
ກອງປະຊຸມປັບປຸງແບບແຜນວິທີເຮັດວຽກຂອງວຽກງານ
  ການທະຫານທ້ອງຖິ່ນ  6 ແຂວງພາກເໜືອ

  
     ກອງບັນຊາການທະຫານ ແຂວງຫຼວງນໍ້າທາໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ປັບປຸງແບບແຜນວິທີເຮັດວຽກຂອງວຽກງານການທະຫານທ້ອງ
    ຖິ່ນ 6 ແຂວງພາກເໜືອ ຂຶ້ນໃນລະຫວ່າງ ວັນທີ  29-30 ກັນຍາ 2020 ນີ້ ເຊິ່ງໄດ້ດໍາເນີນມາເປັນເວລາ 2 ວັນ, ໂດຍເປັນປະທານຮ່ວມຂອງ ສະຫາຍ  ຄໍາ
    ໄຫຼ ສີປະເສີດ ເລຂາພັກແຂວງ  ເຈົ້າ ແຂວງໆ ຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຕີ  ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າ ກົມໃຫຍ່ເສນາທິ
    ການກອງທັບ, ສະຫາຍ ພົນຈັດຕະວາ ຄໍາແດງ ແພງວິໄລ ຮອງຫົວໜ້າ  ກົມໃຫຍ່ພະລາທິການກອງທັບ,  ມີຄະນະນໍາມາຈາກກະຊວງ, ເຈົ້າເມືອງໆຫຼວງນໍ້າ
    ທາ, ຄະນະພັກ-ຄະນະບັນຊາກົມກອງທະຫານທ້ອງຖິ່ນ 6 ແຂວງ  ພາກເໜືອ  ຄື:  ກອງບັນຊາການທະຫານ ແຂວງ ຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ, ໄຊຍະ
    ບູລີ, ລັດວິສາຫະກີດໄຟຟ້າລາວ ປະຈໍາພາກເໜືອ,  ລັດວິສາຫະກິດ ພັດທະນາ ກະສິກໍາ-ອຸດສາຫະກໍາ,  ໂຮງງານຊີມັງ ແຂວງ ບໍ່ແກ້ວ ແລະ  ກອງບັນຊາການ
    ທະຫານແຂວງ ຫຼວງນໍ້າທາ ແລະ 5 ກອງບັນຊາການທະຫານເມືອງເຂົ້າຮ່ວມ.
     ກອງປະຊຸມ ສະຫາຍ ພົນຈັດ ຕະວາ ຄໍາສະເຫວີຍ ສີນທະນຸໄຊ ຫົວໜ້າ ກົມການທະຫານທ້ອງຖີ່ນ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານບົດ
    ລາຍງານການເຄື່ອນໄຫວທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານການທະຫານທ້ອງຖິ່ນຜ່ານມາ ພ້ອມທັງຍົກໃຫ້ເຫັນສະພາບການລວມ, ສະພາບປາ
    ກົດການຫຍໍ້ທໍ້ ດ້ານຕ່າງໆ, ສະພາບປະຊາຊົນ, ສະພາບບັນດາກົມກອງທ້ອງຖິ່ນເຊິ່ງຕິດພັນກັບການຄົ້ນຄວ້າ ແລະ ວິທີປັບປຸງແບບແຜນວິທີເຮັດວຽກຂອງ
    ພະນັກງານອົງການຈັດຕັ້ງພັກ-ລັດ ແລະ ການນໍາແຕ່ລະຂັ້ນ, ເຊິ່ງໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານການທະຫານທ້ອງຖິ່ນ ໃຫ້ຖືກຕ້ອງກັບ
    ການກໍ່ສ້າງທ່າສະໜາມ 3 ຂັ້ນ, ກໍຄືມະຕິ 3 ສ້າງຂອງພັກ ໃນໄລຍະຜ່ານມາ, ກອງປະຊຸມໄດ້ຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນຂອງບັນດາກອງບັນຊາການ
    ທະຫານແຂວງ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປໝູນ
    ໃຊ້ເຂົ້າໃນການນໍາພາ-ບັນຊາ ຂັ້ນຂອງຕົນໃຫ້ສອດຄ່ອງກັບແບບແຜນວິທີເຮັດວຽກທີ່ກອງບັນຊາການທະຫານທ້ອງຖິ່ນໄດ້ກໍານົດໄວ້, ຮັບປະກັນເຮັດ ໃຫ້
    ການອົບຮົມ ແລະ ສ້າງບັນດາເປົ້າໜາຍໃຫ້ໄດ້ຕາມເງື່ອນໄຂ ແລະ ມີຄຸນນະພາບສູງ.
     ຕອນທ້າຍກອງປະຊຸມບັນດາ ສະຫາຍແຂກ, ຜູ້ແທນກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄໍາໄຫຼ ສີປະເສີດ ເຊິ່ງ  ສະຫາຍ ກໍໄດ້ສະແດງຄວາມ
  ຍ້ອງຍໍຊົມເຊີຍ ຕໍ່ກໍາລັງປະກອບອາວຸດທ້ອງຖິ່ນ 6 ແຂວງພາກເໜືອ ທີ່ໄດ້ເປັນເຈົ້າການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນ
  ສະພາບການ ຂອງໂລກ, ພາກພື້ນ ແລະ ສາກົນທີ່ມີການຜັນແປໄປດ້ວຍຫຼາຍຮູບການ, ກອງປະຊຸມວຽກງານການທະຫານທ້ອງຖີ່ນໃນຄັ້ງນີ້ ແມ່ນມີຄວາມ
  ໝາຍສໍາຄັນຢ່າງຍິ່ງ ຂໍຮຽກຮ້ອງມາຍັງການນໍາ ກົມກອງທ້ອງຖິ່ນ ຈົ່ງພ້ອມກັນ ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມ
  ສະຫງົບທົ່ວປວງຊົນຮອບດ້ານ, ຕີຖອຍທຸກປາກົດການຫຍໍ້ທໍ້ດ້ານຕ່າງໆ ທີ່ຈະເກີດຂຶ້ນກັບປະຊາຊົນ ແລະ ພະນັກງານ-ນັກຮົບບັນດາກົມກອງທ້ອງຖິ່ນເຊິ່ງ
  ຕິດພັນກັບ ການຄົ້ນຄ້ວາ ແລະ ປັບປຸງແບບແຜນວິທີເຮັດວຽກ  ຂອງພະນັກງານໃນອົງການຈັດຕັ້ງ ພັກ-ລັດ ແລະ ການນໍາແຕ່ລະຂັ້ນລວມທັງຂອດການ
  ຈັດຕັ້ງປະຕິບັດ ວຽກງານການທະຫານທ້ອງ ຖິ່ນໃຫ້ຖືກຕ້ອງກັບການກໍ່ສ້າງທ່າສະໜາມ 3 ຂັ້ນ, ກໍຄື ມະຕິ 3 ສ້າງຂອງພັກໃນໄລຍະຜ່ານມາ, ໂດຍຖືເອົາ
  ການສ້າງແຂວງ  ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນຕິດພັນກັບ
  ການພັດທະນາຊົນນະບົດຮອບດ້ານ, ເພື່ອສ້າງໃຫ້ຄະນະນໍາຂັ້ນ ແຂວງ, ຂັ້ນເມືອງ, ອົງການຈັດຕັ້ງພັກ-ລັດ ແລະ ທະຫານທ້ອງຖິ່ນມີແນວຄິດການເມືອງ
  ໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ, ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ, ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ດີຂຶ້ນ ແລະ ມີຄວາມສາມັກຄີ
  ປອງດອງ ເປັນປຶກແຜ່ນແໜ້ນໜາ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.