ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ “ຂ 941” ໄດ້ຈັດຕັ້ງເຜີຍແຜ່ເອກະສານສຳຄັນຕ່າງໆ ຂອງຊາດ

     ທ້າຍເດືອນ ມີນາ 2016 ຜ່ານມານີ້, ກອງ “ຂ 941” ໄດ້ຈັດຕັ້ງເຜີຍແຜ່ເອກະສານສຳຄັນຕ່າງໆ ຂອງຊາດຂຶ້ນທີ່ສະໂມສອນຂອງກົມກອງພາຍ
ໃຕ້ການເປັນປະທານຂອງ ພັນເອກ ວອນຄຳ ສຸຂະວົງ ເລຂາຄະນະພັກ ຫົວໜ້າການເມືອງກອງ “ຂ 941” ພ້ອມດ້ວຍຄະນະພັກ-ຄະນະບັນຊາພະ
ນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພະນັກງານ-ນັກຮົບທົ່ວກອງ “ຂ 941” ຟັງການເຜີຍແຜ່ເອກະສານ

     ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ມີເອກະສານວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ, ເອກະສານວັນສ້າງຕັ້ງພັກ
ຄົບຮອບ 61 ປີ, ເອກະສານປົກປັກຮັກສາ  ແລະ  ເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າອົງອາດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ
ຄົບຮອບ 55 ປີ. ຄວາມຮູ້ບຸນຄຸນຂອງພັກ-ລັດ ທີ່ມີຕໍ່ບັນດາສະຫາຍນັກຮົບທີ່ໄດ້ອຸທິດຊີວິດເລືອດເນື້ອເຫື່ອແຮງເພື່ອປະເທດຊາດ, ເພື່ອການປະ
ຕິວັດປົດປ່ອຍຊາດກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສາມັກຄີປອງດອງ, ຮັກເຊື້ອແພງຊາດ, ຮັກວັດທະນະທຳທີ່ເປັນ
ເອກະລັກອັນດີງາມຂອງຊາດ, ພົ້ນເດັ່ນກ່ວານັ້ນແມ່ນມູນເຊື້ອແຫ່ງການຕໍ່ສູ້ບໍ່ຍອມຈຳນົນຕ້ານການຮຸກຮານ ຂອງສັດຕູຢ່າງເດັດດ່ຽວໜຽວແໜ້ນ
ໂດຍສະເພາະແມ່ນກຳລັງປ້ອງກັນຄວາມສະຫງົບປະຊາຊົນເປັນກຳລັງທີ່ໄວ້ເນື້ອເຊື່ອໃຈຂອງພັກ, ເປັນກຳລັງທີ່ຮັບປະກັນຄວາມໝັ້ນຄົງພາຍໃນ
ຊາດ, ສະກັດກັ້ນ ແລະ ຕ້ານການກໍ່ອາດຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃຫ້ມີຄວາມຢູ່ເຢັນເປັນສຸກ, ໂຄສະນາສຶກສາ
ອົບຮົມໃຫ້ຄົນຮຸ່ນຫລັງຮັບຮູ້ ແລະ ຮຳ່ຮຽນເປັນແບບຢ່າງອັນດີງາມຂອງພວກເພິິ່ນສົມແລ້ວທີ່ເປັນກຳລັງປະກອບອາວຸດວິລະຊົນຂອງຊາດລາວວິ
ລະຊົນ.ໂອກາດດຽວກັນຊາວໜຸ່ມຄະນະວິຊາບໍລິຫານສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ມີການພົບປະສ້າງສັນແຂ່ງຂັນກີ
ລາມິດຕະພາບກັບຊາວໜຸ່ມກອງ “ຂ 941” ເພື່ອເປັນການສ້າງສັນຜູກມັດຄວາມສາມັກຄີຮັກແພງປອງດອງລະຫວ່າງຊາວໜຸ່ມຄະນະວິຊາບໍລິຫານ
ສາດສະຖາບັນການເມືອງ ແລະ ການປົກຄອງກັບຊາວໜຸ່ມ ກອງ “ຂ 941” ໃຫ້ມີການພົວພັນປະສານກົມກຽວຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນໃຫ້ແໜ້ນແຟ້ນຂຶ້ນກ່ວາເກົ່າ. ກີລາທີ່ນຳມາແຂ່ງຂັນໃນຄັ້ງນີ້ມີເຕະບານຊາຍ - ຍິງຜົນການແຂ່ງຂັນທິມເຕະບານຊາຍຊາວໜຸ່ມກອງ “ຂ 941” ຊະນະ 3 ປະຕູຕໍ່ 1,ເຕະບານຍິງຊາວໜຸ່ມກອງ “ຂ 941” ຊະນະ 2 ປະຕູຕໍ່ 0.