ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

 ແຂວງອຸດົມໄຊໄດ້ຈັດພິທີມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ

     ໃນວັນທີ 11 ເມສາ 2016 ນີ້, ຢູ່ທີເດີນກິລາແຂວງອຸດົມໄຊໄດ້ຈັດພິທີມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ທີ
ເສຍຊີວິດໃນປາງສົງຄາມຢູ່ 6 ແຂວງ ພາກເໜືອຂອງປະເທດລາວ, ໃຫ້ກຽດເຂົ້າຮ່ວມພິທີໂດຍມີສະຫາຍ ຄຳພຽງ ຢ່າຈົງວາ ກຳມະການປະຈຳພັກແຂວງ
ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆ ອຸດົມໄຊ, ສະຫາຍ ພົນຕີ ວຸເຊີນ ຮວ່າງ ຫົວໜ້າກອງບັນຊາການທະຫານເຂດສອງ ສສ ຫວຽດ ນາມ, ມີການນຳ
ພັກລັດແຂວງ, ທະຫານ-ຕຳຫຼວດ, ຄະນະປະຕິບັດງານພິເສດ, ນ້ອງນ້ອຍນັກຮຽນ ຊາວແຂວງອຸດົມໄຊ ແລະ ແຂກເຊີນເຂົ້າຮ່ວມ.

                                                       

                                                  ກອງກຽດຕິຍົດສົ່ງອັດຖິທະຫານອາສາສະໝັກ ຫວຽດນາມ ແລະຊ່ຽວຊານຢ່າງສົມກຽດ

     ໃນພິທີໄດ້ຜ່ານບົດສະຫລຸບວຽກງານການຮ່ວມມືສະເພາະກິດ ເຊິ່ງການຮ່ວມມືຊອກຂຸດຄົ້ນ, ເຕົ້າໂຮມຮ່າງອັດຖິຂອງບັນດາພະນັກງານນັກຮົບອາສາ
ສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີເສຍສະລະຊີວິດເພື່ອຄວາມເປັນເອກະລາດຂອງປະຊາຊົນລາວໃນປາງສົງຄາມຢູ່ລາວ ໂດຍສະເພາະແມ່ນຢູ່ 6ແຂວງ
ພາກເໜືອຂອງປະເທດລາວ, ເລີ່ມແຕ່ປີ 1994 ມາຮອດປະຈຸບັນເປັນເວລາ 22 ປີ ຄະນະປະຕິບັດງານພິເສດເຂດ 2 ສສ ຫວຽດນາມໄດ້ຂຸດຄົ້ນຊອກຫາ
ຂໍ້​ມູນຂ່າວສານ ແລະ ຂຸດຄົ້ນໄດ້ອັດຖິຊາກຊົບທັງໝົດ 1604 ອັດຖິ, ໃນນັ້ນຮູ້ຊື່, ບ້ານເກີດຈຳ ນວນ 103 ອັດຖິ, ສະເພາະສົກ ປີ 2015-2016 ນີ້ສາ
ມາດຂຸດຄົ້ນໄດ້ 38 ອັດຖິ, ຮູ້ຊື່, ທີ່ຢູ່, ບ້ານເກີດ 11 ອັດຖິ ແລະ ຈັດສົ່ງຮ່າງອັດຖິກັບຄືນບ້ານເກີດເມືອງນອນຫວຽດນາມເພື່ອໃຫ້ພໍ່ແມ່ຍາດຕິພີ່ນ້ອງໄດ້
ເຮັດພິທີຕາມຮີດຄອງປະເພນີ, ຈາກນັ້ນກໍໄດ້ເຊັນບົດບັນທຶກມອບ-ຮັບ ອັດຖິຢ່າງເປັນທາງການ.