ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຫົວໜ້າການທະຫານກອງພົນທີ 1 ຄົນໃໝ່

     ໃນວັນທີ 28 ກຸມພາ 2018 ນີ້, ຢູ່ກອງພົນທີ 1 ໄດ້ຈັດພິທີປະກາດແຕ່ງຕັ້ງ ພັນເອກ ສາຍໃຈ ກົມມະສິດ ເປັນຫົວໜ້າການທະຫານກອງພົນທີ 1
ຄົນໃໝ່ ແລະ ຊັບຊ້ອນໜ້າທີ່ນາຍທະຫານຂັ້ນບັນຊາການກອງພົນຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ວິໄລ ຫຼ້າ
ຄຳຟອງ ເລຂາທິ ການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາກົມວິຊາການທີ່ກ່ຽວຂ້ອງ, ຕົວ
ແທນແຂວງໄຊສົມບູນ, ແຂວງວຽງຈັນ. ບັນດາກອງບັນຊາການທະຫານແຂວງອ້ອມຂ້າງ, ອໍານາດການປົກຄອງເມືອງວຽງວັງ, ແຂກຖືກເຊີນ ແລະ ພະນັກ
ງານຫຼັກແຫ່ງທົ່ວກອງພົນທີ 1 ເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານພິທີປະກາດແຕ່ງຕັ້ງຫົວໜ້າການທະຫານກອງພົນທີ 1 ຄົນໃໝ່

     ໃນພິທີ ທ່ານ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກງານ ໄດ້ຂຶ້ນອ່ານຂໍ້ຕົກລົງ ແລະ ຄຳສັ່ງວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍພະ
ນັກງານໄປຮັບໜ້າທີ່ໃໝ່ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຕົວຈິງຂອງກະຊວງປ້ອງກັນປະເທດ, ອີງຕາມມາດຕະຖານນາຍທະຫານທີ່ກຳນົດ
ໄວ້ໃນໝວດທີ 2 ມາດຕາທີ 10 ແລະ ໝວດທີ 4 ມາດຕາ 21 ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ ແລະ ຊັບ
ຊ້ອນໜ້າທີ່ຂອງນາຍ ແລະ ພົນທະຫານ ແລະ ປະຕິບັດຕາມທິດທາງປັບປຸງ, ບູລະນະການຈັດຕັ້ງນຳພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ໜັກແໜ້ນ, ເຂັ້ມ
ແຂງຮອບດ້ານເຂົ້າສູ່ລະບົບແບບແຜນ, ແທດເໝາະກັບສະພາບການຕົວຈິງ, ເພື່ອພ້ອມກັນເຮັດສຳເລັດໜ້າທີ່ອັນສຳຄັນ ແລະມີກຽດສະຫງ່າຂອງພັກ; ຂອງ
ລັດມອບໝາຍໃຫ້ ດັ່ງນັ້ນນາຍົກລັດຖະມົນຕີແຫ່ງ ສປປ ລາວ ອອກຄໍາສັ່ງຍົກຍົກຍ້າຍ ພັນເອກ ພັນສາຍ ຂັນທະໄຊ ຫົວໜ້າການທະຫານກອງພົນທີ 1
ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ ແລະ ແຕ່ງຕັ້ງ ພັນເອກ ສາຍໃຈ ກົມມະສິດ ຫົວໜ້າກົມກໍາລັງພົນກົມໃຫຍ່ເສນາທິການກອງທັບ ເປັນຫົວໜ້າ
ການທະຫານກອງພົນທີ 1 ຄົນໃໝ່. ຈາກນັ້ນ ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການ ເມືອງກອງທັບ ກໍໄດ້ຂຶ້ນ
ອ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການບົ່ງຕົວ, ແຕ່ງຕັ້ງປ່ຽນແທນຮອງເລຂາຄະນະພັກກອງພົນທີ 1 ຕາມທິດທາງກໍ່ສ້າງພັກ
ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ພັນເອກ ສາຍໃຈ ກົມມະສິດ ຫົວໜ້າການທະຫານກອງພົນ
ທີ 1 ຄົນໃໝ່ ເປັນຮອງເລຂາຄະນະພັກກອງພົນ ປ່ຽນແທນ ພັນເອກ ພັນສາຍ ຂັນທະໄຊ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ.

     ໃນໂອກາດເຂົ້າຮ່ວມເປັນປະທານ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາທີ່ສໍາຄັນ ກ່ອນອື່ນທ່ານໄດ້ກ່າວສະແດງ
ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນທີ່ກອງພົນທີ 1 ຍາດ ມາໄດ້ໃນຫຼາຍດ້ານໃນໄລຍະຜ່ານມາ, ພ້ອມທັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ
ແລະ ພາກພຶ້ນ; ໂດຍສະ ເພາະແມ່ນພາຍໃນປະເທດ ແລະ ຂອບເຂດກົມກອງຮັບຜິດຊອບ ເຊິ່ງພວມຜັນແປໄປຢ່າງສັບສົນ ແລະ ໄວວາ ເຊິ່ງມີທັງສິ່ງທີ່ເອື້ອ
ອໍານວຍ ແລະ ສິ່ງທ້າທາຍທົດສອບຫຼາຍຢ່າງເຊິ່ງຄາດເດົາໄດ້ຍາກ ດັ່ງນັ້ນມັນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ໂດຍສະເພາະແມ່ນກໍາລັງປະກອບອາວຸດຕ້ອງ
ມີການກໍ່ສ້າງເຝິກຝົນຫຼໍ່ຫຼອມ ແລະ ປັບປຸງກໍາລັງໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ໄດ້ເນັ້ນໜັກໃຫ້ຄະນະ
ພັກ-ຄະນະບັນຊາກອງພົນທີ 1 ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກຍ້າຍໄປຮັບໜ້າທີ່ໃໝ່: ກ່ອນອື່ນຕ້ອງໄດ້ຍົກສູງຄວາມຮັບຜິດຊອບເປັນແບບຢ່າງນໍາໜ້າ,
ເອົາໃຈໃສ່ຍົກສູງບົດບາດຄວາມສາມັກຄີເປັນປຶກແຜ່ນຕາມຫຼັກ ການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງໃຫ້ບຸກຄົນຮັບຜິດຊອບ, ເປັນ
ເຈົ້າການຊີ້ນຳ-ນໍາພາສຶກສາ, ອົບຮົມການເມືອງນໍາພາ-ແນວຄິດໃຫ້ພະນັກງານ, ນັກຮົບໃນກົມກອງມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາ
ພາຂອງພັກຢ່າງເລິກເຊິ່ງຮູ້ຈໍາແນກໄດ້ມິດ ແລະ ສັດຕູ. ເພີ່ມທະວີການນໍາພາຂອງພັກເຂົ້າ ໃນການປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ,
ສືບຕໍ່ກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ຍູ້ແຮງຂະບວນການຕ່າງໆໃຫ້ມີຄວາມຟົດຟື້ນຕິດພັນກັບການສ້າງໜ່ວຍພັກປອດໃສ
ເຂັ້ມແຂງ ໜັກແໜ້ນຍົກສູງນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ຢ່າງຫ້າວຫັນເພື່ອ
ເສີມຂະຫຍາຍ ແລະ ຮັກສາມູນເຊື້ອອັນດີງາມຂອງກົມກອງໄວ້ໃຫ້ໝັ້ນຄົງ.