ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອັດການຫັດແອບເຝິກຊ້ອມການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ກິດຈະກຳບໍລິການ
ທາງດ້ານການແພດ "ຂະບວນລົດໄຟສັນຕິພາບ 2018"

     ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2018 ນີ້, ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີອັດການຫັດແອບເຝິກຊ້ອມຮ່ວມການ
ຊ່ວຍເຫຼືອດ້ານມະນຸດສະທຳ ແລະ ກິດຈະກຳບໍລິການທາງດ້ານການແພດ “ຂະບວນລົດໄຟສັນຕິພາບ 2018” ຂອງສອງກອງທັບລາວ-ຈີນ ຂຶ້ນຢູ່ທີ່ສະ
ໜາມກີລາວິທະຍາຄານພະລາທິການກອງທັບ ໂດຍການເປັນປະທານຮ່ວມຝ່າຍລາວແມ່ນ ທ່ານ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈຳພັກກະ
ຊວງປ້ອງກັນປະເທດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ທ່ານ ພົນຕີ ຫຼິວຕ້ຽນຫລົງ ຄະນະກຳມະການທະຫານສູນກາງຮອງຫົວ
ໜ້າກົມເສນາຮັກກົມໃຫຍ່ຮັບປະກັນພະລາທິການກອງທັບປົດປ່ອຍປະຊາຊົນຈີນ, ມີທູດທະຫານ ສປ ຈີນປະຈຳລາວ, ມີຄະນະນຳກະຊວງປ້ອງກັນປະເທດ,
ຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະອຳນວຍການວິທະຍາຄານພະລາທິການກອງທັບ, ອຳນາດການປົກຄອງບ້ານອ້ອມຂ້າງ
ແລະ ນັກເຝິກອົບຮົມຫັດແອບຈາກກອງທັບປະຊາຊົນລາວ ແລະ ຈີນ ເຂົ້າຮ່ວມ.


ທ່ານ ພົນຕີ ອ່ອນສີ ແສນສຸກ ເປັນປະທານອັດການຫັດແອບເຝິກຊ້ອມການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ກິດຈະກຳບໍລິການ
ທາງດ້ານການແພດ "ຂະບວນລົດໄຟສັນຕິພາບ 2018"

     ໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໄດ້ມີຄຳເຫັນກ່າວປິດໃນ
ພິທີວ່າ: ການຫັດແອບເຝິກຊ້ອມ ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ກິດຈະກຳບໍລິການທາງດ້ານການແພດ “ຂະບວນລົດໄຟສັນຕິພາບ 2018” ຂອງ
ສອງກອງທັບລາວ-ຈີນ ຄັ້ງນິ້ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນມິດຕະພາບ, ການຮ່ວມມືຊ່ວຍເຫຼືອກັນບົນພື້ນຖານຄຸ່ຮ່ວມມືຍຸດ
ທະສາດ ໝັ້ນຄົງຍາວນານ, ບົນຈິດໃຈບ້ານໃກ້ເຮືອນຄຽງທີ່ດີ, ສະຫາຍທີ່ດີ, ເພື່ອນມິດທີ່ດີ ແລະ ຮ່ວມມືທີ່ດີ. ປັດຈຸບັນສອງພັກ ສອງລັດ ພວມຕັ້ງໜ້າ
ຮ່ວມກັນ ຊຸກຍູ້ໃນການສ້າງປະຊາຄົມຊະ ຕາກຳລາວ-ຈີນ ທີ່ມີຄວາມ ຫມາຍທາງດ້ານຍຸດທະສາດ.

     ຜ່ານການຫັດແອບເຝິກຊ້ອມຮ່ວມກັນໃນຄັ້ງນິ້ ມັນໄດ້ສະແດງໃຫ້ເຫັນເຖິງ: ຄວາມເສຍສະຫຼະບໍ່ຮູ້ອິດຮູ້ເມື່ອຍມີແບບແຜນວິທີເຮັດວຽກມີຄວາມຮູ້
ຄວາມສາມາດ ມີປະສົບປະການອັນອຸດົມສົມບູນ ແລະ ມີລະບຽບວິໄນທີ່ເຂັ້ມງວດ ແລະ ເປັນໂອກາດທີ່ດີ ທີ່ທີ່ກອງທັບ ທັງສອງຝ່າຍຈະໄດ້ນຳເອົາບົດ
ຮຽນ ແລະ ປະສົບການອັນລໍ້າຄ່ານິ້ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຕົວຈິງ. ກິດຈະກຳບໍລິການທາງດ້ານການແພດຂະບວນລົດໄຟສັນຕິພາບ ແມ່ນ
ມີຄວາມໝາຍອັນເລິກເຊິ່ງໃຫ້ສອງຝ່າຍໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນດ້ານການແພດນຳກັນ ແລະ ອະນາຄົດໃນຕໍ່ໜ້າຈະໄດ້ຮ່ວມມືກັບກອງທັບປົດ
ປ່ອຍປະຊາຊົນຈີນ ໂດຍສະເພາະສອງ ເຫຼົ່າຮົບເສນາຮັກ ຈະໄດ້ຮ່ວມກັນຝືກຊ້ອມການຊ່ວຍເຫຼຶອຜູ້ປະສົບໄພທາງທຳມະຊາດຮ່ວມກັນຕື່ມອີກ. ນອກນັ້ນ
ສອງຝ່າຍຈະໄດ້ໃຫ້ການສືບຕໍ່ໃຫ້ການບໍລິການທາງດ້ານການແພດຂະບວນລົດໄຟສັນຕິພາບ 2018 ແກ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ
ເຊິ່ງຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໂຮງໝໍ 103 ແຕ່ວັນທີ 2-6 ສິງຫາ 2018.

     ເພື່ອຢັ້ງຢືນເຖິງຜົນງານຂອງບັນດາສະຫາຍຝ່າຍຈີນ, ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ເຫັນດີຕົກລົງປະດັບຫຼຽນກາມິດຕະພາບໃຫ້ແກ່ຝ່າຍ
ຈີນ, ປະດັບຫຼຽນໄຊ, ໃບຍ້ອງຍໍຂັ້ນກະຊວງ ແລະ ກົມໃຫຍ່ການເມືອງກອງທັບ ໃຫ້ແກ່ກົມກອງ ແລະ ບຸກຄົນຝ່າຍລາວຈຳນວນໜຶ່ງ, ໃນໂອກາດດຽວກັນ
ທ່ານ ພົນຕີ ຫຼິວຕ້ຽນຫລົງ ຄະນະກຳມະການທະຫານສູນກາງ ຮອງກົມເສນາຮັກ ກົມໃຫຍ່ຮັບປະກັນພະລາທິການ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຕາງ
ໜ້າໃຫ້ກົມເສນາຮັກ ກໍຄືກະຊວງປ້ອງກັນຊາດ ສປ ຈີນ ມອບເຄື່ອງອຸປະກອນການແພດອຸປະກອນຮັບໃຊ້ຫ້ອງການ ແລະ ພາຫະນະເຕັກນິກຈຳນວນໜຶ່ງ
ໃຫ້ແກ່ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ຕາງໜ້າກ່າວ ຮັບໂດຍ ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກ
ກົມໃຫຍ່ພະລາທິການກອງທັບ.