ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະດັບຫຼຽນໄຊ, ຍ້ອງຍໍການປະກອບສ່ວນໃນການແຂ່ງຂັນ
ແລະ ຊ້ອມຮົບຮ່ວມລົດຕັງທີ່ ສ. ຣັດເຊຍ


ພິທີປະດັບຫຼຽນໄຊ ແລະ ຍ້ອງຍໍຜົນງານໃຫ້ພາກສ່ວນອຸປະຖໍາຊຸກຍູ້ການເຂົ້າຮ່ວມແຂ່ງຂັນລົດຕັງນາໆຊາດ (Army Games 2021)

     ວັນທີ 29 ກໍລະກົດ 2022 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະດັບຫຼຽນໄຊ ແລະ ຍ້ອງຍໍຜົນງານ ໃຫ້ພາກສ່ວນອຸປະຖໍາຊຸກຍູ້ການເຂົ້າ
ຮ່ວມແຂ່ງຂັນລົດຕັງນາໆຊາດ (Army Games 2021) ແລະ ຊ້ອມຮົບຮ່ວມລົດຕັງ ລາວ-ລັດເຊຍ Laos 2021 ທີ່ປະເທດສະຫະພັນຣັດເຊຍ. ໂດຍ
ການເປັນປະທານ ຂອງ ສະຫາຍ ພົນຕີ ສີດາລໍ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນ
ໂທ ຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນເອກ ວັນນະວົງ ນັນທະວົງ ຫົວໜ້າ ກົມນະໂຍບາຍກົມໃຫຍ່ການເມືອງ
ກອງທັບ, ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມ, ກອງພັນໃຫຍ່ 661, ຜູ້ຕາງໜ້າບັນດາບໍລິສັດ, ຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນທີ່ອຸປະຖໍາຕະຫຼອດຮອດ
ພະນັກງານ-ນັກຮົບ ແລະ ນັກກີລາເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 661 ໄດ້ຍົກໃຫ້ເຫັນຜົນສໍາເລັດໃນການເຂົ້າຮ່ວມແຂ່ງຂັນກີລາການ
ທະຫານສາກົນ ແລະ ການຊ້ອມຮົບຮ່ວມລົດຕັງ ລາວ-ລັດເຊຍ ຂອງເຫຼົ່າຮົບລົດຕັງ-ຍານເກາະ ກອງທັບປະຊາຊົນລາວ 2021 ຜ່ານມາ, ໃນການເຂົ້າຮ່ວມ
ແຂ່ງຂັນໃນຄັ້ງນີ້ ທິມນັກກິລາກອງທັບປະຊາຊົນລາວ ກໍຄືພະນັກງານ-ນັກ ຮົບ ແລະ ນັກກິລາຂອງພວກເຮົາໄດ້ມີຄວາມຕັດສິນໃຈສູງ, ທຸ້ມເທທັງເຫື່ອ
ແຮງ, ສະຕິປັນຍາ, ໄຫວພິບເຂົ້າໃນການແຂ່ງຂັນ ແລະ ການຊ້ອມຮົບຮ່ວມ ລາວ-ລັດເຊຍ ໃນເທື່ອນີ້ຈົນໄດ້ຮັບຜົນສຳເລັດສູງ ແລະ ມີຄວາມປອດໄພ
100%. ເຊິ່ງຜົນສຳເລັດ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ, ກໍຍ້ອນໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຄະນະນຳ ກະຊວງປ້ອງກັນປະເທດ ແລະ ອົງການຈັດ
ຕັ້ງຕ່າງໆ ທີ່ໄດ້ອໍານວຍຄວາມສະດວກ.

     ພິເສດແມ່ນມີບັນດາທ່ານ ນັກທຸລະກິດ, ບໍລິສັດຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນກໍຄືປະຊາຊົນລາວບັນດາເຜົ່າທີ່ໄດ້ສົ່ງກໍາລັງ ແຮງໃຈ ແລະ ໃຫ້ການ
ສະໜັບສະໜູນບໍວ່າຈະເປັນທາງດ້ານວັດຖຸເງິນ-ຄໍາ ກໍຄືການອຸປະຖໍາ-ຊຸກຍູ້ຕະຫຼອດມາ. ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຈິ່ງໄດ້ຕົກລົງປະດັບຫຼຽງໄຊ ພິ
ລະອາດຫານ ຊັ້ນ lll ໃຫ້ ສະຫາຍ ພັນເອກ ໄຊສົງຄາມ ວໍລະຈິດ ຮອງຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ, ທ່ານ ຄຳປະສິດ ເທບວົງສາ ປະ
ທານບໍລິສັດ ເທບວົງສາ ພາເວີ້ ຈຳກັດ, ທ່ານ ບຸນຕົ້ນ ຈັນທະພອນ ອາດີດ ເຈົ້າແຂວງ ແຂວງຊຽງຂວາງ, ທ່ານ ນາງ ພິຈິກາ ປະດາວົງ ບໍລິສັດ ມາສເຕີ
ເທຮດລາວ ຈໍາກັດຜູ້ດຽວ, ມອບໃບກຽດຕິຄຸນຂອງກະຊວງປ້ອງກັນປະເທດ ໃຫ້ ທ່ານ ນາງ ໄຊທານີ ຈັນທະວົງສາ ບໍລິສັດອິນເຕີເນເຊິນແນວຄອນເຊົາ
ຕີງກຣຸບ ຈຳກັດ, ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດເອເຊຍລົງທຶນພັດທະນາກໍ່ສ້າງຈຳກັດ, ທະນາຄານ ລາວ-ຫວຽດ ແລະ ໃບສົມມະນາບຸນຄຸນ
ຈໍານວນໜຶ່ງ, ພ້ອມດຽວກັນນີ້ ກໍຍັງໄດ້ຮັບການອຸປະຖໍາຊຸກຍູ້ຈາກ ບໍລິສັດເອັດເອັມຈີກຣຸບຈໍາກັດມອບເງິນ ຈໍານວນ 5.000 ໂດຣາສະຫະລັດ, ສະຫາຍ
ພັນເອກ ໄຊສົງຄາມ ວໍລະຈິດ ໃນນາມຄອບຄົວ ມອບເງິນ 40 ລ້ານກີບ, ທ່ານ ບຸນຕົ້ນ ຈັນທະພອນ ອາດີດເຈົ້າແຂວງ ແຂວງຊຽງຂວາງ ມອບເງິນ 40
ລ້ານກິບ ແລະ ບໍລິສັດ AIDC ມອບເງິນຈໍານວນ 10 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ໃຫ້ແກ້ທິມນັກກີລາທີ່ຈະເດີນທາງໄປຮ່ວມແຂ່ງຂັນ
ກີລາລົດຕັງນາໆຊາດ Army Games 2022. ນໍາອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/08/2022