ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີ​ຣານ ​ປະສົບ​ຜົນສຳເລັດ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ກາງ​ລຸ້ນ​ໃໝ


    ສຳນັກ​ຂ່າວ ​ເຈນ ລາຍ​ງານ​ໂດຍ​ອ້າງ​ຂໍ້​ມູນ​ຈາກແຫຼ່ງ​ຂ່າວ IRNA ຂອງ​ອີ​ຣານ ໂດຍ​ໃຫ້​ຮູ້​ວ່າ: ກະຊວງ​ປ້ອງ​ກັນ​ປະເທດ​ອີ​ຣານ​ ໄດ້​ຖະແຫຼງ​ກ່ຽວ​ກັບ​ຜົນສຳ ເລັດ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ກາງ​ລຸ້ນ​ໃໝ່ ໂດຍ​ການ​ທົດ​ລອງ​ມີ​ຂຶ້ນ​ໃນ​ວັນ​ທີ 22 ກັນຍາ ທີ່​ຜ່ານ​ມາ ໃນ​ລະຫວ່າງ​ການ​ເດີນ​ສວນສະໜາມ​ປະຈຳ ​ປີ​ຂອງ​ກຳລັງ​ປ້ອງ​ກັນ​ຊາດ​ອີ​ຣານ ເພື່ອ​ລະນຶກເຖິງ​ສົງຄາມ ອີ​ຣານ-ອີ​ຣັກ ໄລຍະ​ປີ 1980-1988. ລູກ​ສອນ​ໄຟ​ດັ່ງກ່າວ ມີ​ຊື່​ຢ່າງເປັນ​ທາງ​ການ​ວ່າ: Rezvan, ທີ​ມີ​ໄລຍະ​ຍິງ​ໄກ 1.400 ກິໂລແມັດ ແລະ ຍັງ​ເປັນ​ລູກ​ສອນ​ໄຟ​ທີ່​ມີ​ຄວາມ​ແມ່ນ​ຢຳ​ສູງ​ໃນ​ການ​ທຳລາຍ​ເປົ້າ​ໝາຍ. ເຈົ້າ​ໜ້າທີ່​ລະດັບ​ສູງ​ຂອງ​ກອງ​ກຳລັງ​ອິດ​ ສະ​ລາມ​ອີ​ຣານ ​ກ່າວ​ວ່າ, ການ​ພັດທະນາ ແລະ ຍິງ​ທົດ​ລອງ​ລູກ​ສອນໄຟ​ໃນ​ຄັ້ງ​ນີ້ ແມ່ນ​ເປັນ​ໄປ​ຕາມ​ແຜນການ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ເຊິ່ງ​ສະ ແດງ​ໃຫ້​ເຫັນ​ເຖິງ​ແສນ​ຍານ​ນຸ​ພາບ​ຂອງ​ກອງທັບ​ທີ່​ມີ​ຄວາມ​ເຂັ້ມແຂງ ແລະ ທັນ​ສະໄໝ​ຂຶ້ນ​ຕື່ມ.

     ນອກຈາກ​ລູກ​ສອນ​ໄຟ​ດັ່ງກ່າວ ອີ​ຣານ​ ຍັງ​ໄດ້​ນຳ​ເອົາ​ລູກ​ສອນ​ໄຟ​ປະເພດ​ຕ່າງໆມາ​ສະແດງ​ໃນ​ພິທີ​ເດີນ​ສວນສະໜາມ​ຄັ້ງ​ນີ້​ອີກ​ດ້ວຍ​ເປັນຕົ້ນ​ແມ່ນ: ລູກ​ ສອນ​ໄຟ "Emad-3" ແລະ ລູກ​ສອນ​ໄຟ “Kheibar Shekan” ເຊິ່​​ງລູກສອນ​ໄຟ​ທັງ​ສອງ​ຊະນິດ​ນີ້ ມີ​ໄລຍະ​ຍິງ​ໄກ​ເຖິງ 1.450 ກິໂລ ແມັດ, ເປັນ​ລູກ​ສອນ​ ໄຟ​ໄລຍະ​ໄກ​ລຸ້ນ​ທີ 3 ທີ່​ມີ​ການ​ພັດທະນາ​ຢູ່​ພາຍ​ໃນ​ປະເທດ.

     

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/09/2022