ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນກົມ ວສ-ປສ ການທະຫານ
ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ


ພົນຈັດຕະວາ ວຽງໄຊ ສົມວິຈິດ ພ້ອມດ້ວຍຄະນະ ສຳເລັດການຢ້ຽມຢາມແລະເຮັດວຽກຢູ່ສສຫວຽດນາມ

     ວັນທີ 18-22 ກຸມພາ 2019 ນີ້, ຄະນະຜູ້ແທນກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ສປປ ລາວ ເຊິ່ງນຳໂດຍສະຫາຍ ພົນຈັດຕະ
ວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມດ້ວຍຄະນະ, ໄດ້ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໂດຍໄດ້
ຮັບ ການຕ້ອນຮັບຢ່າງອົບອຸ່ນຈາກສະຫາຍ ພົນຈັດຕະວາ ດັ້ງກວ່າງມິ່ງ ວ່າການຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດ ກະຊວງປ້ອງກັນປະເທດ ສສ ຫວຽດນາມ
ພ້ອມດ້ວຍຄະນະ.

     ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນຄັ້ງນີ້ ຄະນະຜູ້ແທນກົມ ວສ-ປສ ການທະຫານ ໄດ້ມີການພົບປະສອງຝ່າຍກັບສະຖາບັນຍຸດທະສາດປ້ອງ
ກັນຊາດ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໂດຍປະຕິບັດຕາມແຜນການຮ່ວມມືຂອງສອງກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມປະຈຳປີ 2019 ກ່ຽວ
ກັບວຽກງານຄົ້ນຄວ້າຍຸດທະສາດປ້ອງກັນຊາດໃນໂຄງຮ່າງລະອຽດບົດນິພົນເພີ່ມທະວີການຮ່ວມມືລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ,
ໃນການຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກໃນສະພາບການໃໝ່, ເຊິ່ງເນື້ອໃນປະກອບມີ 3 ພາກ ຕົ້ນຕໍຄືພື້ນຖານ, ທິດສະດີ ແລະ ພຶດຕິກຳຕົວ
ຈິງໃນໜ້າທີ່ການຮ່ວມມືໃນສະພາບການໃໝ່, ວິທີການແກ້ໄຂກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງສອງກອງທັບ ເຊິ່ງສອງຝ່າຍໄດ້ປຶກສາຫາລືແລກປ່ຽນບົດ
ຮຽນ ແລະ ຂໍ້ມູນບາງບັນຫາໃຫ້ຈະແຈ້ງຂຶ້ນເພື່ອໃຫ້ແທດເໝາະກັບສະພາບການປັດຈຸບັນເພື່ອລາຍງານຂັ້ນເທິງຂອງຕົນ, ນອກຈາກນີ້ຍັງໄດ້ປຶກ ສາຫາລືການພົວພັນ
ແລກປ່ຽນບົດຮຽນໃນວຽກງານວິຊາສະເພາະຂອງຕົນ ສືບຕໍ່ພົວພັນຮ່ວມມືໃນປີ 2019, ສະຖາບັນຍຸດທະສາດປ້ອງກັນຊາດກະຊວງປ້ອງກັນປະເທດຫວຽດນາມຈະເປີດ
ອົບຮົມວຽກງານຍຸດທະສາດໃຫ້ວິຊາການຈາກກົມວິທະຍາສາດ-ປະຫວັດສາດ ການທະຫານຂອງລາວ ຈຳນວນ 10 ສະຫາຍ ແລະ ກົມວິທະຍາສາດ-ປະຫວັດສາດ ການ
ທະຫານ ກະຊວງປ້ອງກັນປະເທດລາວ ຈະໄດ້ຮັບວິຊາການຈາກສະຖາບັນຍຸດທະສາດປ້ອງກັນຊາດ ສສ ຫວຽດນາມ 2 ສະຫາຍ, ເຊິ່ງທັງໝົດນັ້ນເປັນການປັບປຸງ ແລະ
ເພີ່ມທະວີວຽກງານຍຸດທະສາດໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນ ຈາກນັ້ນຄະນະຜູ້ແທນຈາກກົມວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມດ້ວຍຄະນະສະຖາບັນ
ຍຸດທະສາດປ້ອງກັນຊາດ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມກອງບັນຊາການທະຫານເຂດ 7 ແລະ ກອງບັນຊາການທະຫານແຂວງ
ບິ້ງທວັນ ພ້ອມທ່ຽວຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ສະຖານທີ່ທ່ອງທ່ຽວທາງວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສວຍງາມ ຂອງ ສສ
ຫວຽດນາມ ຕື່ມອີກ.