
ກອງທັບອາກາດອິນໂດເນເຊຍ ໄດ້ຮັບຍົນສູ້ຮົບ Dassault Rafale F4 ຫົກລຳທຳອິດ

ຕາມເວັບໄຊ້ຂ່າວການທະຫານຕ່າງປະເທດ ລາຍງານວ່າ: ວັນທີ 18 ພຶດສະພາ 2026 ກອງທັບອາກາດອິນໂດເນເຊຍ ໄດ້ຮັບຍຸດໂທ
ປະກອນໃໝ່ຢ່າງເປັນທາງການທີ່ສັ່ງຊື້ຈາກປະເທດ ຝຣັ່ງ, ໂດຍມີ ທ່ານ ປຣາໂບ ໂວຊູໄບຣອັນ ປະທານາທິບໍດີອິນໂດເນເຊຍ ເປັນປະທານ
ໃນພິທີດັ່ງກ່າວທີ່ຖານທັບອາກາດ Halim Perdanakusuma ໃນຈາກາຕາ.
ກອງທັບອາກາດອິນໂດເນເຊຍ ໄດ້ຮັບເຮືອຍົນສູ້ຮົບ Dassault Rafale F4 ຈຳນວນຫົກລຳ, ພ້ອມກັບລູກສອນໄຟນຳວິຖີອາກາດ
ສູ່ພື້ນດິນ ແລະ ອາກາດສູ່ອາກາດ, ຍົນທຸລະກິດ Dassault Falcon 8X ຈຳນວນສີ່ລຳ, ເຮືອບິນຂົນສົ່ງ Airbus A400M Atlas ໜຶ່ງ
ລຳ ແລະ ລະບົບ radar ປ້ອງກັນທາງອາກາດໄລຍະໄກ Thales Groundmaster GM403 ສອງລຳ. ທັງໝົດນີ້ແມ່ນສ່ວນໜຶ່ງຂອງ
ຄວາມພະຍາຍາມຂອງອິນໂດເນເຊຍໃນການປັບປຸງຄວາມສາມາດທາງທະຫານຂອງຕົນໃຫ້ທັນສະໄໝ.
ຍົນສູ້ຮົບ Rafale F4 ຈະກາຍເປັນຍົນສູ້ຮົບທີ່ທັນສະໄໝທີ່ສຸດຂອງອິນໂດເນເຊຍ, A400M ຈະເປັນຍົນບິນຂົນສົ່ງທີ່ມີປະສິດທິ
ພາບທີ່ສຸດຂອງອິນໂດເນເຊຍ, Falcon 8X ຈະເສີມຂະຫຍາຍຄວາມສາມາດໃນການຂົນສົ່ງ VIP ລະດັບສູງ ແລະ radar GM403
ຈະທົດແທນລະບົບເກົ່າ ເພື່ອຕື່ມຊ່ອງຫວ່າງໃນການຄອບຄຸມ radar ເຝົ້າລະວັງທາງອາກາດຂອງອິນໂດເນເຊຍ. ອິນໂດເນເຊຍ ໄດ້ສັ່ງຊື້
ຍົນສູ້ຮົບ Rafale F4 ຈຳນວນ 42 ລຳຈາກບໍລິສັດການບິນອະວະກາດຍັກໃຫຍ່ຂອງຝຣັ່ງ Dassault Aviation, ໂດຍມີການຈັດສົ່ງ
ເປັນງວດ.
ແຫຼ່ງທີ່ມາ: ຂກທ
ວັນທີ 25/08/2026