ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

             ເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນຍັງຄົງສືບຕໍ່ຮ່ວມມືກັນຫຼາຍດ້ານ

     ໃນວັນທີ 8 ພຶດສະພາ 2016, ສປປ ລາວ ໃນນາມປະທານອາຊຽນໄດ້ເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນ
ອາຊຽນ ທີ່ໂຮງແຮມວິນລາ ສັນຕິ ຣີສອດ, ແຂວງຫລວງພະບາງ ພາຍໃຕ້ການເປັນປະທານຂອງທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານ
ນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໂດຍການເຂົ້າຮ່ວມຂອງບັນດາຄະນະຜູ້ແທນຂອງຜູ້ເຂົ້າຮ່ວມເວທີພາກພື້ນ
ອາຊຽນ ແລະ ຕາງໜ້າຈາກກອງເລຂາອາຊຽນ.

                                                                          
                                                                                 ທ່ານ ອາລຸນແກ້ວ ກິດຕິຄຸນ  ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ

       ກອງປະຊຸມຄັ້ງນີ້ໄດ້ທົບທວນຄືນຜົນຂອງບັນດາກອງປະຊຸມ ແລະກິດຈະກຳເວທີພາກພື້ນອາຊຽນທີ່ໄດ້ຈັດຕັ້ງປະຕິບັດໃນສົກປີ 2015-2016 ໄດ້
ຮັບຮອງເອົາບັນດາກິດຈະກຳ ແລະ ກອງປະຊຸມເພື່ອຈັດຕັ້ງປະຕິບັດ ໃນສົກປີ 2016-2017 ແລະ ໄດ້ທົບທວນການຈັດຕັ້ງບັນດາແຜນວຽກຕ່າງໆຄື: ແຜນ
ວຽກການທູດປ້ອງກັນເຫດ, ແຜນວຽກການຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ແຜນ ວຽກຄວາມໝັ້ນຄົງ ແລະ ການນຳໃຊ້ຂໍ້ມູນ ແລະ ເທັກໂຕໂລຢີຂໍ້ມູນຂ່າວສານ, ແຜນວຽກການ ບັນເທົາທຸກໄພພິບັດ, ແຜນວຽກຄວາມໝັ້ນຄົງທາງທະເລ ແລະແຜນວຽກການບໍ່ແຜ່ຜາຍ ແລະ ການຫລຸດ
ຜ່ອນອາວຸດ. ກອງປະຊຸມຍັງໄດ້ທົບທວນການຈັດຕັ້ງປະຕິບັດແຜນປະຕິບັດງານຮ່າໂນ້ຍ ເພື່ອຈັດຕັ້ງປະຕິບັດວິໄສທັດເວທີພາກພື້ນອາຊຽນ ເຊິ່ງມີຄວາມ
ຄືບໜ້າດີ ແລະ ໄດ້ເຫັນດີໃຫ້ຈັດກອງປະຊຸມໜ່ວຍງານເວທີພາກພື້ນອາຊຽນ ວ່າດ້ວຍມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດປ້ອງກັນເຫດ
ຄັ້ງດຽວຕໍ່ປີຈາກໃນເມື່ອກ່ອນທີ່ຈັດ 2 ຄັ້ງຕໍ່ປີ, ພ້ອມນີ້, ກອງປະຊຸມກໍໄດ້ປຶກສາຫາລືກ່ຽວກັບການກະ ກຽມດ້ານຕ່າງໆລວມທັງເອກະສານຜົນຂອງກອງປະ
ຊຸມເວທີພາກພື້ນອາຊຽນຄັ້ງທີ 23 ທີ່ຈະຈັດຂຶ້ນໃນເດືອນກໍລະກົດ 2016 ທີ່ວຽງຈັນ. ກອງປະຊຸມກໍໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງສ້າງສັນກ່ຽວ
ກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນໂດຍສະເພາະສິ່ງທ້າທາຍໃນພາກພື້ນອາຊີ-ປາຊີຟິກ ກໍຄືໃນໂລກເຊັ່ນ: ໄພພິບັດທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ບັນຫາໂລກລະບາດ, ການຍ້າຍຖິ່ນຖານແບບຜິດປົກກະຕິ, ການຄ້າມະນຸດ ແລະ ສະພາບການຕ່າງໆໃນ ພາກພື້ນຕ່າງໆຂອງໂລກ.