
ລະບົບຂີປະນາວຸດ Aster 30 ຂອງ ສິງກະໂປ ກໍາລັງສຳຄັນໃນການ
ປ້ອງກັນໄພທາງອາກາດ

ລະບົບຂີປະນາວຸດ Aster 30
ລະບົບຂີປະນາວຸດ Aster 30 ເປັນລະບົບປ້ອງກັນໄພທາງອາກາດຈາກພື້ນດິນ ທີ່ພັດທະນາໂດຍ ບໍລິສັດ MBDA ຂອງ ຝຣັ່ງ
ແລະ ນໍາໃຊ້ໂດຍກອງທັບອາກາດສິງກະໂປ. ລະບົບນີ້ເຂົ້າປະຈຳການປ້ອງກັນໄພທາງອາກາດຕະຫຼອດ 24 ຊົ່ວໂມງ ນັບແຕ່ ເດືອນ
ສິງຫາ 2020 ແລະ ໄດ້ຮັບການຢືນຢັນຂີດຄວາມສາມາດປະຕິບັດງານເຕັມຮູບແບບໃນວັນທີ 29 ພະຈິກ 2023. ລະບົບ Aster
30 ມີຂີດຄວາມສາມາດສະກັດກັ້ນເປົ້າໝາຍທາງອາກາດຫຼາຍປະເພດ ລວມທັງຍົນສູ້ຮົບ, ຍົນເຮລິກົບແຕ, ຍົນບໍ່ມີຄົນຂັບ (UAV)
ແລະ ອາວຸດນຳທາງທີ່ແມ່ນຍຳ. ຕາມຂໍ້ມູນຂອງກະຊວງປ້ອງກັນປະເທດ ສິງກະໂປ ເປີດເຜີຍວ່າ: ຂີປະນາວຸດມີໄລຍະສະກັດກັ້ນຍົນ
ສູ້ຮົບໄດ້ເຖິງ 70 ກິໂລແມັດ, ເພດານຄວາມສູງສະກັດກັ້ນສູງສຸດປະມານ 18 ກິໂລແມັດ ແລະ ຄວາມໄວ ສູງສຸດປະມານ5,500
ກິໂລແມັດຕໍ່ຊົ່ວໂມງ. ຂີປະນາວຸດມີນ້ຳໜັກປະ ມານ 450 ກິໂລກຣາມ ແລະ ຍາວປະມານ 5 ແມັດ. ຈຸດເດັ່ນອີກປະການໜຶ່ງແມ່ນ
ການເຊື່ອມໂຍງ Aster 30 ເຂົ້າກັບລະບົບປ້ອງກັນໄພທາງອາກາດ Island Air Defence (IAD) ຂອງສິງກະໂປ ເຊິ່ງປະສານ
ງານລະຫວ່າງຣາດາກວດຈັບ, ລະບົບບັນຊາການ ແລະ ຄວບຄຸມ ກັບລະບົບອາວຸດປະເພດອື່ນໆ ເຊັ່ນ: SPYDER. ການເຊື່ອມ
ໂຍງນີ້ຊ່ວຍໃຫ້ກອງທັບອາກາດສາມາດຮັບຮູ້ສະຖານະການ, ຕິດຕາມໄພຂົ່ມຂູ່ ແລະ ຕອບສະໜອງໄດ້ ຢ່າງວ່ອງໄວ. ໂດຍລວມ
Aster 30 ເປັນອົງປະກອບທີ່ສຳຄັນໃນການປ້ອງກັນນ່ານຟ້າຂອງສິງກະໂປ ໂດຍເນັ້ນທັງລະຍະສະກັດກັ້ນ, ຄວາມໄວ ແລະ
ການປະສານງານກັບເຄືອຂ່າຍຣາດາ. ຢ່າງໃດກໍຕາມປະສິດທິຜົນໃນການປະຕິບັດງານຈິງຍັງຂຶ້ນກັບລັກສະນະເປົ້າໝາຍ, ສະ
ພາບແວດລ້ອມ, ຂໍ້ມູນຈາກຣາດາ ແລະ ການປະສານງານຂອງລະບົບປ້ອງກັນໂດຍລວມ.
ແຫຼ່ງທີ່ມາ: ຂກທ
ວັນທີ 15/10/2026