ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

             ຄະນະນຳກົມໃຫຍ່ເສນາທິການກອງທັບເຂົ້າອວຍພອນນາຍທະຫານອາວຸໂສ

     ໃນວັນທີ 11 ເມສາ 2016 ນີ້ຄະນະນຳກົມໃຫຍ່ເສນາທິການກອງທັບພ້ອມຄະນະນຳໂດຍທ່ານພົນຈັດຕະວາ ປະສິດ ທຽງທຳ ຄະນະພັກກະຊວງປ້ອງ
ກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບພ້ອມດ້ວຍຄະນະໄດ້ຕ່າງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກົມໃຫຍ່ເສນາ
ທິການກອງທັບໄດ້ນຳເອົາກະຕ່າຂອງຂວັນ ແລະ ວັດຖຸຈຳນວນໜຶ່ງເຂົ້າອວຍພອນປີໃໝ່ແດ່ ທ່ານ ພົນໂທ ໄອ ສຸລິຍະແສງ ອະດີດກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແລະ ທ່ານ ພົນຈັດຕະວາ ແກນຄຳ ແສງລາທອນ, ທ່ານ ພົນຈັດຕະວາ ຄຳໝັ້ນ ກົມມະເມືອງ, ທ່ານ ພົນຈັດ
ຕະວາ ບົວສ້ຽງ ຈຳປາພັນ ແລະ ທ່ານ ພັນເອກ ສີ ອິນທະວົງ ອະດີດການນຳກົມໃຫຍ່ເສນາທິການກອງທັບ

     

                                                                               ອວຍພອນທ່ານ ພົນໂທ ໄອ່ ສຸລິຍະແສງ ທິ່ເຮືອນພັກ

     ເນື່ອງໃນໂອກາດປີໃໝ່ລາວທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜື່ງ. ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ກໍໄດ້ກ່າວສະແດງຄວາມຮູ້ບຸນຄຸນອັນ
ໃຫຍ່ຫຼວງ ຕໍ່ຜົນງານຄຸນດີຄວາມເປັນແບບຢ່າງນຳໜ້າ ເຊິ່ງເປັນການຢັ້ງຢືນໄດ້ຈະແຈ້ງວ່າພາຍໃຕ້ການນຳພາຂອງພັກທີ່ປີຊາສາມາດສະຫຼາດສ່ອງໃສ ແລະ ຄວາມເຊື່ອໝັ້ນຢ່າງຕາຍໃຈຕໍ່ອຸດົມການຂອງພັກຈຶ່ງເຮັດໃຫ້ອະດີດການນຳຂອງກົມໃຫຍ່ເສນາທິການກອງທັບເຮັດສຳເລັດໜ້າທີ່ອັນມີກຽດຂອງຕົນໃນ
ການຊີ້ນຳ-ນຳພາກຳລັງປະກອບອາວຸດໃນໄລຍະຜ່ານມາມີຄວາມສະຫງົບຕະຫຼອດ, ພ້ອມນີ້ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ກໍໄດ້ຖືໂອກາດດັ່ງກ່າວ
ອວຍພອນໄຊອັນປະເສີດແດ່ທ່ານ ພົນໂທ ໄອ່ ສຸລິຍະແສງ, ທ່ານ ພົນຈັດຕະວາ ແກ່ນຄຳ ແສງລາທອນ, ທ່ານ ພົນຈັດຕະວາ ຄຳໝັ້ນ ກົມມະເມືອງ, ທ່ານ ພົນຈັດຕະວາ ບົວສ້ຽງ ຈຳປາພັນ ແລະ ທ່ານພັນເອກ ສີ ອິນທະວົງ ຈົ່ງມີສຸຂະພາບແຂງແຮງມີຄວາມຜາສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວເປັນເສົາ
ຄ້ຳທີ່ແໜ້ນແກ່ນ,
     ໂດຍສະເພາະສືບຕໍ່ເບິ່ງແຍງຕິດຕາມພ້ອມທັງໃຫ້ທິດຊີ້ນຳແກ່ຄະນະພັກ-ຄະນະນຳກົມໃຫຍ່ແຕ່ລະຂັ້ນໃນຖັນແຖວກຳລັງປະກອບອາວຸດຈົ່ງພ້ອມກັນສືບ
ຕໍ່ຄວາມສາມັກຄີໃຫ້ແໜ້ນແຟ້ນ, ເຮັດວຽກລວມສູນເປັນໝູ່ຄະນະຕີຖອຍໄດ້ກັບປາກົດການຫຍໍ້ທໍ້ ໃນຖັນແຖວກຳລັງປະກອບອາວຸດ ແລະ ເອົາໃຈໃສ່ຊີ້
ນຳ-ນຳພາບັນດາກົມຮາກຖານໃຫ້ມີຄວາມສາມັກຄີ, ຕິດພັນກັບການກໍ່ສ້າງກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ແລະ ນັກຮົບວັດທະ
ນະທຳ.