫາຍ ສະເລ່ຍຜົນ ໄດ້ຮັບ 93,8%, ເປີດອົບຮົມ-ຫັດ ແອບວຽກງານ ປກຊ-ປກສ ໃຫ້ໂຮງຮຽນເຕັກນິກວິຊາຊີບແຂວງ ຈຳນວນ 1 ຊຸດ ມີນັກຮຽນເຂົ້າ
ຮ່ວມ 391 ສະຫາຍ, ຍິງ 186 ສະຫາຍ ສະເລ່ຍຜົນໄດ້ຮັບ 71% ແລະ ເປີດອົບຮົມ-ຫັດແອບ ວຽກງານສຶກສາວິຊາພື້ນຖານປ້ອງກັນຕົວໃຫ້ນ້ອງນັກຮຽນ
ມັດທະຍົມຕອນປາຍ 4 ໂຮງຮຽນ, ມີ ນັກຮຽນເຂົ້າຮ່ວມ 796 ສະຫາຍ, ຍິງ 186 ສະຫາຍ ສະເລ່ຍຜົນໄດ້ຮັບ 68%.
ຈາກນັ້ນຜູ້ຕາງໜ້າແຕ່ລະພາກສ່ວນ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄໍາເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສຶກສາ ປກຊ-ປກສ ໃນຕໍ່ໜ້າ
ໃຫ້ມີຜົນສໍາເລັດ.
ໃນຕອນທ້າຍ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຍັງໄດ້ເນັ້ນໜັກໃຫ້ເພີມທະວີສຶກສາອົບຮົມວຽກງານ ປກຊ-ປກສ ໃຫ້ກວ້າງຂວາງ, ເລິກເຊິ່ງ
ແລະ ເຂົ້າເຖິງບັນດາກຸ່ມເປົ້າໝາຍ ພ້ອມຈັດຕັ້ງຜັນຂະຫຍາຍໜ້າທີ່ໃຫ້ແຕ່ລະພາກສ່ວນຢ່າງລະອຽດ, ພ້ອມກັນຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດ, ຄະນະກຳ
ມະການວຽກງານສຶກສາ ປກຊ-ປກສ ຈົ່ງເປັນໃຈກາງສ້າງແຜນການຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ຊັດ
ເຈນ, ຈະແຈ້ງ, ລົງຊຸກຍູ້ຄະນະກຳມະການຂັ້ນຕ່າງໆ, ຕິດຕາມ, ກວດກາການ ຮຽນ-ການສິດສອນ ຂອງໂຄງການຫຼັກສູດ ຢູ່ແຕ່ລະໂຮງຮຽນ, ແຕ່ລະຂັ້ນໃຫ້
ໄດ້ຕາມລະດັບຄາດໝາຍ, ເປັນເຈົ້າການ ສະຫຼຸບຕີລາຄາປະເມີນຜົນການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຮັບຊາບ, ເອົາໃຈໃສ່ປະຕິບັດຕາມສິດໜ້າທີ່ຂອງຕົນ
ໃຫ້ຖືກຕ້ອງສອດຄອງກັບສະພາບຕົວຈິງ, ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍໃຫ້ໄດ້ຮັບຜົນສູງສຸດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/02/2022