ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ສຳເລັດການກໍ່ສ້າງ-ບຳລຸງນັກສຶກສາລະບົບຕ່າງໆໃຫ້ແກ່ກອງທັບ 216 ສະຫາຍ


ພົນຕີ ປອ ທອງລອຍ ສິລິວົງ ເປັນປະທານພິທີປິດສົກຮຽນ 2018-2019 ຢູ່ວິທະຍາຄານປ້ອງກັນຊາດໄກສອນພົມວິຫານ

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີປິດສົກຮຽນ 2018-2019 ໃນວັນທີ 28 ມິຖຸນາ 2019 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງສະ
ຫາຍ ພົນຕີ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍ
ການ ວປກ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ກົມນ້ອຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ຂວັນມິ່ງ ບິດາສັກ ຮອງຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຊີ້ແຈງໃຫ້ຮູ້ວ່າ: ໃນສົກຮຽນ 2018-2019 ຜ່ານມານີ້, ວິທະຍາຄານປ້ອງກັນຊາດ ໄກ
ສອນ ພົມວິຫານ ໄດ້ສໍາເລັດການກໍ່ສ້າງ-ບໍາລຸງນັກສຶກສາລະບົບຕ່າງໆຮັບໃຊ້ແກ່ກອງທັບເຮົາ ຈໍານວນ 216 ສະຫາຍ, ໃນນັ້ນນັກສຶກສາກໍ່ສ້າງໄລຍະສັ້ນ ລະບົບ 1 ປີ ມີ
121 ສະຫາຍ, ນັກສຶກສາກໍ່ສ້າງໄລຍະຍາວລະບົບ 2-3 ປີ ຈໍານວນ 77 ສະຫາຍ ແລະ ນັກສຶກສາບໍາລຸງລະບົບ 1 ປີ ຈໍານວນ 18 ສະຫາຍ, ໂດຍສັງລວມແລ້ວຕະຫຼອດ
ໄລຍະເວລາທີ່ນັກສຶກສາເຫຼົ່ານັ້ນໄດ້ສຶກສາຮໍ່າຮຽນຢູ່ ວປກ ແຫ່ງນີ້ ແຕ່ລະສະຫາຍແມ່ນໄດ້ຕັ້ງໜ້າຄົ້ນຄວ້າຮໍ່າຮຽນຕາມຫຼັກສູດການຮຽນ-ການສອນດ້ວຍຄວາມຮັບຜິດ
ຊອບສູງ, ເປັນເຈົ້າການປະຕິບັດໂມງຂຶ້ນຫ້ອງ-ລົງຫ້ອງ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄືຂອງວິທະຍາຄານວາງອອກຢ່າງເຂັ້ມງວດ ລວມເຖິງຄູອາຈານກໍ
ໄດ້ຕັ້ງໜ້າຄົ້ນຄວ້າສິດສອນຖ່າຍທອດຄວາມຮູ້ບັນດາບົດຮຽນພຶດຕິກຳຕົວຈິງ, ເປັນແບບຢ່າງທີ່ດີໃຫ້ແກ່ນັກຮຽນຈຶ່ງເຮັດໃຫ້ສົກຮຽນ 2018-2019 ນີ້ ໄດ້ຮັບຜົນສໍາເລັດ
ຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຕີລາຄາຜົນໄດຮັບໃນການຄົ້ນຄວ້າຮໍ່າຮຽນຂອງນັກສຶກສາທຸກລະບົບຕະຫຼອດຊຸດຮຽນບັນລຸຄາດໝາຍ 100%, ໃນນັ້ນມີນັກສຶກ
ສາໄດ້ຄະແນນສະເລ່ຍເກດ A ຈໍານວນ 10 ສະຫາຍ, ເກຼດ B+ ຈໍານວນ 134 ສະຫາຍ, ເກຼດ B ຈໍານວນ 3 ສະຫາຍ, ເກຼດ C+ ຈໍານວນ 51 ສະຫາຍ, ເກຼດ C ຈໍານວນ
14 ສະຫາຍ ແລະ ເກຼດ D+ ຈໍານວນ 4 ສະຫາຍ. ນັກສຶກສາຊຸດນີ້ນອກຈາກໄດ້ຄົ້ນຄວ້າຮໍ່າຮຽນຕາມຫຼັກສູດແລ້ວ ຍັງໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງວິທະ
ຍາຄານ ແລະ ປະກອບສ່ວນດ້ານວັດຖຸປັດໄຈໃຫ້ແກ່ວິທະຍາຄານພວກເຮົາລວມເປັນເງິນຈໍານວນ 115 ລ້ານກວ່າກີບ, ຈາກຜົນງານດັ່ງກ່າວ ນັກສຶກສາໄດ້ຮັບການຄັດ
ເລືອກຍ້ອງຍໍຂັ້ນກົມໃຫຍ່ການເມືອງກອງທັບ ຈໍານວນ 26 ສະຫາຍ, ຂັ້ນ ວປກ ຈໍານວນ 44 ສະຫາຍ, ຈາກນັ້ນໃນພິທີ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະ
ວົງສາ ຫົວໜ້າການທະຫານ ວປກ ກໍໄດ້ເປັນກຽດມອບໃບປະກາສະນີຍະບັດໃຫ້ນັກສຶກສາທີ່ສໍາເລັດການສຶກສາຄັ້ງນີ້ອີກດ້ວຍ.

     ໂອກາດນີ້, ສະຫາຍ ພົນຕີ ປອ ທອງລອຍ ສິລິວົງ ກໍໄດ້ໃຫ້ກຽດໂອ້ລົມນັກສຶກສາດັ່ງກ່າວ ພ້ອມທັງ ໄດ້ເນັ້ນໜັກໃຫ້ນັກສຶກສາແຕ່ລະສະຫາຍທີ່ສໍາເລັດການສຶກສາຄັ້ງ
ນີ້ ຈົ່ງສືບຕໍ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ໂດຍສະເພາະແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບ, ແນວທາງເສດຖະກິດ-ສັງຄົມຂອງພັກ, ເພີ່ມທະວີການ
ສຶກສາອົບຮົມການເມືອງແນວຄິດໃຫ້ທົ່ວເຖິງ ທຸກເປົ້າໝາຍ, ມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້
ຮັບມອບໝາຍ, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກໃຫ້ສອດຄ່ອງ, ພ້ອມກັນເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນ
ເອງໃນທຸກດ້ານໃຫ້ມີຄຸນທາດການເມືອງໜັກແໜ້ນ ແລະ ເຮັດສໍາເລັດໜ້າທີ່ການເມືອງຕາມການມອບໝາຍ ແລະ ສະຫາຍຍັງໄດ້ກ່າວວ່າໝາກຜົນໃນຄັ້ງນີ້ເປັນຜົນສໍາ
ເລັດພຽງເບື້ອງຕົ້ນເທົ່ານັ້ນ ບັນຫາສໍາຄັນເມື່ອບັນດາສະຫາຍກັບຄືນກົມກອງແລ້ວ ຈົ່ງນໍາເອົາບົດຮຽນທີ່ໄດ້ຮຽນມາໄປຄົ້ນຄວ້າ, ສັງຮວມ, ຄັດຈ້ອນໝູນໃຊ້ເຂົ້າໃນວຽກ
ງານຕົວຈິງຢູ່ກົມກອງຂອງຕົນໃຫ້ໄດ້ຮັບໝາກຜົນສູງ.