ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

            ຫັວໜ້າການທະຫານ ກອງ “ກ2” ມອບເຄື່ອງຊ່ວຍເຫຼື່ອຜູ້ປະສົບອັກຄີໄພ

     ໃນວັນທີ 11 ເມສາ 2016 ຜ່ານມາ ພັນເອກ ພັນແສງ ບຸນພັນ ຫົວໜ້າການທະຫານ ກອງ “ກ2” ພ້ອມຄະນະໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເຊັ່ນ: ເຂົ້າສານ 1.500 ກິໂລ ແລະ ເງິນສົດ 2 ລ້ານກີບ. ໄດ້ມອບໃຫ້ແກ່ຄອບຄົວຜູ້ປະສົບອັກຄີໄພຢູ່ " ບ້ານຫ້ວຍຈວງ ເມືອງຫົງສາ ແຂວງ ໄຊຍະບູລີ ໂດຍການກ່າວຮັບຂອງ ທ່ານ ພອນສະຫວັນ ໄຊສົມພອນ ຮອງເຈົ້າເມືອງໆ ຫົງສາ ແຂວງ ໄຊຍະບູລີ ພ້ອມທັງກ່າວສະແດງຄວາມຂອບອົກຂອບໃຈເປັນ
ຢ່າງສູງຕໍ່ ພັນເອກ ພັນ ແສງ ບຸນພັນ ກໍຄື.

                                                     

                                                            ມອບເຄື່ອງຊ່ວຍເຫຼຶອໃຫ້ຜູ້ປະສົບໄພທີ່ບ້ານຫ້ວຍຈວງ ເມືອງຫົງສາ

     ຄະນະ​ພັກ-ຄະນະ​ບັນຊາ​ກອງ “ກ2” ທີ່​ໄດ້​ໃຫ້​ຄວາມ​ເປັນ​ຫ່ວງ​ເປັນ​ໃຍທີ່​ໄດ້ນຳ​ເອົາ​ວັດຖຸ​ປັດ​ໄຈມາ​ມອບ​ໃຫ້​ປະຊາຊົນ​ບ້ານ​ຫ້ວຍ​ຈວງ​ທີ່ປະສົບ​ອັກຄີ​ໄພ
ໃນ​ວັນ​ທີ 6 ​ເມສາ 2016 ທີ່​ຜ່ານ​ມາ​ເຮັດ​ໃຫ້​ປະຊາຊົນ​ຈຳນວນ 27 ຄອບຄົວໄດ້​ຮັບຜົນ​ເສຍຫາຍຢ່າງຫຼວງ​ຫຼາຍ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະນຳ​ເອົາ
​ເຄື່ອງ​ຂອງ​ວັດຖຸ​ທີ່​ ທ່ານນຳ​ມາ​ມອບ​ໃນ​ຄັ້ງ​ນີ້​ໄປ​ແຈກຢາຍ​ໃຫ້​ປະຊາຊົນຜູ້​ທີ່​ປະສົບ​ອັກຄີ​ໄພ​ໃນ​ຄັ້ງ​ນີ້​ຢ່າງ​ທົ່ວ​​ເຖິງ.