ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດເຂົ້າອວຍພອນທ່ານ ທອງລຸນ ສີສຸລິດເນື່ອງໃນໂອກາດປີໃໝ່ລາວ

     ຄະນະນຳກະຊວງປ້ອງກັນປະເທດນຳໂດຍ ທ່ານ ພົນຕີ ວິໄລ ຫລ້າຄຳຟອງ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບໄດ້ນຳເອົາກະຕ່າດອກໄມ້, ພ້ອມກະຕ່າຂອງຂວັນເຂົ້າອວຍພອນທ່ານ ທອງລຸນ ສີສຸລິດ, ກຳມະການກົມການ
ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ໃນຕອນເຊົ້າຂອງວັນທີ 11 ເມສາ 2016 ຢູ່ທີ່ກະຊວງ
ການຕ່າງປະເທດ, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2558 ແລະ ຕ້ອນຮັບ ປີໃໝ່ ພສ 2559.

 

                                             

ທ່ານ ພົນຕີ ວິໄລ ຫຼ້າຄຳຝອງ ພ້ອມຄະນະນຳກະຊວງປ້ອງກັນປະເທດ ອວຍພອນ ທ່ານ ທອງລຸນ ສີສຸລິດ

     ທ່ານ ພົນຕີ ວິໄລ ຫລ້າຄຳຟອງ ໄດ້ຕາງໜ້າຄະນະນຳກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ໃນທົ່ວປະເທດກ່າວສະ
ແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຳອວຍພອນໄຊອັນປະເສີດແກ່ ທ່ານ ທອງລຸນ ສີສຸລິດ ເນື່ອງໃນໂອກາດປີໃໝ່ລາວຂໍໃຫ້ທ່ານຈົ່ງມີສຸຂະພາບສົມບູນ
ແຂງແຮງ, ມີຄວາມສຸກໃນຊີວິດ-ຄອບຄົວ ປະສົບຜົນສຳເລັດໃນໜ້າທີ່ວຽກງານສືບຕໍ່ກໍ່ສ້າງ ແລະ ຊີ້​ນຳກອງທັບໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ.

     ໂອກາດນີ້ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການນຳຂອງກະຊວງປ້ອງກັນປະເທດກໍຄືນາຍ ແລະ ພົນທະຫານໃນທົ່ວກອງທັບນຳເອົາຄວາມຮັກແພງສະໜິດສະໜົມຄຳເວົ້າອັນຈົບງາມມາອວຍພອນໃນຄັ້ງນີ້ ພ້ອມທັງເຊື່ອໝັ້ນວ່າກອງທັບປະຊາຊົນລາວຈະ
ສູ້ຊົນຜ່ານຜ່າທຸກອຸປະສັກທີ່ຫຍຸ້ງ ຍາກໃນພາລະກິດປ້ອງກັນປະເທດເຮັດໃຫ້ປະເທດຊາດມີຄວາມສະຫງົບສຸກ ແລະ ສືບຕໍ່ປັບປຸງກໍ່ສ້າງຕົນເອງໃຫ້ນັບມື້
ເຕີບໃຫຍ່ເຂັ້ມແຂງກາຍເປັນກອງທັບທີ່ມີລະບຽບແບບແຜນທັນສະໄໝ.