ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງເຂົ້າເຂດອານຸສອນສະຖານກອງໄຊຈັກກະພັດ.


     ວັນທີ 29 ມັງກອນ 2022 ນີ້ ສະຫາຍ ປອ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍ
ຄະນະ ຈາກ ກົມ ວສ-ປສ ການທະຫານ, ກົມໃຫ່ຍເສນາ, ກົມໃຫ່ຍພາລາ, ກອງບັນຊາການທະຫານແຂວງຈຳປາສັກ, ບໍລິສັດດວງຈັນຮຸ້ງເຮືອງຈຳກັດ ຜູ້
ດຽວ ແລະ ວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

     ຈຸດປະສົງເພື່ອລົງພື້ນທີ່ ຈຸດ ບ້ານຝັ່ງແດງ ເມືອງໂພນທອງ ແຂວງຈຳປາສັກ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ເຈົ້າເມືອງ ​ແລະ ນາຍບ້ານ ຝັ່ງແດງ
ໂຄງການກໍ່ສ້າງບຸກເບີກເສັ້ນທາງ ເຂົ້າເຂດອານຸສອນສະຖານ ກອງໄຊຈັກກະພັດ ແມ່ນເປັນໂຄງການປະຫວັດສາດ ຂອງກອງທັບ ພາຍໃຕ້ ທິດຊີ້ນຳ ແລະ
ງົບປະມານຂອງລັດຖະບານ ໄດ້ມອບໃຫ້ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເປັນເຈົ້າຂອງໂຄງການ ແລະ ບັນດາ ກົມກໍ່ສ້າງ, ກົມ​ວິຊາ​ການ
ສ້າງແສງເປັນອານຸກຳມະການ ແລະ ມອບ ໃຫ້ບໍລິສັດດວງຈັນຮຸ່ງເຮືອງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງຕາມສັນຍາ ແລະ ໃບສັ່ງວຽກຕົວຈິງ ໃນສັນຍາທີ້ໜື່ງ
ແມ່ນກໍ່ສ້າງບຸກເບີກເສັ້ນທາງ ໃນໄລຍະທາງ 9 ກິໂລແມັດ ແລະ ຈະສ້ອມແປງເສັ້ນທາງທີ່ມີແລ້ວ 8 ກິໂລແມັດ ລວມໄລຍະທາງທັງໝົດ 17 ກິໂລແມັດ
ຄວາມກ້ວາງຂອງເສັ້ນທາງ 6 ແມັດ ຕາມຮູບແບບກຳນົດຢຽບຫີນອັດແໜ້ນມາດຕະຖານ ໃນມູນຄ່າລວມເສັ້ນທາງ ທັງໝົດ 29 ຕື້ກ່ວາກີບ ໂດຍແມ່ນບໍ
ລິສັດລົງທືນກ່ອນ ໂດຍນຳໃຊ້ງົບປະມານ ຂອງລັດ ຕາມສັນຍາ ຂອງການເບີກຈ່າຍ ພາຍຫຼັງລົງຕິດຕາມເບິ່ງຕົວຈິງແລ້ວ ຄະນະໄດ້ຈັດກອງປະຊຸມ ເພື່ອປຶກ
ສາຫາລືເອກະພາບກັນຢູ່ທີ່ສະໂມສອນ ເມືອງໂພນທອງ ເພື່ອປະເມີນຜົນໄດ້ຮັບຂອງໜ້າວຽກຕົວຈິງ ເຫັນວ່າ ການ​ບຸກ​ເບີກ​ເສັ້ນທາງ​ມີ​ຄວາມ​ຄືບໜ້າ.

     ໃນໂອກາດນີ້ ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຍັງໄດ້ເນັ້ນໜັກຕື່ມ ບາງບັນຫາເປັນຕົ້ນ ໃຫ້ ກົມ ວິທະຍາສາດ-ປະຫວັດສາດ ການ
ທະຫານ ໃນນາມເຈົ້າຂອງໂຄງການ ແລະ ກົມສ້າງແສງ, ກົມກໍ່ສ້າງ, ກົມວິຊາການ ແລະ ອານຸກຳມະການ ຈາກແຂວງ ແລະ ເມືອງ ບໍ່ລິສັດຜູ້ຮັບເໝົາກໍ່ສ້າງ
ຕ້ອງເປັນເຈົ້າການຕື່ມ ໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂເສດຖະກິດ ແຫ່ງຊາດ ເຂົ້າໃນໜ້າວຽກຕົວຈິງ ເພາະການຄຸ້ມຄອງລາຍຈ່າຍ ຖື
ເປັນບັນຫາສຳຄັນ ​ໃຫ້​ແກ່ງົບປະມານຂອງລັດ ຢ້າກເຮັດໄດ້ແນວນັ້ນອານຸກຳມະການທຸກພາກສ່ວນ ຕ້ອງເປັນເຈົ້າການ ເຮັດວຽກຕາມໜ້າທີ, ມີຈັນຍາ
ບັນ, ຈັນຍາທຳ ເພື່ອຮັບໃຊ້ໜ້າທີ່ລວມຂອງຊາດ, ຕ້ອງເຮັດວຽກເປັນໝູ່ຄະນະ ແບ່ງວຽກ ໃຫ້ລະອຽດຮັບປະກັນດ້ານເນື້ອໃນ ເພື່ອຮັກສາໄດ້ມູນເຊື້ອ ແລະ
ຮູບແບບດັ່ງເດີມ ກ່ຽວກັບຄວາມເປັນມາ ຂອງ ກອງໄຊຈັກກະພັດ ຢ່າງແທ້ຈິງ, ສ້າງສາ​ເອກະລັກ ແລະ ມີຜົນປະໂຫຍດຕໍ່ປະຊາຊົນ ແລະ ປະເທດຊາດ ສ້າງ
ໃຫ້ເປັນແຫຼ່ງທ່ອງທ່ຽວ ຕິດພັນກັບປະຫວັດສາດ ຮຽນຮູ້ປະຫວັດສາດ ແບບມີຊີວິດຊີວາ ຖ້າຈະມີການດັດປັບ ຫຼື ປັບປຸງໜ້າວຽກໃດໜື່ງ ກໍ່ຕ້ອງເປັນເອກະ
ພາບກັນໃນໝູ່ຄະນະ ໂດຍໃຫ້ວຽກທີ່ເຮັດ ກັບງົບປະມານເໝາະສົມກັນ ບໍ່ຖີ້ມຄວາມຮັບຜິດຊອບໃຫ້ກັນ ຖືເອົາໂຄງການນີ້ຖອດຖອນບົດຮຽນຈາກໂຄງ
ການທີ່ປະສົບຄວາມສຳເລັດ ແລະ ບັນຫາທີ່ຄ້າງຄາຜ່ານມາ ຫັນມາປັບປຸງແກ້ໄຂໃຫ້ກາຍເປັນໂຄງການແບບຢ່າງອັນໃໝ່ ໃນກອງທັບຫຼີກລຽງຫາງສຽງຈົ່ມ
ວ່າຈາກຜູ້ມາທ່ຽວມາຊົມ ແລະ ພໍ່ແມ່ປະຊາຊົນແບບ, ສ້າງຄວາມເຊື່ອໝັ້ນຕໍ່ການນຳພາຂອງ ພັກ-ລັດ ຕໍ່ປວງຊົນລາວບັນດາເຜົ່າຢ່າງແທ້ຈິງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/02/2022