ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

            ຄະນະນຳກົມໃຫຍ່ເສນາທິການກອງທັບເຂົ້າອວຍພອນນາຍທະຫານອາວຸໂສ

     ໃນຕອນເຊົ້າຂອງວັນທີ 11 ເມສາ 2016 ນີ້, ຢູ່ທີ່ກົມພົວພັນຕ່າງປະເທດ ທ່ານພົນຈັດຕະວາ ແກນຈັນ ນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດ
ໄດ້ໃຫ້ກຽດຕ້ອນຮັບບັນດາທູດທະຫານ ເຂົ້າມາອວຍພອນປີໃໝ່ລາວ ພສ 2559 ຫົວໜ້າຄະນະນຳໂດຍ ທ່ານ ພັນເອກ ນັດທະພົງ ພົນສອນ ຫົວໜ້າທະ
ຫານບົກ, ທັງເປັນຫົວໜ້າສະມາຄົມທີ່ປຶກສາປ້ອງກັນຊາດຕ່າງປະເທດ ປະຈຳລາວລວມມີ 9 ປະເທດຄື: ກຳປູເຈ້ຍ, ມາເລເຊຍ, ລັດເຊຍ, ມຽນມາ, ຈີນ, ຫວຽດນາມ, ໄທ, ອິນໂດເນເຊຍ ແລະ ອະເມຣິກາ.

     

                                              ພົ.ວ ແກ່ນຈັນ ນັນທະລັງສີ ຕ້ອນຮັບການເຂົ້າອວຍພອນຂອງ ພັ.ອ ນັດທະພົງ ພັນສອນ ໃນໂອກາດປີໃໝ່ລາວ

     ເນື່ອງໃນໂອກາດປີໃໝ່ລາວນີ້ບັນດາທູດໄທອວຍພອນໄຊໃຫ້ແກ່ພັກ-ລັດການນຳລາວ, ກະຊວງປ້ອງກັນປະເທດ, ບັນດາພະນັກງານ-ນັກຮົບ ແລະ ປະ
ຊາຊົນລາວທັງຊາດຈົງມີແຕ່ພາລະນາໄມແຂງແຮງ, ນຳພາປະເທດຊາດສ້າງສາພັດທະນາກາວໄກຢ່າງບໍ່ຢຸດຢັງ. ໃນໂອກາດດຽວກັນທ່ານຫົວໜ້າກົມພົວພັນ
ຕ່າງປະເທດ ກໍ່ໄດ້ຕາງໜ້າຄະນະນຳກະຊວງປ້ອງກັນປະເທດສະແດງຄວາມຂອບໃຈຕໍ່ມິດໄມຕີທີ່ມີມາແຕ່ດົນນານຕໍ່ບັນດາທູດທະຫານທຸກທ່ານມີແຕ່ຄວາມ ສຸກຕະຫຼອດປີໃໝ່ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ.