ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ຂໍ້ຕົກລົງການເປັນເຈົ້າພາບ ແລະ ປະທານກອງປະຊຸມ
ໃນ​ຂອບ​ທະຫານ​ອາຊຽນ ປີ 2022 ແລະ 2024


ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ໃນວັນທີ 28 ກຸມພາ 2022 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ເພື່ອກະກຽມ ໃຫ້ແກ່
ການເປັນເຈົ້າພາບ ແລະ ​ເປັນປະທານຈັດບັນດາກອງປະຊຸມ ໃນຂອບທະຫານອາຊຽນ ຂອງ ກອງທັບປະຊາຊົນລາວ ໃນປີ 2022 ແລະ 2024 ໂດຍການ
ເປັນປະທານຂອງ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງ ແລະ
ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າ ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ໄດ້ຜ່ານບັນດາຂໍ້ຕົກລົງເພື່ອກະກຽມໃຫ້
ແກ່ການເປັນເຈົ້າພາບ ແລະ ​ເປັນປະທານຈັດກອງປະຊຸມ ໃນຂອບທະຫານອາຊຽນ ຂອງກອງທັບປະຊາຊົນລາວ ໃນປີ 2022 ແລະ 2024. ໃນນີ້, ມີຂໍ້
ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ, ກອງເລຂາ, ບັນດາອະນຸກຳມະການກະກຽມໃຫ້ແກ່ການເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມ ລັດຖະ
ມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 , ອາຊຽນ-ບວກ ຄັ້ງທີ 11 ແລະ ກອງ ປະຊຸມປິ່ນອ້ອມອື່ນໆໃນປີ 2024; ຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ
ວ່າດ້ວຍການກະກຽມ ແລະ ຈັດຕັ້ງກອງປະຊຸມຜູ້ບັນຊາການທະຫານອາກາດອາຊຽນ (AACC) ຄັ້ງທີ 19; ຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າ
ດ້ວຍການກະກຽມ ແລະ ຈັດຕັ້ງກອງປະຊຸມໜ່ວຍງານວິຊາການດ້ານການສຶກສາ ແລະ ການ ເຝິກອົບຮົມຂອງທະຫານອາກາດອາຊຽນ (AAFET-WG
Meeting) ຄັ້ງທີ 9 ພ້ອມນີ້ໄດ້ສະເໜີບົດກ່ຽວກັບການຮ່ວມມື ພາຍໃຕ້ຂອບກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ-ບວກ, ກອງປະຊຸມຜູ້
ບັນຊາການທະຫານສູງສຸດ ແລະ ກອງປະຊຸມເວທີພາກພື້ນອາຊຽນຕື່ມອີກ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ກ່າວວ່າ: ການເປັນເຈົ້າພາບຈັດກອງປະຊຸມໃນຄັ້ງນີ້ບໍ່ພຽງແຕ່ເປັນການປະຕິບັດສິດ ແລະ
ພັນທະຂອງການເປັນປະເທດ ສະມາຊິກຂອງອາຊຽນ ເທົ່ານັ້ນ ແຕ່ມັນຍັງເປັນໂອກາດໃຫ້ແກ່ການສົ່ງເສີມ ການພົວພັນຮ່ວມມືລະຫວ່າງບັນດາປະເທດ
ສະມາຊິກອາຊຽນ ແລະ ອາຊຽນ-ບວກ ລວມທັງເປັນການຍົກສູງບົດບາດຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນ​ເພື່ອ​ຍົກ​ສູງ​ບົດບາດ​ຂອງ ກອງ
ທັບປະຊາຊົນລາວ ໃຫ້ສູງຂຶ້ນໃນລະດັບພາກພື້ນ ແລະ ສາກົນ. ພ້ອມນັ້ນ, ກໍຍັງເປັນໂອກາດອັນດີໃຫ້ແກ່ກອງທັບປະຊາຊົນລາວ ສາມາດໂຄສະນາແນວ
ທາງນະໂຍບາຍຂອງ ພັກ-ລັດ ແລະ ຍາດແຍ່ງເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄືກອງທັບຂອງພວກເຮົາອີກດ້ວຍ. ສະຫາຍຮອງລັດຖະມົນຕີ ກະຊວງ
ປ້ອງກັນປະເທດ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຕັ້ງໜ້າເຊື່ອມຊຶມຂໍ້ຕົກລົງໃຫ້ເຂົ້າໃຈລະອຽດ ແລະ ພ້ອມກັນປຶກສາຫາລືບັນຫາຕ່າງໆ ເພື່ອ
ນໍາໄປຈັດຕັ້ງປະຕິບັດເຮັດໃຫ້ການເປັນເຈົ້າພາບຈັດກອງປະຊຸມໃນຄັ້ງນີ້ປະສົບຜົນສໍາເລັດຢ່າງ ຈົບງາມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/03/2022