ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານແຂວງບໍລິຄຳໄຊ ແລະ ກອງບັນຊາການ
ທະຫານແຂວງຮ່າຕິ່ງ ສສ ຫວຽດນາມ ແລກປ່ຽນບົດຮຽນຮອບດ້ານນຳກັນ


ພົນຈັດຕະວາ ຈວງຈັນ ລາດຊະວົງ ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນຮອບດ້ານ
ກັບກອງບັນຊາການທະຫານແຂວງ ຮ່າຕິ່ງສສຫວຽດນາມ ຢູ່ກອງບັນຊາການທະຫານແຂວງ ບໍລິຄຳໄຊ

     ໃນວັນທີ 6 ພຶດສະພາ 2019 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງ ບໍລິຄຳໄຊ ໄດ້ມີກອງປະຊຸມ ແລກປ່ຽນບົດຮຽນຮອບດ້ານກັບກອງບັນຊາການທະຫານແຂວງ
ຮ່າຕິ່ງ ສສ ຫວຽດນາມຂຶ້ນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ
ກອງບັນຊາການທະຫານແຂວງ ບໍລິຄຳໄຊ ແລະ ສະຫາຍ ພັນເອກ ເຈີນວັນເຊີນ ກຳມະການຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງ ຮ່າຕິ່ງ ສສ
ຫວຽດນາມ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.

     ໃນກອງປະຊຸມທັງສອງຝ່າຍໄດ້ລາຍງານສະພາບການດ້ານຕ່າງໆໃຫ້ກັນ ແລະ ກັນຊາບ ພ້ອມທັງຕີລາ ຄາຄືນບັນດາໝາກຜົນທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ
ເປັນຕົ້ນແມ່ນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການເຄື່ອນໄຫວຕອບຕ້ານອິດທິກຳລັງປໍລະປັກຮ່ວມມືກັນຕ້ານການຄ້າຂາຍເຖື່ອນຢູ່ໃນບໍລິ ເວນຊາຍແດນ
ຂອງສອງປະເທດ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງວັດທະນະທຳສັງຄົມມີຄວາມສະຫງົບເສດຖະກິດມີການຂະຫຍາຍຕົວເຮັດໃຫ້ເສັ້ນຊາຍແດນມີ
ສັນຕິພາບມິດຕະພາບ ແລະ ຂະຫຍາຍຕົວດີຂຶ້ນກ່ວາເກົ່າ, ກອງບັນຊາການທະຫານແຂວງ ບໍລິຄຳໄຊ ຈະສືບຕໍ່ຮ່ວມມືໃນການເກັບກຳຂໍ້ມູນ ແລະ ຂຸດຄົ້ນອັດຖິທະຫານ
ອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ຂອບເຂດແຂວງ ບໍລິຄຳໄຊ ກັບຄືນປະເທດໃຫ້ໄດ້ຮັບໝາກຜົນສູງ, ໃນກອງປະຊຸມຝ່າຍທະ
ຫານແຂວງ ບໍລິຄຳໄຊ ຍັງໄດ້ສະເໜີໃຫ້ຝ່າຍກອງບັນຊາການທະຫານແຂວງ ຮ່າຕິງ ຊ່ວຍກໍ່ສ້າງພະນັກງານທີ່ເຮັດວຽກງານພະລາທິການ-ເຕັກນິກຈຳນວນ 20 ສະຫາຍ,
ຊ່ວຍເຫຼືອກໍ່ສ້າງປັບປຸງໂຮງໝໍ 30 ຕຽງ, ຊ່ວຍເຫຼືອທຶນກໍ່ສ້າງແພດຊັ້ນສູງ ຫຼື ປະລິນຍາຕີ 1-2 ທຶນ ແລະ ສືບຕໍ່ຊ່ວຍເຫຼືອ 2 ທຶນ ເພື່ອຮຽນພາສາຫວຽດນາມທີ່ໂຮງຮຽນ
ວິທະຍາໄລຮ່າຕິ່ງ, ສືບຕໍ່ຮ່ວມມືອຳນວຍຄວາມສະດວກໃນການກໍ່ສ້າງປັບປຸງສະຖານທີ່, ເຮືອນນອນໃຫ້ໜ່ວຍປະຕິບັດງານພິເສດແຂວງ ຮ່າຕິ່ງໃຫ້ສຳເລັດຕາມແຜນ
ການ, ກອງບັນຊາການທະຫານແຂວງ ບໍລິຄຳໄຊ ຍັງໄດ້ຍີນດີຊ່ວຍເຫຼືອ ທຶນຮຽນພາສາລາວໃຫ້ແກ່ພະນັກງານກອງບັນຊາການທະຫານແຂວງ ຮ່າຕິ່ງ 1-2 ທຶນ ເພື່ອໄປ
ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ, ກອງປະຊຸມດັ່ງກ່າວ ທັງສອງຝ່າຍຍັງຈະໄດ້ເປັນເອກະພາບສືບຕໍ່ດຳເນີນກອງປະຊຸມ ແລກປ່ຽນບົດຮຽນໃນປີຕໍ່ໄປ ເຊິ່ງຈະຈັດຂຶ້ນທີ່
ກອງບັນຊາການທະຫານແຂວງ ຮ່າຕິ່ງ ສສ ຫວຽດນາມ ເປັນເຈົ້າພາບໃນປີ 2020.