ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຂໍ້ມູນຂອງໂຮງງານເຂົ້າແຫ້ງກອງທັບ

    I. ປະຫວັດການກຳເນີດຂອງ ໂຮງງານເຂົ້າແຫ້ງ.


    ຄະນະພັກ-ຄະນະບັນຊາ ໂຮງງານເຂົ້າແຫ້ງກອງທັບ

    1. ໂຮງງານຜະລິດເຂົ້າແຫ້ງກອງທັບໄດ້ສ້າງຕັ້ງຂື້ນໃນວັນທີ່ 5 ເດືອນ 2 ປີ 1972, ຢູ່​ທີ່​ບ້ານ​ ນາ​ແທ່ນ,​ ເມື​ອງວຽງ​ໄຊ, ​ແຂວງ​ຫົວພັນ, ​ໂດຍ​ຢູ່​ພາຍ​
    ໃຕ​້ການ​ຊີ້​ນຳ-ນຳພາ​ຂອງ​ຫ້ອງ​ພະລາ​ໃນ​ເມືອ​ກ່ອນ, ຕົກ​ມາ​ຮອດ​ປີ 1974 ​– 1976 ​ໄດ້​ຍົກ​ຍ້າຍ​ມາ​ຢູ່​ ບ້ານ​ວຽງ​,​ເມືອງ​ແປກ,​​ແຂວງ​ ຊຽງຂວາງ​ ແລະ
    ປະຈຸ​ບັນຕັ້ງ​ຢູ່​:ບ້ານ ​ທ່າ​ພະ​ລານ​ໄຊ, ​ເມືອງ​ສີ​ສັດຕະ​ນາກ,​ ແຂວງ​ນະຄອນຫຼວງວຽງຈັນ, ນັບ​ຕັ້ງ​ແຕ່​ວັນທີ່ 5 ​ເດືອນ 5 ປີ 1976,​ ໂດຍ​ພາຍ​ໃຕ້ການ​ຊີ້​
    ນຳ-ນຳພາ​ຈາກ​ກົມ​ໃຫຍ່​ພະລາທິການກອງທັບ.

    2. ໂຮງງານ​ຜະລິດ​ເຂົ້າ​ແຫ້ງ​ໃນ​ເບື້ອງຕົ້ນ​ແມ່ນ​ມີ​ບົດບາດ​ແລະໜ້າທີ່ຜະລິດ​ເຂົ້າໜົມປັງ​, ​ເສັ້ນໝີ່​ເຫຼືອງ​,  ​ສີ​ເຂົ້າຮັບ​ໃຊ້​ໃຫ້​ແກ່​ແນວໜ້າ ​ແລະ​ລຽ້ງດູ​
    ຊາວອົບ​ພະ​ຍົບ,ຈຳນວນໜຶ່ງກໍ່​ໄດ້​ຂາ​ຍ​​ເຂົ້າ​ຮ້ານ​ຄ້າ​ເພື່ອ​ຮັບ​ໃຊ້​ສັງຄົມ​ທົ່ວ​ໄປ, ຈົນ​ມາ​ເຖິງ​ປີ 1992​ ​ແມ່ນ​ໄດ້​ຫັນ ປ່ຽນມາ​ຜະລິດ​ແຕ່​ເຂົ້າ​ແຫ້ງ​ເພື່ອ​ຮັບ​
    ໃຊ້​ໃຫ້​ແກ່​ກອງທັບ​ໂດຍ​ສະ​ເພາະ​ແມ່ນ​ຮັບ​​ໃຊ້ໃຫ້​ບັນດາ​ກົມ​ກອງ​ທີ່​ເຄື່ອນ​ໄຫວ​ຢູ່​ເຂດ​ຫ່າງ​ໄກ​ສອກຫ​ລີກ, ທຸລະກັນດານ​ຈົນ​ເຖິງ​ປັດຈຸບັນ.

    II. ໂຄງ​ຮ່າງ​ການຈັດ​ຕັ້ງ​ໃນ​ແຕ່ລະ​ໄລຍະ.

    III. ວຽກງານ​ວິຊາ​ສະ​ເພາະ(ສະ​ເພາະ​ປີ2015-2016)

    1. ວຽກງານ​ວິຊາ​ສະ​ເພາະ​ຕົ້ນຕໍຂອງ​ພວກ​ເຮົາ​ແມ່ນ​ຜະລິດ​ເຂົ້າ​ແຫ້ງຮັບ​ໃຊ້​ໃຫ້​ແກ່​ດ້ານ​ລົບ​ ແລະ​ຜະລິດເສັ້ນ​ເຝີ​ຊຽງຂວາງ​ເປັນວຽກ​ເສີມ​ໃນ​ເວລາ​ທີ່​
    ບໍ່​ໄດ້​ຜະລິດ​ເຂົ້າ​ແຫ້ງ.

    2. ສ່ວນ​ບ່ອນ​ຈຳໜາຍຂອງ​ພວກ​ເຮົາ​​ໂດຍສະ​ເພາະ​ເຂົ້າ​ແຫ້ງ​ແມ່ນ​ພວກ​ເຮົາ​ສົ່ງ​ສະ​ເພາະ​ໃຫ້​ແກ່​ກອງທັບ​ກໍ່ຄື​ດ້ານ​ລົບທີ່​ເຮັດ​ວຽກຢູ່​ເຂດ​ຫ່າງ​ໄກ​ສອກ
    ຫຼີກ, ທຸລະກັນດານ, ປີໜຶງສົ່ງ​ຈຳ​ນວນ: 10,000 kg – 15,000 kg/ປີ​ ແລະສ່ວນ​ເສັ້ນ​ເຝີ​ແມ່ນ​ພວກ​ເຮົາ​ໄດ້​ຈຳໜ່າຍທົວ​ໄປ​ ແລະສົ່ງ​ໃຫ້​ ຕະ
    ຫຼາດ​ໃນ​ແຕ່​ລະ​ວັນ​ເພື່ອ​ເປັນ​ການ​ຫາ​ລາຍ​ໄດ້

    IV. ວຽກງານ​ການ​ຜະລິດ

        ໃນໄລຍະຜ່ານມາພວກເຮົາກໍ່​ໄດ້​ເອົາ​​ໃຈ​ໃສ່​ຜະລິດ​ຕາມ​ທິດ​ຊີ້​ນຳ​ຂອງ​ອົງຄະນະພັກກ​ກົມ​ໃຫຍ່​ພະລາກໍ່ຄື​ກົມ​ອຸປະ​ໂພ​ກ-ບໍລິ​ໂພ​ກໃນການທຳການ
    ຜະລິດຢູ່ໃນກົມກອງພວກເຮົາໂດຍສະເພາະແມ່ນການຜະລິດເຂົ້າແຫ້ງເຊິ່ງມັນເປັນໜ້າທີ່ວຽກງານຕົ້ນຕໍຂອງກົມກອງພວກເຮົາໃນໄລຍະຜ່ານມາ
    ພວກເຮົາສາມາດຜະລິດເຂົ້າແຫ້ງໄດ້ຈຳນວນທັງໝົດ 15,213 ກິໂລ, ​ໄດ້​ລື່ນ​ຄາດໝາຍຂອງແຜນການປະຈຳ​ປີ


    ການລ້າງ ​ແລະ ມ່າ​ເຂົ້າ​ເພື່ອ​ກະກຽມ​​ເຂົ້າ​ໝໍ້​ຫຸງເຂົ້າ​ທັນ​ສະ​ໄໝ

    ເຂົ້າ​ທີ່​ມ່າ​ແລ້ວ​ມາ​ເຂົ້າ​ໝໍ້​ໜຶ້ງ​​ໃຫ້​ສຸກ ​ແລ້ວ​ຈຶ່ງ​ຜ່ານ​ຂັ້ນ​ຕອນ​ຕໍ່​ໄປ

    ​ເຂົ້າ​ທີ່​ຜ່ານ​ການ​ໜຶ້ງ​ແລ້ວ​ມາ​ວີ​ໃຫ້​ເຢັນ​ແລ້ວ​ເຮັດ​ເປັນ​ກ້ອນ​ເພື່ອ​ກຽມ​ຕາກ​ແຫ້ງ

    ​ເຮັດ​ເປັນ​ກ້ອນ​ແລ້ວ​ໃສ່​ຖາດ​ຕາກ​ແດດ​ໃຫ້​ແຫ້ງ

    ຕາກ​ເຂົ້າ​ແຫ້ງ​ເພື່ອ​ຜ່ານ​ກຳມະ​ວິທີ​ຕໍ່​ໄປ

    ການ​ໃຊ້​​ແກບ​ເພື່ອ​ກັ່ນ​ເປັນລະບົບ​ອາຍ​ນ້ຳ​​ສູນຍາກາດ​ເພື່ອ​ຊ່ວຍ​ໃນ​ການ ຫຸງ-ຕົ້ມ

    ການ​ລຳລຽງ​ເຂົ້າ​ແຫ້ງ​​ທີ່​ຕາກ​ແລ້ວ​ນຳ​ເຂົ້າ​ໃສ່​ໝໍ້​ອົບ​ໃຫ້​ໄດ້​ຕາມ​ອຸນນະພູມ​ມາ​ດຕະຖານ

    ເຂົ້າ​ແຫ້ງ​ທີ່​ຜ່ານ​ການ​ອົບ​ແລ້ວ​ປ່ອຍ​ໃຫ້​ເຢັນ​ນຳມາຫໍ່​​ໃສ່​ຖົງ

    ​​ເຂົ້າ​ແຫ້ງ​ສຳ​ເລັດ​ຮູບ​ໃສ່​ເປົາຊັ່ງ​ເພື່ອ​ກຽມ​ສົ່ງ​ອອກ​​ສະໜາມ

    v. ວຽກງານ​ຫາ​ລາຍ​ໄດ້:

         ໂດຍຖືເອົາການເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ຕາມທິດເພິ່ງຕົນເອງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງພະນັກງານນັກ
    ຮົບຢູ່ໃນກົມກອງພວກເຮົາໃນໄລຍະຜ່ານມາແມ່ນໄດ້ຖືເອົາການຕ່ຳຫູກທໍໄໝ, ເພີ່ມພູນປູກຝັງລ້ຽງສັດຕາມເງື່ອນໄຂສະພາບແວດລ້ອມຕົວຈິງຂອງ
    ໃຜລາວ ເພື່ອ ເປັນການຫາລາຍໄດ້ແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ນັບດີຂື້ນ. ນອກຈາກນີ້ແລ້ວພວກເຮົາກໍ່ຍັງໄດ້ຫາລາຍໄດ້ເຂົ້າໃນກົມກອງໂດຍ
    ຖື​ເອົາ​ການ​ຜະລິດ​ເຂົ້າ​ຊອຍ​ ແລະ​ເສັ້ນ​ເຝີ​ຊຽງຂວາງ​ອອກ​ຈຳໜາຍພາຍ​ໃນ​ກອງທັບ ​ແລະ​ທ້ອງ​ຕະຫຼາດ​ໄດ້​ຈຳນວນ 4,552 ກິ​ໂລ=34,090,000
    ກີບ, ​ເປັນກຳໄລ 16,336,00 ກີບ ​

         ນອກຈາກການຜະລິດເຂົ້າແຫ້ງຮັບໃຊ້ກອງທັບແລ້ວ, ພວກເຮົາກໍ່ຍັງຈັດຕັ້ງໃຫ້ອ້າຍນ້ອງຂາຍເຄື່ອງຍ່ອຍຕື່ມເຊັ່ນ: ເຂົ້າຊອຍ, ເຝີຊຽງຂວາງ.....
    ເພື່ອສ້າງລາຍຮັບໃຫ້ກົມກອງເປັນຈຳນວນ  3,578,000 ກີບ.
    . ການ​ຜະລິດເສັ້ນ​ເຝີຊຽງ​ຂວາງ:


    ນຳ​ເຂົ້າ​ມາ​ຕົ້ມ​ໃຫ້​ໄດ້​ຕາມ​ທີ່​ໄດ້​ກຳນົດ​ໄວ້

    ນຳ​ເຂົ້າ​ທີ່​ຕົ້ມ​ແລ້ວ​ນັ້ນ​ມາ​ກິ້ງ​ໃຫ້​ເປັນ​ແຜ່ນ​​ໃສ່​ແຕະເພື່ອ​ກຽມ​ຕາກ​ແດດ

    ຕາກ​ເຝີ​​​​ແຜ່ນ​ໃຫ້​ແຫ້ງກຽມ​ເຂົ້າ​ໂຮງ​ຊອບ

    ເຝີແຜ່ນທີ່ຕາກແຫ້ງໄດ້ຕາມມາດຕະຖານແລ້ວມາເຂົ້າໂຮງຊອຍຜະລິດ ເສັ້ນເຝີຊຽງຂວາງ

         ພ້ອມນັ້ນສາມອົງການຈັດຕັ້ງມະຫາຊົນເຊັ່ນຊາວໜຸ່ມ, ແມ່ຍິງ, ກຳມະບານ ກໍ່ຍັງໄດ້ພ້ອມກັນເອົາໃຈໃສ່ຫາລາຍໄດ້ຕາມເງື່ອນໄຂໃນປີຜ່ານມາ.
    ສາມອົງຈັດຕັ້ງມະຫາຊົນສາມາດຫາລາຍໄດ້ຈຳນວນ : 5,538,000 ກີບ, ສະຫຼຸບລວມແລ້ວໃນປີຜ່ານມາພວກເຮົາສາມາດຫາລາຍໄດ້ຈາກດ້ານ
    ຕ່າງໆລວມເປັນເງິນທັງໝົດ: 25,452,000 ກີບ.ຄິດສະເລ່ຍຫົວຄົນໜຶ່ງໄດ້ຮັບ: 900,000 ກີບ/ຄົນ/ປີ.ຖືວ່າໄດ້ຕາມແຜນການຂອງກົມໃຫຍ່
    ພະລາທິການໄດ້ກຳນົດອອກ.

         ນອກຈາກນັ້ນແລ້ວພວກເຮົາກໍ່ຍັງມີກອງທຶນຊ່ວຍເຫຼືອເຊິງກັນ ແລະກັນເຊິ່ງປະຈຸບັນກອງທຶນຂອງພວກເຮົາມີສະມາຊິກກອງທຶນທັງໝົດ 24
    ສະຫາຍ, ແຕ່ລະສະຫາຍຕ້ອງເສຍເງິນເຂົ້າກອງທຶນ 3000ກີບ/ຄົນ/ເດືອນ. ເຊິງປະຈຸບັນພວກເຮົາສາມາດສ້າງກອງທຶນໄດ້ 13,371,000 ກີບ.

    . ການ​ຜະລິດ​ເຂົ້າ​ຊອຍ:


    ​ການໂມ້​​ເຂົ້າເພື່ອ​ກຽມຜະລິດ​ເຂົ້າ​ຊອຍ

    ຫຼັງ​ຈາກ​ຕົ້ມ​ແລ້ວ​​ເຂົ້າ​ໂຮງ​ອັດ​ແຜ່ນ​ເຂົ້າ​ຊອຍ​ແລ້ວ​ນຳ​ມາ​ໃຫ້​ເປັນ​ເຂົ້າ​ຊອຍ​ສຳ​ເລັດ​ຮູບ

    ເຂົ້າ​ຊອຍ​ທີ່​ສຳ​ເລັດ​ຮູບກຽມ​ຫໍ່​ໃສ່​ຖົງ​ເພື່ອ​ຈຳໜ່າຍທ້ອງ​ຕະຫຼາດ

    ຂາຍ​ເຄື່ອງ​ຍ່ອຍ​ຫາ​ລາຍ​ໄດ້​ເຂົ້າ​ກົມ​ກອງ

    VI. ວຽກງານ​ປິ່ນອອ້ມ (ສະ​ເພາະ​ປີ 2015-2016)

    1. ວຽກງານ​ຂະ​ບວນກິລາ​ສີ​ລະ​ປະ​ວັນນະຄະດີ.

         ໄລຍະ​ຜ່ານ​ມາ​ດ້ານ​ວຽກ​ງານ​ຂະ​ບວນການ​ກິລາ​ ແລະ​ສີ​ລະ​ປະ​ວັນນະຄະດີ​ພວກ​ເຮົາ​ກໍ່​ໄດ້​ເອົາ​ໃຈ​ໃສ່​ສ້າງ​ຂະ​ບວນການ​ຕ່າງ​ໆເຊັນ: ຂະບວນການ​
    ກິລາສີ​ລະ​ປະ​ວັນນະຄະດີ ​ແລະ​ຂະ​ບວນການ​ອອກ​ແຮງ​ງານ​ຕ່າງໆ, ພວກ​ເຮົາ​ກໍ່​ໄດ້​ເອົາ​ໃຈ​ໃສ່​ເຄື່ອນ​ໄຫວ​ຢ່າງ​ແຂງ​ແຮງ​ໂດຍ​ສະ​ເພາະ​ແມ່ນ​ຂະ​ບວນການ
    ​ກິລາ​ພວກເຮົາ​ກໍ່​ໄດ້​ເອົາ​ໃຈ​ໃສ່​ເຄື່ອນ​ໄຫວ​ຢູ່​ທັງ​ພາຍ​ໃນ ​ແລະ​ພາຍ​ນອກ​ໄດ້​ຢ່າງ​ເປັນ​ປົກກະຕິ​ ແລະ​ໃນ​ແຕ່ລະ​ເດືອນ​ພວກ​ເຮົາ​ກໍ່​ໄດ້​ສ້າງ​ຂະ​ບວນການ​
    ແຂ່ງ​ຂັນ​ເຕະບານ​ມິດຕະພາບ​ກັບ ປກສ ກຸ່ມ​ວັດນາ​ກ 1 ຄັ້ງ/​ເດືອນ, ພ້ອມ​ກັນ​ນັ້ນ​ພວກ​ເຮົາ​ກໍ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ທີ່​ກົມ​ໃຫຍ່​ພະລາ​ຈັດ​ຂື້ນ
    ທຸກ​ຄັ້ງ​ ແລະ ​ສາມາດຍາດ​ມາໄດ້ລາງວັນ​ທີ່ 2 /1ຄັ້ງ,ລາງວັນ​ທີ່ 2 ປະ​ເພດ​ຍິງ1 ຄັ້ງ.


    ການ​ອອກກຳລັງ​ກາຍ​ເພື່ອ​ສຸຂະພາບ​ຂອງ​ສະຫະພັນ​ແມ່ຍິງ​ກົ​ມ​ໃຫຍ່​ພະລາທິການ​ກອງທັບຕ້ອນຮັບ​ວັນ​ແມ່ຍິງ​ສາກົນ
    ຢູ່ ​ເດີ່ນ​ກົມ​ໃຫຍ່​ພະລາທິການ​ກອງທັບ ຄັ້ງ​ວັນ​ທີ 27/02/2016

     ​ຖັນ​ແຖວ​ຂອງ​ແຕ່​ລະ​ກົມ​ກອງ​ຜະລິດ​​ໃນ​ເວລາ​ເປີດ​ພິທີ​ແຂ່ງຂັນ​ກິລາກຳມະບານ​ ທົ່ວ​ກອງທັບ
    ຕ້ອນຮັບ​ວັນຊາດ​ທີ 2 ທັນວາ ຄົບຮອບ 40 ປີ ( 1975-2015 )

    ນັກ​ກິລາ​​ໂຮງງານ​ເຂົ້າ​ແຫ້ງກອງທັບ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ກຳມະບານ​ ທົ່ວ​ກອງທັບ
    ຕ້ອນຮັບ​ວັນຊາດ​ທີ 2 ທັນວາ ຄົບຮອບ 40 ປີ ( 1975-2015 )

    ນັກ​ກິລາ​​ບານຕີຊາຍ ໄດ້ລາງວັນທີ 2 ແລະ ບານຕີຍິງໄດ້ລາງວັນທີ 2 ໃນການ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​
    ກຳມະບານ​ ທົ່ວ​ກອງທັບ ຕ້ອນຮັບ​ວັນຊາດ​ທີ 2 ທັນວາ ຄົບຮອບ 40 ປີ ( 1975-2015 )
    ໃນວັນທີ 25/04/2014 ເຊິ່ງຈັດຂຶ້ນຢູ່ ກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ

    VII. ຜົນງານການຍ້ອງຕ່າງໆ.


     ຍ້ອງຍໍຜົນງານ 5 ປີ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ

    - ໄດ້ຮັບຮອງເປັນກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 2 ສະໄໝຕິດຕໍ່ກັນ.
    - ໄດ້ຮັບໃບຍ້ອງຍໍຈາກລັດທະບານຈຳນວນ  2 ໃບ.
    - ໄດ້ຮັບໃບຍ້ອງຍໍຈາກກະຊວງປ້ອງກັນປະເທດຈຳນວນ  5  ໃບ.
    - ໄດ້ຮັບໃບຍ້ອງຍໍຈາກກົມໃຫຍ່ການເມືອງກະຊວງປ້ອງກັນປະເທດຈຳນວນ 8 ໃບ.