ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

       ໂຮງຮຽນ 303 ເປີດກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງທົ່ວ
                                ກົມໃຫຍ່ເສນາທິການກອງທັບ

     ກອງ​ປະຊຸມ​ສ່ອງ​ແສງ​ວຽກງານ​ພັກ-ວຽກ​ງານ​ການ​ເມືອງ​ຂອງ​ບັນດາ​ກົມ​ກອງ​ທີ່​ຂຶ້ນ​ກັບ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ​ເມສາ 2016 ທີ່​ຜ່ານ​ມາ​ນີ້, ຢູ່​ທີ່​ໂຮງຮຽນ 303 ​ໂດຍ​ການ​ເປັນ​ປະທານ​ໂດຍ​ ພັນ​ເອກ ບົວ​ວັນ ບຸດທະ​ຈັນ​ໂທ ຄະນະ​ພັກ​ອົງການກົມ​ໃຫຍ່​ເສນາ​ ຫົວໜ້າ​ກົມ​ລົດ​
ຕັງ, ​ມີ​ຄະນະ​ພັກ-ຄະນະ​ບັນຊາ ​ບັນດາກົມກອງ​ທີ່​ຂຶ້ນ​ກັບ​ກົມ​ໃຫຍ່​ເສນາ​​ເຂົ້າ​ຮ່ວມ ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ,​ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

                                                       

                                                                   ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງທົ່ວກົມໃຫຍ່ເສນາທິການ

     ໂອກາດ​ດັ່ງກ່າວ​ຄະນະ​ພັກ-ໜ່ວຍ​ພັກ ບັນດາ​ກົມ​ກອງ​ກໍ​ໄດ້ຜັດປ່ຽນ​ກັນ​ຂຶ້ນ​ປະກອບ​ຄຳ​ຄິດ​ເຫັນ​ເຊິ່ງ​ໃນ​ນັ້ນ​ແຕ່​ລະ​ພາກສ່ວນກໍ​ໄດ້​ລາຍ​ງານ​ຄືນ​ສະພາບ
​ການທີ່​ພົນ​ເດັ່ນ​ໃນ 1 ​ເດືອນ​ຜ່ານ​ມາ ​ໃນ​ຂອບ​ເຂດ​ຮັບຜິດຊອບ​ຈາກ​ບັນຫາ​ສະພາບ​ດັ່ງກ່າວ​ແຕ່ລະກົມ​ກອງ​ຍັງ​ໄດ້​ຕີ​ລາຄາ​ຄືນ​ການ​ເຄື່ອນ​ໄຫວ​ຊີ້​ນໍາ-ນຳພາ​
ກົມ​ກອງຂອງ​ຕົນ​ປະຕິບັດ​ບັນດາ​ວຽກ​ງານ​ດ້ານ​ຕ່າງໆ ​ໂດຍ​ສຸມ​ໃສ່​ວຽກງານ​ທາງ 3 ດ້ານ​​ເປັນ​ຕົ້ນ​ແມ່ນ: 1 ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ, 2 ວຽກງານ​ປັບປຸງ​ກໍ່ສ້າງ​ກໍາລັງ, 3 ວຽກ​ງານ​ຄຸ້ມ​ຄອງ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ກົມ​ກອງ, ຈາກນັ້ນ​ບັນດາ​ກົມ​ກອງ​ຮາກ​ຖານ​ຍັງ ​ໄດ້​ມີ​ການວາງ​ແຜນ​ໃນ​ຕໍ່
ໜ້າ​ຢ່າງ​ມີ​ຈຸດ​ສຸມ​ຄາດໝາຍ.

​     ໃນ​ຕອນ​ທ້າຍ​ປະທານ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ທີ່​ບັນດາ​ກົມ​ກອງ​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ​ພ້ອມ​ທັງ​ໄດ້​
ເນັ້ນ​ໜັກ​ໃຫ້​ແຕ່​ລະ​ກົມ​ກອງ​ເອົາ​ໃຈ​ໃສ່​ທາງ​ດ້ານ​ວຽກ​ງານ​ສຶກສາ​ອົບຮົມ​ການ​ເມືອງ​ນຳພາ​ແນວ​ຄິດ​ຢ່າງ​ເປັນ​ປະຈຳ ​ແລະ ຕໍ່​ເນື່ອງ​, ກຳ​ສະພາບ​ການ​ເຄື່ອນໄຫວ​
ເພື່ອ​ແກ້​ໄຂ​ໃຫ້​ທັນ​ກັບ​ສະພາບ​ການ​ເອົາ​ໃຈ​ໃສ່​ຊີ້​ນຳ-ນຳພາ​ການຫັດ​ແອບ​ສວນສະໜາມ, ວິຊາ​ງົດ​ງາມ​ເພື່ອ​ເຮັດ​​ໃຫ້​ກົມ​ກອງ​​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ມີ​
ຄວາມ​ປອດ​ໄພ 100%.