ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນນ້ອຍ 13 ທີ່ຂຶ້ນກັບກອງພົນທີ 1 ໄດ້ຮັບການຢັ້ງຢືນ
ເປັນກອງວັດທະນະທຳສະໄໝທີ I


ສະຫາຍ ພັນໂທ ວົງຈັນ ພັນຈັນທະມານ ມອບໃບຢັ້ງຢືນກອງວັດທະນະທຳໃຫ້ແກ່ກອງພັນນ້ອຍ 13

     ໃນວັນທີ 13 ພຶດສະພາ 2019 ຜ່ານມານີ້ກອງພົນທີ 1ໄດ້ຈັດພິທີຮັບຮອງ ແລະ ຢັ້ງຢືນເອົາກອງພັນນ້ອຍ 13 ເປັນກອງວັດທະນະທຳ-ນັກຮົບວັດທະນະທໍາສະໄໝທີ I
ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພັນໂທ ວົງຈັນ ພັນຈັນທະມານ ຄະນະປະຈຳພັກກອງພົນ, ຫົວໜ້າຫ້ອງການເມືອງກອງພົນທີ 1, ມີພະແນກການທີ່ກ່ຽວຂ້ອງ,
ອຳນາດການປົກຄອງບ້ານ ໄກ້ຄຽງ, ຊາວໜຸ່ມ, ສະຫະພັນ ແລະ ນ້ອງນ້ອຍນັກຮຽນ ຈາກ ມສ ບ້ານ ຊ່ວງ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ໄຊຊະນະ ໄຊຍະສຸກ ຫົວໜ້າພະແນກໂຄສະນາ-ອົບຮົມກອງພົນທີ 1 ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອານຸມັດໃຫ້ກອງພົນທີ 1 ຮັບຮອງ
ແລະ ຢັ້ງຢືນເອົາກົມກອງວັດທະນະທຳຂັ້ນຂອງຕົນໃນສົກປີ 2018, ໂດຍອີງຕາມທິດທາງແຜນນະໂຍບາຍໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ເປັນກອງທັບປະ
ຕິວັດ ທີ່ມີແບບແຜນທັນສະໄໝ ແລະ ການປະຕິບັດຂໍ້ກຳນົດຂອງກະຊວງປ້ອງກັນປະເທດວ່າດ້ວຍຂອບເຂດສິດໃນການກວດກາ, ຄັດເລືອກ ແລະ ຕົກລົງຢັ້ງຢືນນັກຮົບ
ແລະ ກົມກອງວັດທະນະທຳໃນກອງ ທັບປະຊາຊົນລາວ.

     ໂອກາດດັ່ງກ່າວນີ້, ສະຫາຍ ພັນໂທ ວົງຈັນ ພັນຈັນທະມານ ກໍໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາກອງພົນທີ 1 ມອບໃບຢັ້ງຢືນກອງວັດທະນະທຳໃຫ້ແກ່ກອງພັນ
ນ້ອຍ 13 ຢ່າງສົມກຽດພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ຕະຫຼອດຮອດພະນັກງານ-ນັກຮົບທຸກສະຫາຍຈົ່ງພ້ອມກັນເພີ່ມທະວີຄວາມ ສາມັກຄີເປັນ
ເອກະພາບພາຍໃນຄະນະ, ມີຄວາມສາມັກຄີພາຍໃນກົມກອງໃຫ້ແໜ້ນແກ່ນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນໃຫ້ແຕກດອກອອກຜົນ ແລະ ມີຜົນງານໃຫຍ່
ຫຼວງກວ່າເກົ່າ.