ຮອງຜູ້ບັນຊາການທະຫານສູງສຸດກອງທັບ
ແຫ່ງຣາຊະອານາຈັກ ກຳປູເຈຍ ຢ້ຽມຢາມ ສປປ ລາວ
ທ່ານ ພົນໂທ ຮຸນ ມາແນດ ຮອງຜູ້ບັນຊາການທະຫານສູງສຸດ, ຜູ້ບັນຊາການທະຫານບົກກອງ ທັບ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 29-31 ສິງຫາ 2022 ນີ້, ເຊິ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ສິງຫາ 2022 ຢູ່ ທີ່ກະຊວງປ້ອງກັນປະເທດ ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ສອງຝ່າຍໄດ້ພົບປະແລກປ່ຽນຕີລາຄາຄືນສະ ພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາບົນພື້ນຖານທີ່ມີມູນເຊື້ອສາຍພົວ ພັນອັນດີງາມ ລະຫວ່າງສອງຊາດ ກໍຄື ສອງກອງທັບ ລາວ-ກຳປູເຈຍ ເຖິງວ່າຈະພົບຄວາມຫຍຸ້ງ ຍາກແນວໃດກໍຕາມໃນ ໄລຍະຜ່ານມາສອງກອງທັບລາວ- ກຳປູເຈຍ, ກຳປູເຈຍ-ລາວ ຍາມໃດກໍມີການເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ໂດຍສະເພາະວຽກງານຮັກສາຄວາມສະ ຫງົບຮຽບ ຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ,ການ ແລກປ່ຽນຄະນະຜູ້ແທນຂອງທັງສອງຝ່າຍ ແລະ ການພົວພັນຮ່ວມມືທາງດ້ານການພັດທະນາເສດຖະກິດລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບຣາ ຊະອານາຈັກ ກຳປູເຈຍ , ໂດຍສະເພາະ ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ສ້າງໃຫ້ສະພາບໃນ ຂອບເຂດເສັ້ນຊາຍແດນມີຄວາມສະ ຫງົບສຸກໂດຍພື້ນຖານ. ນອກຈາກນັ້ນ, ສອງຝ່າຍຍັງເຫັນດີເປັນເອກະພາບສືບຕໍ່ຮ່ວມມືໃນວຽກງານດ້ານການຊ່ວຍ ເຫຼືອມະນຸດສະທຳ, ການຕ້ານໄພພິບັດທາງທຳມະຊາດ, ແລກປ່ຽນເຝິກຊ້ອມໄພພິບັດ 3 ກອງທັບ ລາວ-ກຳປູເຈຍ-ຫວຽດນາມ, ແກ້ໄຂບັນຫາຢາເສບຕິດ, ອາດຊະຍາກຳຂ້າມຊາດ ລວມທັງບັນຫາອື່ນໆທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ.ໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບ ຢູ່ ສປປ ລາວ ໃນຄັ້ງນີ້, ທ່ານຮອງຜູ້ບັນຊາການທະຫານສູງສຸດ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ຍກສະອ)ຝິເາິຍັງໄດ້ເຂົ້າວາງພວງມາລາຢູ່ອະນຸສາ ວະລີນັກຮົບນິລະນາມ (ດາວ ແດງ) ແລະ ທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວທາງປະວັດສາດ ແລະ ວັດທະນະທຳຈຳນວນໜຶ່ງຢູ່ນະຄອນຫຼວງວຽງຈັນ.