ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະຫວັດຄວາມເປັນມາຂອງໂຮງງານຕັດຫຍິບເລກ 1 ກອງທັບ

I. ໄລຍະເບື້ອງຕົ້ນສ້າງຕັ້ງໂຮງງານ:

     ສະໄໝຕໍ່ສູ້ປົດປ່ອຍຊາດໂດຍອີງຕາມມະຕິຕົກລົງຂອງຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ. ຕົກລົງສ້າງຕັ້ງໜ່ວຍຫຍິບແສ່ວໜຶ່ງຂຶ້ນຢູ່
ໃນກອງທັບ, ໜ້າທີ່ການເມືອງ: ເພື່ອເຮັດໜ້າທີ່ຮັບໃຊ້ຕາບຈູນເຄື່ອງນຸ່ງຫົ່ມຂອງອ້າຍນ້ອງມາແຕ່ແນວໜ້າກໍ່ຄືພະນັກງານປະຈໍາສໍານັກງານ-ອົງການໜ່ວຍ
ງານນີ້ໄດ້ຮັບການສ້າງຕັ້ງຂື້ນຢ່າງເປັນທາງການໃນວັນທີ 9 ກັນຍາ 1963.

     ການປະກອບພະນັກງານ-ກໍາມະກອນລວມມີ 19 ສະຫາຍມີທັງເພດຍິງແລະເພດຊາຍໃນນັ້ນຄະນະພັກ-ຄະນະບັນຊາ 3 ສະຫາຍຄື:

1) ສະຫາຍ ຄໍາພອນ ເປັນຫົວໜ້າຊີ້ນໍາລວມ

2) ສະຫາຍ ບົວຈັນ ເປັນການເມືອງ

3) ສະຫາຍ ສົມສັກ ເປັນຮອງຮັບຜິດຊອບວິຊາສະເພາະ

     ເຄື່ອງຈັກປະກອບມີ 11 ເຄື່ອງຢຽບດ້ວຍແຮງງານເທົ່ານັ້ນ (ບໍ່ໄດ້ໃຊ້ເຄື່ອງໂມເຕີໄຟຟ້າ).
     ການຜະລິດເຄື່ອງນຸ່ງຫົ່ມຕ່າງໆຈຸດໜັກເລ່ັງໃສ່ການສຶກສາອົບຮົມໃຫ້ ພະນັກງານ - ກໍາມະ ກອນຮູ້ຫຍິບ, ຮູ້ຕາບຈູນເປັນພື້ນຖານໃຫ້ເຂົາເຈົ້າສາມາດ
ຂະຫຍາຍທາງດ້ານເຕັກນິກ, ວິຊາສະເພາະວິຊາການໃນການຕັດແລະຫຍິບ. ພ້ອມກັນນັ້ນກໍ່ໄດ້ຕາບຈູນໂສ້ງເສື້ອພະນັກງານ-ນັກຮົບເພື່ອເຮັດໜ້າທີ່ເຄື່ອນ
ໄຫວສູ້ຮົບປົດປ່ອຍຊາດ.

II. ໄລຍະທີ2:

1. ມາຮອດປີ 1964 –1965 ຍ້ອນສະພາບສົງຄາມ ນັບມື້ຮ້າຍແຮງ ແລະດຸເດືອດຂື້ນ, ການສູ້ຮົບປົດປ່ອຍໄດ້ມີການຜັນແປໄປຢ່າງຮ້າຍແຮງ ມີທັງຜົນ
ຮ້າຍ ແລະມີຜົນດີໃຫ້ແກ່ກໍາລັງພວກເຮົາ. ພວກຈັກກະພັດອາເມລິກາ ແລະລູກແຫຼ່ງຕີນມືຂອງພວກເຂົາໄດ້ສ່ົງກໍາລັງທະຫານຂຶ້ນໄປບຸກຕີບຽດຢຶດເຂດປົດ
ປ່ອຍນັບມື້ຮ້າຍແຮງ ແລະດຸເດືອດ. ພວກເຂົາເພີ່ມກຳລັງແຕ່ 3 ເຖິງ 5 ກອງພັນບຸກຕີບຽດຢຶດຕາມຈຸດຢຸດທະສາດສຳຄັນຕ່າງໆ ແລະເຂດຈັ້ງທ່າຂອງພວກ
ເຮົາ, ຕໍ່ຈາກນັ້ນມັນໄດ້ໃຊ້ກໍາລັງທະຫານຮາບ, ກໍາລັງໄຟທຸກຊະນິດຍິງທໍາລາຍຈຸດທີ່ຕັ້ງຂອງກໍາລັງພວກເຮົາ ຢືນຕໍ່ໜ້າສະພາບການດັງກ່າວສູນກາງກໍ່ຄືກອງ
ບັນຊາການສູງສຸດຈຶ່ງໄດ້ຍົກຍ້າຍ ມາຕັ້ງຢູ່ຖໍ້າເສນາຮັກໃນເວລານັ້ນຈໍານວນພົນໄດ້ເພີ່ມຂຶ້ນ 20 ສະຫາຍ, ມີຊ່ຽວຊານ 2 ສະຫາຍ: ເປັນຍິງ 1 ສະຫາຍ.

2. ປີ 1965 ໂດຍປະຕິບັດຕາມຄໍາສັ່ງຂອງສູນກາງ ແລະກອງບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ເພື່ອສອດຄ່ອງກັບໜ້າທີ່ການເມືອງຈຶ່ງ
ໄດ້ຕົກລົງຍົກຍ້າຍໜ່ວຍຫຍິບແສ່ວກອງທັບປະຊາຊົນລາວ ໄປຂຶ້ນກັບປົກຄອງ ແລະຈັດຕັ້ງຄະນະກວດກາຊອກຫາຖໍ້າທີ່ເໝາະສົມເພື່ອຍົກຍ້າຍສໍານັກງານ
ໄປຢູ່ຖໍ້າເພື່ອຄວາມປອດໄພ.

3. ທ້າຍປີ 1966 ສະພາບການຍິງທໍາລາຍທາງອາກາດຂອງຈັັກກະພັດອາເມລິກາ ແລະລູກມືໄດ້ເພີ່ມທະວີຂຶ້ນສູ່ຈຸດສູງ, ບໍ່ວ່າຢູ່ແນວໜ້າຫຼືແນວຫລັງພວກ
ເຂົາໄດ້ໃຊ້ຍົນເປັນຝູງນັບທັງ ເບ 52 (B 52) ຍິງທໍາລາຍເຂດປົດປ່ອຍທັງເວັນ ແລະຄືນ. ດັ່ງນັ້ນ, ກອງບັນຊາການສູງສຸດຈຶ່ງໄດ້ມີຄໍາສັ່ງ: ກາງເວັນໃຫ້
ຫລົບຫລີກເຂົ້າໄປຢູ່ຖໍ້າເພື່ອຮັບປະກັນຄວາມປອດໄພ ແລະສ່ວນກາງຄືນ ເລີ່ມແຕ່ 19:30 ໂມງຫາ 21:30 ໂມງແມ່ນທໍາການຜະລິດເຄື່ອງນຸ່ງຕາມທິດຊີ້
ນໍາຂອງ  ຂັ້ນເທິງ, ໜ້າທີ່ຂອງໜ່ວຍຫຍິບແສ່ວເວລານັ້ນແມ່ນ:

III. ໄລຍະທີ 3:

     ທ້າຍປີ 1966 ແລະຕົ້ນປີ 1967 ສູນກາງ ແລະກອງບັນຊາການສູງສຸດໄດ້ຕີລາຄາສະພາບການຍິງທໍາລາຍໃນຕໍ່ໜ້າຈະຮ້າຍແຮງກວ່າເກົ່າຫລາຍເທົ່າ,
ເຖີງວ່າຈັກກະພັດອາເມລິກາ ແລະລູກແຫລ່ງຕີນມືຈະຖືກປາລະໄຊກໍ່ຕາມ, ແຕ່ເຂົາກໍ່ຍິ່ງເພີ່ມທະວີກະຫາຍສົງຄາມທໍາລາຍທາງອາກາດຢ່າງຂະໜາດໃຫຍ່.
ຕໍ່ໜ້າສະພາບການດັ່ງກ່າວສູນກາງພັກກອງບັນຊາການທະຫານສູງສຸດໄດ້ຕົກລົງໃຫ້ຫ້ອງພະລາທິການສົມທົບກັັບຫ້ອງການເສດຖະກິດສູນກາງຍົກຍ້າຍ
ຫຍິບແສ່ວອອກຈາກທີ່ຕັ້ງສໍານັກງານເກົ່າໄປຢູ່ຖໍ້າແຫ່ງໜຶ່ງຢູ່ນາແມວຕິດກັບຊາຍແດນ ສສ ຫວຽດນາມທີ່ບ້ານນາແມວຂຶ້ນກັບຝ່າຍປົກຄອງຊົ່ວຄາວ
ເພື່ອຫລີກຈາກການທໍາລາຍທາງອາກາດຂອງຈັກກະພັດອາເມລິກາ ແລະລູກແຫລ່ງຕີນມືຂອງພວກມັນ.

     ສະພາບການໄດ້ມີການຫັນປ່ຽນຈາກສົງຄາມໄປສູ່ສັນຕິພາບ (ຢຸດຍິງ). ຈັກກະພັດອາເມລິກາ ເຊັນສັນຍາເຊີແນວຍອມຖອນທັບ ແລະອຸປະກອນສົງ
ຄາມກັບຄືນປະເທດຢ່າງບໍ່ມີເງື່ອນໄຂ. ຕໍ່ສະພາບການດັ່ງກ່າວຫ້ອງພະລາທິການທະຫານກອງທັບປົດປ່ອຍປະຊາຊົນລາວໄດ້ມີຄໍາສັ່ງຍ້າຍໜ່ວຍຫຍິບແສ່ວ
ກັບຄືນມາຢູ່ທີ່ຕັ້ງໃໝ່ ແລະຖອນອອກຈາກຝ່າຍປົກຄອງມາຕັ້ງຢູ່ບ້ານນາແທນເມືອງວຽງໄຊ, ເມື່ອໄດ້ຮັບຄໍາສັ່ງດັ່ງກ່າວກໍ່ໄດ້ຍົກຍ້າຍມາຢູ່ທີ່ຕັ້ງໃໝ່ທັນທີ
ໂລດ ແລະກໍ່ໄດ້ລົງມືກໍ່ສ້າງສະຖານທີ່ໂຮງຈັກ-ໂຮງງານ, ຕິດຕັ້ງເຄື່ອງຈັກເຮືອນພັກເຊົາຂອງພະນັກງານ-ກໍາມະກອນ, ສ້າງສາງເກັບມ້ຽນເຄື່ອງ ແລະສີ່ງທີ່ຈໍາ
ເປັນຈໍານວນໜຶ່ງ. ຈາກນັ້ນກໍ່ໄດ້ປັບປຸງການຈັດຕັ້ງຢູ່ກົມກອງ ແລະໄດ້ຈັດຕັ້ງເປັນໝູ່, ໝວດ, ເປັນກອງຮ້ອຍເອີ້ນວ່າ: ກອງຮ້ອຍຫຍິບແສ່ວຂອງກອງທັບ
ປົດປ່ອຍປະຊາຊົນລາວ. ພາຍຫຼັງປັບປຸງການຈັດຕັ້ງແລ້ວກໍ່ໄດ້ເປີດການຮໍ່າຮຽນວິຊາສະເພາະ, ວິຊາການ ແລະຮຽນການເມືອງໄປພ້ອມກັນ, ໃນເວລານັ້ນ
ແມ່ນເລັ່ງໃສ່ການສຶກສາການເມືອງແນວຄິດໃຫ້ພະນັກງານ-ກໍາມະກອນຮູ້ໄດ້ສະພາບການ ແລະໄຊຊະນະໃນການຕໍ່ສູ້ປົດປ່ອຍຊາດເປັນເວລາຫຼາຍສິບປີ
ໃນທີ່ສຸດພວກເຮົາໄດ້ຮັບໄຊຊະນະຢ່າງສົມບຸນ ເປັນເງື່ອນໄຂໃຫ້ແກ່ກໍາລັງໃຈຕໍ່ພະນັກງານ-ນັກຮົບ ແລະປະຊາຊົນບັນດາເຜົ່າໃນທົ່ວປະເທດກ້າວໄປເຖີງ
ການຢຶດອໍານາດຢ່າງສົມບູນໃນເວລານັ້ນມີຈໍານວນພົນທັງໝົດ 40 ຄົນ ແລະມີຄະນະບັນຊາ 3 ສະຫາຍຄື:

IV. ໄລຍະທີ່4

     ແຕ່ປີ 1973-1975 ໃນເວລານັ້ນການຜະລິດຍັງບໍ່ທັນຫລາຍຕົ້ນຕໍແມ່ນເລັ່ງໃສ່ການຮໍ່າຮຽນທາງດ້ານເຕັກນິກວິຊາການ, ຮຽນການເມືອງ, ຮຽນວິ
ຊາສະເພາະເພື່ອລໍຖ້າສະພາບການ ແລະລໍຖ້າຄໍາສັ່ງຂັ້ນເທີງ. ຮອດປີ 1975 ພາຍຫລັງຢຶດອໍານາດທົ່ວປະເທດແລ້ວໃນວັນທີ 10 ມີນາ 1976  ກອງຮ້ອຍ
ຫຍິບແສ່ວໄດ້ຮັບຄໍາສັງຈາກຫ້ອງພະລາທິການກອງທັບປົດປ່ອຍປະຊາຊົນລາວ, ໃຫ້ຍົກຍ້າຍລົງມານະຄອນຫລວງວຽງຈັນຕັ້ງຢູ່ຄ້າຍກາຟ້າເຊີງແມ່ນໂຮງ
ງານຕັດຫຍິບຂອງທະຫານຝ່າຍວຽງຈັນເກົ່າ ເວລາລົງມາມີຈໍານວນພຽງແຕ່ 40 ສະຫາຍ.

     ພາຍຫລັງໄດ້ຮັບການປັບປຸງຊັບຊ້ອນການຈັດຕັ້ງຄືນໃໝ່ແລ້ວຈໍານວນພົນເພີ່ມຂຶ້ນມີ 165 ສະຫາຍ, ມີຈັກຫຍິບຮັບໃຊ້ການຜະລິດເພີ່ມຂຶ້ນ 125
ເຄື່ອງ ແລະກໍ່ໄດ້ປ່ຽນຊື່ຈາກກອງຮ້ອຍຫຍິບແສ່ວກອງ ທັບປະຊາຊົນລາວ ເປັນໂຮງງານຫຍິບແສ່ວກອງທັບຮັບປະກັນຫຍິບເຄື່ອງນຸ່ງຫົ່ມໃຫ້ກອງທັບ, ຜະ
ລິດແບບບໍລິຫານ. ໄລຍະແຕ່ປີ 1976-1988 ແມ່ນເຄື່ອງຜະລິດແບບບໍລິຫານ, ຈໍານວນພະນັກງານ-ກໍາມະກອນກໍ່ໄດ້ເພີ່ມຂຶ້ນຫລາຍກ່ວາເກົ່າ ແລະສຶກ
ສາຍົກລະດັບທາງດ້ານວິຊາສະເພາະ-ວິຊາການໂດຍຝຶກອົບຮົມກັບທີ່ ສ້າງເອົາເອງໄດ້ 03 ຊຸດ.

     ແຕ່ປີ 1988-1990 ໂດຍປະຕິບັດຕາມແນວທາງແຜນນະໂຍບາຍຂອງ ພັກ-ລັດ ແລະກະຊວງປ້ອງກັນປະເທດ, ຫັນການຜະລິດແບບເກົ່າໄປສູ່ການ
ຜະລິດແບບໃໝ່ແບບວິສາຫະກິດເພິ່ງຕົນເອງກຸ້ມຕົນເອງ, ມີການໄລ່ລຽງ ແລະເສຍພັນທະໃຫ້ລັດ. ໃນໄລຍະນີ້ພະນັກງານ-ກໍາມະກອນກໍ່ໄດ້ເພີ່ມຂື້ນ 558
ຄົນ, ນໍາໃຊ້ເຄື່ອງຈັກທີ່ທັນສະໃໝລະບົບຫຍິບເປັນຕ່ອງໂສ້ມີ 226 ເຄື່ອງບວກເຄື່ອງຈັກຫຍິບຂອງບຸກຄົນລວມມີ 300 ເຄື່ອງ.

V. ໄລຍະທີ5:

      ຫຍິບໝວກທະຫານ                      ຫຍິບບາແລ໋ກບ່າ

1. ເພື່ອປະຕິບັດຕາມຄໍາສັ່ງຂອງກະຊວງປ້ອງກັນປະເທດໃຫ້ປັບປຸງຊັບຊ້ອນໂຮງງານຄືນໃໝ່ທາງດ້ານການຈັດຕັ້ງກົມໃຫຍ່ພະລາທິການກອງທັບ ໃຫ້ດໍາ
ເນີນການຜະລິດເຮັດເປັນຜຽນຄື: ຜຽນຫຍິບກາງເວັນແຕ່ 8:00 ໂມງ-14:00 ໂມງ ແລະຜຽນຫຍິບກາງຄືນແຕ່ 14:00 ໂມງຫາ 20:00 ໂມງ, ພ້ອມນີ້
ຍັງມີໜ່ວຍແທກ-ຕັດເຄື່ອງໃຫ້ນາຍ ແລະພົນທະຫານທີ່ນຸ່ງເຄື່ອງນໍ້າເບີບໍ່ໄດ້,ພ້ອມກັນນັ້ນກໍ່ຍັງມີໜ່ວຍຜະລິດກາໝາຍແຂນເສື້ອ, ກາໝາຍຊື່ໂຮງງານ, ມີ
ເຄື່ອງຈັກທັນສະໄໝສາມາດຜະລິດໄດ້ທຸກແບບ. ພາຍຫລັງການຈັດຕັ້ງຄະນະອໍານວຍການແລ້ວໄດ້ປັບປຸງລະບົບຈັດຕັ້ງຕ່າງໆຄືນໃໝ່ຈໍານວນໜຶ່ງເພື່ອໃຫ້
ສອດຄ່ອງກັບສະພາບຕົວຈິງໃນການເຄື່ອນໄຫວຜະລິດໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ.ໄດ້ປັບປຸງການຫຸ້ມຫໍ່ໃຫ້ໄດ້ມາດຖານສາກົນ, ຮັບປະກັນໃນ
ການຂົນສົ່ງ, ເກັບມ້ຽນ ແລະເບີກຈ່າຍໄດ້ສະດວກສະບາຍດີຂຶ້ນ.ສາມາດຄົ້ນຄວ້າອອກແບບໃໝ່ເຄື່ອງນາຍ ແລະພົນທະຫານໄດ້ຈໍານວນໜຶ່ງສະເໜີຕໍ່
ທາງຂັ້ນເທິງຕົກລົງອານຸມັດໃນເວລາຈັດຕັ້ງການສະເຫລີມສະຫລອງວັນສ້າງຕັ້ງກອງທັບຄົບຮອບ 50 ປີ ແລະມີອັນໃໝ່ກ່ຽວກັບຮູບຊົງເຄື່ອງຕ່າງໆໃຫ້
ສອດຄ່ອງກັບສະພາບຕົວຈິງ.

     ປະຈຸ​ບັນ​ໂຮງງານ​ຕັດຫຍິບ​ເລກ 1 ກອງທັບ. ມີຈຳນວນພົນທັງໝົດ 515 ສະຫາຍ, ຍິງ 464 ສະຫາຍ, ມີຄະນະອຳນວຍການ 4 ສະຫາຍ, ຫົວໜ້າ
ອຳນວຍການ 1 ສະຫາຍ, ຮອງອຳນວຍ 3 ສະຫາຍ, ມີ 6 ພະແນກການ ແລະ16 ຂະແໜງ, ຊັ້ນນາຍທະຫານ ແຕ່ຮ້ອຍຕີ ເຖິງ ພັນເອກ 170 ສະຫາຍ,
ຊັ້ນນາຍສິບ 208 ສະຫາຍ, ແຮງງານສັນຍາຈ້າງ ແລະແຮງງານເບ້ຍມື້ 137 ແຮງງານ, ໃນໂຮງງານມີຄະນະພັກຮາກຖານ 1 ຄະນະ, ມີ 4 ໜ່ວຍພັກຂື້ນ
ກັບ, ມີສະມະຊິກທັງໝົດ 131 ສະຫາຍ, ຍິງ 103 ສະຫາຍ, ມີສະມະຊິກແຂງຮອບດ້ານ 112 ສະຫາຍ, ແຂງ 1 ສະຫາຍ, ກາງ 3 ສະຫາຍ, ສະເລ້ຍອັດ
ຕາສ່ວນການນຳພາຂອງຄະນະພັກ 25%, ມີຄອບຄົວຕົວແບບ 11 ຄອບຄົວ.

     ມີ​ຈຳນວນ​ພົນ​ທັງ​ໝົດ 515 ສະຫາຍ, ມີຍິງ 464 ສະຫາຍ, ມີ​ຄະນະ​ຄະນະ​ບັນຊາ 04 ສະຫາຍ, ຫົວໜ້າ​ອຳນວຍ​ການ 1 ສະຫາຍ, ຮອງ​ອຳນວຍ ການ
3 ສະຫາຍ, ມີ 6 ພະ​ແນ​ກການ ​ແລະ 16 ຂະ​ແໜງ​ການ, ຊັ້ນ​ຮ້ອຍ​ຕີ - ພັນ​ເອກ 170 ສະ ຫາຍ, ມີນາ​ຍສິບ 208 ສະຫາຍ, ສັນຍາ​ແຮງ​ງານ ​ແລະ ​ເບ້ຍ​ມື້
137 ສະຫາຍ.

ອຳນວຍ​ການ​ໂຮງງານ​ຕັດຫຍິບ​ເລກ 1 ປີ 2016

ຄະນະ​ບັນຊາ​ໂຮງງານ​ຕັດຫຍິບ​ເລກ 1 ກອງທັບ 2016

ຂະ​ບວນການ​ຜະລິດ​ຕ່າງໆ

     ເອົາ​ໃຈ​ໃສ່​ຍົກ​ລະດັບ​ສີມື​ຂອງ​ພະນັກງານ​ກຳມະກອນ, ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ ​ເລື້ອຍໆ. ສະ​ເລ່ຍ​ເງິນ​​ເດືອນ​ຕຳ່​ສຸດ​ຕາມ​ການ​ກຳນົດ​ຂອງ
​ພັກ-ລັດ ວາງ​ອອກ ຄື: ປັດຈຸ​ບັນ​ໂຮງງານ​ ພວກ​ເຮົາຄິດສະເລ່ຍ​ໄດ້​ເງິນ​ຕຳ່​ສຸດ 1.000.000 ກີບ ຖ້າ​ບໍ່​ຂາດ​ການ, ​ເງິນ​ເດືອນ ສູງ​ສຸດ 2.158.400 ກີບ.
ນອກຈາກ​ນັ້ນ​ໂດຍ​ອີງ​ໃສ່​ທິດ​ທາງ​ຂອງ​ຂັ້ນ​ເທິງ​ກໍ່​ຄື​ທ່າ​ແຮງ​ຕົວ​ຈິງ​ຂອງ​ກົມ​ກອງ​ໃນ​ການ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ
​ສາມາດຊອກ​ແຫຼ່ງລາຍ​ຮັບ​ເພີ່ມ​ຈາກ​ການ​ຫຍິບ​ເຄື່ອງ​ໃຫ້​ບັນດາ​ກະຊວງ​, ບໍລິສັດ, ຫ້າງ​ຮ້ານ​ເປັນ​ກຳ​ໄລສູງສຸດ 598.000.000 ກີບ ສະ​ເລ່ຍ​ໃສ່​ບຸກຄົນ
​ເທ່ົາ​ກັບ 1.161.165 ກີບ ໄດ້ລຶ່ນຄາດໝາຍ​ທີ່​ວາງ​ໄວ້​ຜູ້​ລະ 500.000 – 550.000 ກີບ/ຄົນ/ປີ​.

ຜະລີດ​ເຄື່ອງ​ສຳ​ເລັດ​ຮູບ​ ກຽມ​ແພັກ​ໃສ່​ກ່ອງ

     ໃນ​ນີ້​ຍັງ​ຖອກ​ພັນທະ​ 15​% ຂອງ​ມູນ​ຄ່າ​ກຳ​ໄລ​ສຸດທິ​ດັ່ງກ່າວ​ ​ພ້ອມນັ້ນກໍໄດ້ສ້ອມແປງປ້ອມຍາມ, ສ້າງ​​ເຮືອນ​ປະຈຳການ, ສ້ອມ​ແປງ​ເຮືອນ​ກິນ​ເຂົ້າຢູ່
ເຮືອນພັກ​ໂສດ ​ໂພນ​ໄຊ ລວມມູນ​ຄ່າ 236.320.000 ກີບ.

ຜະລິດ​ຕະພັນ​ສຳ​ເລັດ​ຮູບຫູ້ມຫໍ່ໃສ່ແກັດສົ່ງອອກ

ເຄື່ອງແບບນາຍ ແລະ ພົນທະຫານ

ເຄື່ອງນຸ່ງ-ຫົ່ມນາຍ ແລະ ພົນທະຫານ

ໝວກນາຍ ແລະ ພົນທະຫານ

ເຄື່ອງຜະລິດຈຳໜ່າຍຮັບໃຊ້ສັງຄົມທົ່ວໄປ

     ປີ 2014-2015 ​ໄດ້ຈັດຕັ້ງປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ຜູ້ທີ່ເຈັບເປັນນອນໂຮງໝໍ ແລະຊ່ວຍເຫຼືອພະນັກງານຜູ້ອາວຸໂສບຳນານ, ອະດິດ
ການນຳອຳນວຍການໂຮງງານ 165 ເທື່ອ ໄດ້ໃຊ້ຮ່ວງເງີນຫາລາຍໄດ້ກົມກອງ ແລະຮ່ວງເງີນນະໂຍບາຍໄປຊ່ວຍເຫຼືອເປັນຈຳນວນທັງໝົດ 49 ລ້ານກີບ.

     ໜື່ງໃນນັ້ນອິງໃສ່ຈຸດພິເສດຂອງໂຮງງານຂອງພວກເຮົາ ຊິ່ງມີພະນັກງານເພດຍິງກວມເອົາ 90% ພວກເຮົາມີເຮືອນລ້ຽງເດັກ, ສາມາດຮັບໄດ້ 59 ຄົນ.
ໃນນັ້ນເດັກອ່ອນ 23 ຄົນ, ເດັກກາງ 36 ຄົນ, ເພື່ອໃຫ້ມີຄວາມທຸ່ນທ່ຽນເຮັດວຽກ.

     ໃນ​ນັ້ນ 3 ອົງການ​ຈັດ​ຕ້ັງ​ມະຫາຊົນ​ຍັງ​ໄດ້​ມີ​ກອງ​ທຶນ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ໃນ​ເວ ລາ​ເຈັບ​ເປັນ​ມີ​ຂໍ້​ຫຍຸ້ງຍາກ​ຕາມ​ລະບຽບ​ກອງ​ທຶນ:

    <. ຂະ​ບວນການ​ກິລາ-ສີ​ລະ​ປະ:

    ຮ້ອງ​ເພງ​ລວມໝູ່

    ໜ່ວຍວັນນະຄະດີໂຮງງານສະແດງຕ້ອນຮັບ​ວັນ​ທີ ​20​ ມັງກອນ

    ແຂ່ງຂັນ​ກິລາ​ມິດຕະພາບ