ກອງປະຊຸມສະຫຼຸບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 03 ແຂວງ 01 ກອງພົນ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈຳການຄະນະກຳມະການ
ປກຊ-ປກສສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ
ກອງປະຊຸມສະຫຼຸບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 03 ແຂວງ 01 ກອງພົນ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022,
ໄດ້ຈັດຂຶ້ນໃນ ວັນທີ 31 ມັງກອນ 2022 ທີ່ ກອງບັນຊາການ ປກສ ແຂວງບໍລິຄຳໄຊ, ໂດຍໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນເອກ ຈັນ
ສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານເຈົ້າແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງບໍລິຄຳໄຊ, ຄະນະກໍາມະການ ປກຊ-ປກສ ແຂວງ
ຄຳມ່ວນ ແລະ ສະຫວັນນະເຂດ, ຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການຄະນະກຳມະການ ປກຊ-
ປກສ ສູນກາງ, ຄະນະພັກ-ຄະນະບັນຊາ ກອງພົນທີ 4, ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຫ້ອງການຄະນະ
ກຳມະການ ປກຊ-ປກສ 03 ແຂວງ, ພ້ອມດ້ວຍບັນດາເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາຄືນສະພາບການລວມ ແລະ ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງບັນດາ
ແຂວງ, ໃນໄລຍະ 01 ປີ ຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາ ຂອງ ກົມການເມືອງສູນກາງພັກ, ລັດຖະບານ, ໂດຍສະເພາະພາຍໃຕ້ການຊີ້ນຳ-ນຳພາ ຂອງ
ຄະນະກຳມະການ ປກຊ-ປກສ ສູນກາງ, ແຂວງໂດຍໄດ້ຮັບການຮ່ວມມື ຈາກບັນດາອົງການຈັດຕັ້ງ, ອົງການປົກຄອງແຕ່ລະຂັ້ນ, ການປະກອບສ່ວນຂອງ
ປະຊາຊົນ ບັນດາເຜົ່າທຸກຊັ້ນຄົນ ແລະ ຄວາມບຸກບືນສູ້ຊົນຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ
ປ້ອງກັນຄວາມສະຫງົບ, ສາມາດຍາດໄດ້ຜົນງານ, ດ້ານດີຫຼາຍດ້ານ, ສະແດງອອກໃນການຮັບປະກັນ ເຮັດໃຫ້ປະເທດຊາດຂອງພວກເຮົາເວົ້າລວມ, ເວົ້າ
ສະເພາະ 03 ແຂວງ ພາກກາງ ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ລະ
ບົບການເມືອງຢູ່ຂັ້ນຮາກຖານສືບຕໍ່ໄດ້ຮັບການປັບປຸງ, ເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ
ບັນດາເຜົ່າໄດ້ພັດທະນາດີຂຶ້ນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ.
ສັງລວມແລ້ວຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃນຕະຫຼອດໄລຍະຜ່ານ
ມາສາມາດຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ
ແລະ ພ້ອມກັນປະກອບສ່ວນຢ່າງແຂງແຮງເຂົ້າໃນການເຮັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນທ້ອງຖິ່ນຂອງຕົນຢ່າງເປັນຂະບວນກວ້າງ
ຂວາງ ແລະ ຕໍ່ເນື່ອງ. ພ້ອມນີ້, ບັນດາຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ຍັງໄດ້ພ້ອມກັນປະກອບຄຳເຫັນ, ແລກປ່ຽນບົດຮຽນ ແລະ
ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ກົມກອງ, ທ້ອງຖິ່ນຂອງຕົນຢ່າງແຂງແຮງ ແລະ ກົງໄປກົງມາ, ເຊິ່ງໄດ້
ເອກະພາບສູງຕໍ່ບົດສະຫຼຸບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນ ປີ 2021 ຜ່ານມາ ແລະ ທິດທາງແຜນການ, ບັນດາວຽກງານຈະສຸມໃສ່
ຈັດຕັ້ງປະຕິບັດໃນປີ 2022 ໃຫ້ໄດ້ຮັບໝາກຜົນສູງຂຶ້ນກວ່າເກົ່າ.
ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ໃຫ້ກຽດໂອ້ລົມຊີ້ນຳຕໍ່ກອງປະຊຸມ, ເຊິ່ງ ສະຫາຍ ໄດ້ສະແດງຄວາມຊົມເຊີຍຜົນສຳ
ເລັດໃນການຊີ້ນຳ-ນຳພາ, ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ 3 ແຂວງ 1 ກອງພົນໃນຄັ້ງນີ້: ເຖິງ ວ່າຈະໄດ້ປະເຊີນໜ້າ
ກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍປະການ, ແຕ່ຍ້ອນໄດ້ຮັບການເອົາໃຈໃສ່ຊີ້ນຳ-ນຳພາຂອງການນຳຂັ້ນສູນກາງ, ແຂວງ, ກຳລັງປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ, ບັນດາກົມກອງປະກອບອາວຸດແຕ່ລະຂັ້ນໄດ້ສຸມທຸກກຳລັງແຮງເຮັດສຳເລັດໜ້າທີ່ຂອງຕົນ ດ້ວຍຈິດໃຈບຸກທະລຸ. ພ້ອມກັນນັ້ນ, ສະ
ຫາຍປະທານ ຍັງໄດ້ເນັ້ນໜັກໃຫ້ຄະນະກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ບັນດາແຂວງ, ກອງພົນ, ອົງການຈັດຕັ້ງ, ພາກສ່ວນທີ່ກ່ຽວຂ້ອງຈົ່ງ
ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີ ກຽດສະຫງ່າຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ເປັນຕົ້ນແມ່ນການແກ້ໄຂບັນຫາສາສະ
ໜາ, ສິດທິມະນຸດ, ການຄ້າຂາຍເຖື່ອນ, ຢາເສບຕິດ ແລະ ບັນຫາເຂດຊາຍແດນລະຫວ່າງປະເທດ ໃຫ້ຂາດຕົວພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຂອງພັກ ຢ່າງແຂງແຮງ, ເພີ່ມທະວີອົບຮົມ-ຫັດແອບ ໃຫ້ກໍາລັງ ປກຊ-ປກສ ກຸ່ມບ້ານໃນການ
ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫົງບດີ ແລະ ກຸ່ມບ້ານພັດທະນາ ໃຫ້ເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບ ເພື່ອຮັບປະກັນ
ໃຫ້ປະເທດຊາດ ກໍຄື 03 ແຂວງ ພາກກາງ ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາ
ຊົນມີຄວາມຜາສຸກ, ສ້າງບາດກ້າວການພັດທະນາ ໃຫ້ບັນລຸຕາມເປົ້າໝາຍທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ໃນໂອກາດດຽວກັນນີ້, ສະຫາຍ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ມອບຄອມພິວເຕີຕັ້ງໂຕະຈໍານວນ 5 ຊຸດ ລວມ
ມູນ ຄ່າ 52 ລ້ານກວ່າກີບ ໃຫ້ ແຂວງບໍລິຄໍາໄຊ ໂດຍການກ່າວຮັບຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ-ແຂວງບໍລິຄໍາໄຊ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/02/2022