ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກ​ທີ່​ຂື້ນ​ກັບ​ຄະນະ​ຮາກ​ຖານ​ຫ້ອງການ​ເມືອງ ຫ້ອງ​ພະລາ ​ແລະ ຫ້ອງ​ເສນາ​ທະຫານ
​ຫຼວງ​ນໍ້າທາ​ຮັບ​ໃບ​ຢັ້ງຢືນ

     ທ້າຍເດືອນ ມີນາ 2016 ນີ້ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການເມືອງ, ຫ້ອງ ພະລາ ແລະ ຫ້ອງເສນາທິການທະຫານແຂວງຫຼວງ
ນໍ້າທາໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍ ພັກແຂງ-ຮູ້ນໍາພາຮອບດ້ານປະຈໍາປີ 2015, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍການ
ເປັນປະທານ ແລະກ່າວມອບຂອງ ພັນເອກ ອີ່ນແກ້ວ ມະນີຈັນ ກໍາມະການພັກແຂວງ, ເລຂາພັກ, ຫົວໜ້າການທະຫານກອງບັນຊາທະຫານແຂວງ, ມີຄະນະໜ່ວຍອ້ອມຂ້າງ ເຂົ້າຮ່ວມ.

.

ພິທີມອບໃບຢັ້ງຢືນໜ່ວຍພັກແຂງຮູ້ນຳພາຮອບດ້ານ

     ໃນພິທີຄະນະໜ່ວຍພັກທັງສາມກົມກອງກໍ່ໄດ້ຂຶ້ນຜ່ານບົດປະເມີນການກໍ່ສ້າງໜ່ວຍພັກແຂງ-ຮູ້ນໍາພາຮອບດ້ານຕະຫຼອດໄລຍະ 1 ປີຜ່ານມາຄະ
ນະໜ່ວຍພັກໄດ້ເອົາໃຈໃສ່ສືກສາອົບຮົມການເມືອງ-ນໍາພາແນວຄິດເປັນບັນຫາສຳຄັນຕິດພັນກັບການຈັດຕັ້ງປະຕິບັດ 4 ແຜນງານໃຫ່ຍ 26 ໂຄງ
ການທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກເຮັດໃຫ້ພະນັກງານສະມາຊິກພັກເຂົ້າໃຈຕໍ່ພາລະ, ບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ, ກຳແໜ້ນທາງດ້ານທິດສະດີຫຼັກການໃນການປັບປຸງກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ,
ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາມະຕິແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບສາມາດເຮັດ
ໃຫ້ພະນັກງານ, ສະມາຊິກພັກມີຄວາມຮູ້ຄວາມເຂົ້າໃຈຢ່າງເລິກເຊິງຕໍ່ທາດແທ້ຂອງພັກມູນເຊື້ອອັນດີງາມຂອງຊາດ, ຂອງກອງທັບ, ພະນັກງານມີ
ທັດສະນະຫັນປ່ຽນຢ່າງຕັ້ງໜ້າ, ມີຄວາມບຸກບືນຕໍ່ໜ້າທີ່ວຽກງານ, ຫັນເອົາມະຕິຕ່າງໆຂອງຄະນະພັກຂັ້ນເທິງເປັນແຜນການ, ໂຄງການ, ແຜນງານ
ຂອງກົມກອງກໍຄືໜ່ວຍພັກ, ເຫັນວ່າເປັນລະບົບ, ທ່ວງທັນກັບເວລາແທດເໝາະກັບສະພາບທ່າແຮງຄວາມເປັນຈິງຂອງກົມກອງ, ອັນໄດ້ເຮັດໃຫ້ ແຕ່ລະໜ່ວຍພັກມີສະມາຊິກແຂງກວມ 2 ສ່ວນ 3 ຂອງຈໍານວນສະມາຊິກພັກພາຍໃນໜ່ວຍ. ດັ່ງນັ້ນຄະນະປະຈໍາພັກແຂວງຈຶ່ງອອກຂໍ້ຕົກລົງຮັບ
ຮອງເອົາໜ່ວຍພັກ 1, 2, 3, 5 ຫ້ອງ ການເມືອງ, ໜ່ວຍພັກ 1, 2 ຫ້ອງພະລາທິການ ແລະ ໜ່ວຍພັກທີ່ 1, 2, 4 ຫ້ອງເສນາທິການເປັນໜ່ວຍ
ພັກແຂງ-ຮູ້ນໍາພາຮອບດ້ານປະຈໍາປີ 2015 ຢ່າງສົມກຽດ.