ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການໄອຍະການທະຫານຂັ້ນສູງ ໄດ້ ຈັດພິທີມອບໃບຢັ້ງຢືນໃຫ້ນັກສຶກ ສາເຝິກງານປະຈຳປີ 2016

     ວັນທີ 8 ເມສາ ນີ້, ອົງການໄອຍະການທະຫານຂັ້ນສູງໄດ້ຈັດພິທີມອບໃບຢັ້ງຢືນໃຫ້ນັກສຶກສາເຝິກງານປະຈຳປີ 2016 ໂດຍການເປັນປະທານ ຂອງ ພັນເອກ ສີໄຫວ ໄມພອນ ຫົວຫນ້າອົງການໄອຍະການທະຫານຂັ້ນສູງ, ມີຄະນະພັກ-ຄະນະບັນຊາ, ຕາງຫນ້າໄອຍະການທະຫານພາກກາງຕະ
ຫຼອດຮອດນັກສຶກສາເຝິກງານທັງຫມົດ 11 ຄົນ ເຂົ້າຮ່ວມ.

 

                                  
                                             ນັກສຶກສາວິທະຍາໄລກົດໝາຍພາກກາງຮັບໃບຢັ້ງຢືນລົງຝຶກງານ

     ພັນຕີ ພົງສະຫວັດ ອິນທິສອນ ຄະນະຮັບຜິດຊອບນັກສຶກສາເຝິກງານປະຈຳປີ 2016 ຂຶ້ນຜ່ານຜົນການເກັບກຳຂໍ້ມູນ ໂດຍປະຕິບັດຕາມຫຼັກ
ສູດການຮຽນການສອນທີ່ກະຊວງສຶກສາທິການ ແລະ ກີລາກໍຄືຄະນະນິຕິສາດ-ລັດຖະສາດ ແລະ ວິທະຍາໄລກົດໝາຍພາກກາງວາງອອກ, ພາຍຫຼັງ
ຈັດຕັ້ງປະຕິບັດແລ້ວພໍສັງຮວມໄດ້ວ່າ: ຄະນະພັກ-ຄະນະບັນຊາ ອົງການໄອຍະການທະຫານໄດ້ເອົາໃຈໃສ່ລົງໃກ້ສິດຕິດແທດຊີ້ນຳ-ຕິດຕາມກວດ
ກາຄວາມຮູ້ ແລະເປັນເຈົ້າການຖ່າຍທອດຄວາມຮູ້ຄວາມສາມາດວຽກງານຕົວຈິງແຕ່ລະຫນ້າວຽກສາມາດບັນລຸໄດ້ຕາມແຜນການ 90% ຂຶ້ນໄປ.
     ຜ່ານການເຝິກງານຕົວຈິງ 90 ວັນເຫັນວ່າວຽກງານ ການຄົ້ນຄວ້າສຳນວນຄະດີອາຍາ, ການຂຽນຄຳຖະແຫຼງຄະດີອາຍາ, ວຽກງານຫ້ອງການ,
ການຕິດຕາມກວດກາທົ່ວໄປ, ການສືບສວນ-ສອບສວນ, ການດຳເນີນຄະດີຢູ່ສານ, ການກວດກາຕິດຕາມປະຕິບັດກົດຫມາຍຢູ່ສະຖານທີ່ກັກຕົວ,
ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ, ກົດຫມາຍວ່າດ້ວຍອົງການໄອຍະການທະຫານ, ຈັນຍະທຳ-ຈັນຍາບັນຂອງນັກກົດໝາຍ 2 ຄັ້ງ, ສາ
ມາດເກັບກຳຂໍ້ມູນຄວາມຮູ້ ແລະ ບັນລຸອັດຕາສ່ວນສູງຂອງແຜນການພ້ອມນີ້ຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຶຶກສາທີ່ມາເຝິກງານຕື່ມອີກ.