ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອາກາດ ສ ເກົາຫຼີ ມອບ​-ຮັບ​ ຍົນ KF-21 Boramae ລຳ​ທຳ​ອິດ

​
ຍົນ KF-21 Boramae

     ສຳນັກງານ​ບໍລິຫານ​ໂຄງການ​ຈັດ​ຊື້​ຈັດ​ຈ້າງ​ດ້ານ​ການ​ທະຫານ ແລະ ກອງທັບ​ອາກາດ ສ ເກົາຫຼີ ໄດ້​ອອກ​ຖະແຫຼງການ​ຮ່ວມ​ກັນ​ວ່າ
ກອງທັບ​ອາກາດ ສ ເກົາຫຼີ​ ໄດ້ມອບ-ຍົນ​ຮົບ KF-21 Boramae ລຳ​ທຳ​ອິດ​ຈາກ​ສາຍ​ການ​ຜະລິດ​ແລ້ວ ເຊິ່ງ​ຖື​ເປັນ​ກ້າວ​ສຳຄັນ​ຂອງ​ໂຄງ
ການ​ຍົນສູ້ຮົບ​ທີ່​ພັດທະນາ​ພາຍ​ໃນ​ປະເທດ.

     ຍົນ KF-21 ລຳ​ດັ່ງກ່າວ​ໄດ້​ບິນ​ອອກ​ຈາກ​ໂຮງງານ​ຂອງ Korea Aerospace Industries (KAI) ໃນ​ເມືອງ​ຊາ​ຊອນ ໄປ​ຍັງ​
ໜ່ວຍ​ງານ​ຂອງ​ກອງທັບ​ອາກາດ​ ທີ່ ເມືອງ ເຢ​ຊອນ ເຊິ່ງ​ຢູ່​ຫ່າງ​ໄປ​ທາງ ເໜືອ​ປະມານ 165 ກິໂລແມັດ. ໃນ​ພາລະກິດ​ດັ່ງກ່າວ ມີ​ຍົນ​ສູ້​
ຮົບ​ເບົາFA-50, ຍົນ​ເຝິກແອບ TA-50 ແລະ ຍົນ​ເຝິກແອບ T-50 Golden Eagle ບິນ​ຄຸ້ມ​ກັນ. ການ​ສົ່ງ​ມອບ​ຄັ້ງ​ນີ້ ສະແດງ
​ເຖິງ​ການ​ປ່ຽນ​ຜ່ານ​ຂອງ​ໂຄງການ KF-21 ຈາກ​ຂັ້ນ​ຕອນ​ການ​ຄົ້ນຄວ້າ, ພັດທະນາ ແລະ ທົດ​ລອງ ເຂົ້າ​ສູ່​ຂັ້ນ​ຕອນ​ການ​ນຳ​ໃຊ້​ງານ​ຈິງ.
ການ​ປ່ຽນ​ຜ່ານ​ນີ້​ເກີດ​ຂຶ້ນ​ປະມານ 4 ປີ 2 ເດືອນ ຫຼັງ​ຈາກ KF-21 ຕົ້ນ​ແບບ​ລຳ​ທຳ​ອິດ​ຂຶ້ນ​ບິນ​ຄັ້ງ​ປະຖົມ​ມະລຶກ​ໃນ​ວັນ​ທີ 19 ກໍລະ
ກົດ 2022. ພົນ​ອາກາດ​ເອກ ຊອງ ຊັກ ຣັກ ເສນາ​ທິ​ການ​ກອງທັບ​ອາກາດ ສ ເກົາຫຼີ ກ່າວ​ວ່າ ຫຼັງ​ຈາກ​ຜ່ານ​ການ​ທົດ​ລອງ ແລະ
ອຸປະສັກ​ຕ່າງໆ ​ມາ​ຫຼາຍ​ປະການ ຍົນ KF-21 ໄດ້​ຖືກ​ສົ່ງ​ມອບ​ໃຫ້​ກອງທັບ​ອາກາດ ແລະ ເລີ່ມ​ພາລະກິດ​ການບິນ. ທ່ານ​ລະບຸ​ວ່າ
ນັບ​ຈາກ​ນີ້​ໄປ ໄລຍະ​ຂອງ​ນັກ​ວາງ​ນະໂຍບາຍ ແລະ ຜູ້​ພັດທະນາ​ໂຄງການ Boramae ໄດ້​ຜ່ານ​ພົ້ນ​ໄປ ແລະ ເປັນ​ໄລຍະ​ຂອງ​ກອງ
ທັບ​ອາກາດ​ທີ່​ຈະ​ນຳ​ໃຊ້ ແລະ ພັດທະນາ​ຂີດ​ຄວາມ​ສາມາດ​ຂອງ KF-21 ຕໍ່​ໄປ. ພ້ອມ​ນີ້ ທ່ານ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ກຳລັງ​ພົນ​ທີ່​ປະ
ຕິບັດ​ງານ​ກັບ KF-21 ມີ​ຄວາມ​ພາກພູມ​ໃຈ ແລະ ຄວາມ​ຮັບຜິດຊອບ​ສູງ ໃນ​ການ​ບໍລິຫານ​ຈັດການ​ຍົນ​ຮົບ​ລຸ້ນ​ໃໝ່​ຂອງ​ຊາດ ແລະ
ຮ່ວມ​ມື​ກັນ​ເພື່ອ​ໃຫ້ KF-21 ສາມາດ​ສ້າງ​ຜົນງານ​ໃນ​ຖານະ​ເປັນ​ກຳລັງ​ປ້ອງ​ກັນ​ຫຼັກ​ຂອງ ສ ເກົາຫຼີ. KF-21 Boramae ເປັນ​ຍົນ
ສູ້​ຮົບ​ຄວາມ​ໄວ​ກວ່າ​ສຽງ​ທີ່​ພັດທະນາ​ພາຍ​ໃນ​ປະເທດ ໂດຍ​ມີ​ເປົ້າ​ໝາຍ​ສຳຄັນ​ໃນ​ການ​ທົດ​ແທນ​ຍົນສູ້​ຮົບ F-5 ທີ່​ມີ​ອາຍຸ​ການ​ໃຊ້​
ງານ​ມາ​ແລ້ວ​ຫຼາຍ​ສິບ​ປີ. ໂຄງການ KF-21 ເລີ່ມ​ຕົ້ນ​ໃນ​ປີ 2001 ເມື່ອ​ປະທານາທິບໍດີ ຄິມ ແດ ຈຸງ ໄດ້​ສະເໜີ​ແນວ​ຄິດ​ການ​ພັດ
ທະນາ​ຍົນສູ້​ຮົບ​ທີ່​ຜະລິດ​ພາຍ​ໃນ​ປະເທດ. ໂຄງການ​ຕ້ອງ​ຜ່ານ​ການ​ຊັກ​ຊ້າ​ດ້ານ​ງົບປະມານ ແລະ ການ​ກວດ​ສອບ​ຄວາມ​ເປັນ​ໄປ​ໄດ້​
ຫຼາຍ​ຄັ້ງ ກ່ອນ​ຈະ​ເລີ່ມ​ໂຄງການ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ ​ທັນວາ 2015. ໃນ​ນັ້ນ ອິນ​ໂດ​ເນ​ເຊຍ ໄດ້​ເຂົ້າ​ຮ່ວມ​ໂຄງການ​ໃນ​ຖານະ
​ປະເທດ​ຮ່ວມ​ມື​ກັບ ບໍລິສັດ Korea Aerospace Industries (KAI) ໄດ້​ເປີດ​ໂຕ​ຍົນ​ຕົ້ນ​ແບບ KF-21 ລຳ​ທຳ​ອິດ​ໃນ ເດືອນ
ເມສາ 2021 ແລະ ເລີ່ມ​ການຜະລິດ​ຈຳນວນ​ຫຼາຍ​ໃນ​ເດືອນ​ມິຖຸນາ 2024. ຕາມ​ຂໍ້​ມູນ​ຂ່າວສານ KF-21 ໄດ້​ຜ່ານ​ການ​ຮັບຮອງ
​ດ້ານ​ຄວາມ​ພ້ອມ​ສໍາລັບ​ການ​ປະ ຕິບັດ​ພາລະກິດ​ໃນ​ເດືອນ ພຶດສະພາ 2026 ແລະ ສຳເລັດ​ຂັ້ນ​ຕອນ​ພັດທະນາ​ລະບົບ​ໃນ​ເດືອນ
​ຕໍ່​ມາ.

     ກອງທັບ​ອາກາດ​ຍັງ​ໄດ້​ຟື້ນ​ຟູ​ກອງ​ບິນ​ຂັບ​ໄລ່​ທີ 156 ໃນ​ເດືອນ ມິຖຸນາ 2026 ຫຼັງ​ຈາກ​ກອງ​ບິນ​ດັ່ງກ່າວ​ຖືກ​ຍຸບ​ໄປ​ປະມານ
14 ປີ ໃນ​ຖານະ​ເປັນ​ໜ່ວຍ​ທີ່​ໃຊ້​ຍົນ F-4E Phantom ເພື່ອ​ຮອງ​ຮັບ KF-21 ຮຸ່ນ​ໃໝ່. ຕາມ​ແຜນການ​ຜະລິດ KAI ຈະ​ຜະ
ລິດ KF-21 ຈຳນວນ 40 ລຳ ໃນ​ຊຸດ​ທຳ​ອິດ ໂດຍ​ເນັ້ນ​ພາລະກິດ​ອາກາດ​ສູ່​ອາກາດ ແລະ ມີ​ແຜນ​ສົ່ງ​ມອບ​ພາຍ​ໃນ​ປີ 2028.
ຫຼັງ​ຈາກ​ນັ້ນ ຈະ​ຜະລິດ​ເພີ່ມ​ອີກ 80 ລຳ ທີ່​ຕິດ​ຕັ້ງ​ອາວຸດ​ປ່ອຍ​ນຳ​ທາງ ໂຈມ​ຕີ​ເປົ້າ​ໝາຍ​ພາກ​ພື້ນ​ດິນ​ໄລຍະ​ໄກ ໂດຍ​ມີ​ແຜນ​ສົ່ງ​ມອບ
​ພາຍ​ໃນ​ປີ 2032. ກອງທັບ​ອາກາດ ສ ເກົາຫຼີ ມີ​ແຜນ​ຈະ​ປະຈຳການ KF-21 ຫຼາຍ​ກວ່າ 100 ລຳ ແບບ​ເປັນ​ໄລຍະ​ໃນ​ຊ່ວງ​ຕົ້ນ
​ທົດ​ສະ​ວັດ 2030. ພ້ອມ​ກັນ​ນີ້ ການ​ເພີ່ມ​ງົບປະມານ​ດ້ານ​ການ​ປ້ອງ​ກັນ​ຂອງ​​ສ ເກົາຫຼີ ໃນ​ປີ​ຕໍ່​ໄປ ຄາດ​ວ່າ​ຈະ​ຊ່ວຍ​ສະໜັບສະ
ໜູນ​ທັງ​ການ​ຜະລິດ​ຊຸດ​ທຳ​ອິດ ແລະ ການ​ຈັດ​ຫາ KF-21 ເພີ່ມ​ເຕີມ​ໃນ​ອະນາຄົດ.

ແຫຼ່ງທີ່ມາ: ຂກທ
ວັນທີ 07/10/2026