
ແຟັງລັງ ເປີດຕົວເຮືອໂຄເວຟຊັ້ນ Pohjanmaa ລຳທີ 3 ຂອງຕົນ
ມີກຳນົດຈະສຳເລັດທັງ 4 ລຳ ພາຍໃນປີ 2029

ເຮືອໂຄເວຟຊັ້ນ Pohjanmaa
ຂ່າວການທະຫານຕ່າງປະ ເທດລາຍງານວ່າ: ແຟັງລັງ ໄດ້ເປີດຕົວເຮືອໂຄເວຟຊັ້ນ Pohjanmaa ລຳທີ 3 ຂອງຕົນ ຈາກທັງໝົດ 4 ລໍາ
ທີ່ເມືອງRauma ໃນວັນທີ 29 ຕຸລາ, ທັງ 4 ລຳມີກຳນົດຈະສຳເລັດພາຍໃນປີ 2029 ແລະ ຈະເຂົ້າຮັບໃຊ້ເປັນໄລຍະໆ ເຮືອລຳທີ 3 ກຳລັງ
ເຂົ້າສູ່ຂັ້ນຕອນການຕິດຕັ້ງອຸປະກອນ, ໃນຂະນະທີ່ວຽກງານຍັງສືບຕໍ່ໃນສອງລຳທຳອິດ. ສ່ວນເຮືອລຳທີ 4 ໄດ້ຢູ່ໃນໄລຍະການກໍ່ສ້າງຕັ້ງແຕ່
ກ່ອນທີ່ຈະວາງກະດູກງູໃນເດືອນສິງຫາ. ພົນເຮືອໂທ ໂທມັດ ທີວໄກເນນ ຜູ້ບັນຊາການກອງທັບເຮືອແຟັງລັງ, ກ່າວວ່າ: “ການເປີດຕົວເຮືອ
ລຳທີ 3 ສະແດງໃຫ້ເຫັນເຖິງຄວາມຄືບໜ້າທີ່ເກີດຂຶ້ນເປັນຜົນມາຈາກຄວາມພະຍາຍາມໃນໄລຍະຍາວຢ່າງຕໍ່ເນື່ອງ. ນີ້ແມ່ນໂຄງການຂະໜາດ
ໃຫຍ່ທີ່ລວມເອົາທ່າແຮງໃນອະນາຄົດຂອງກອງທັບເຮືອແຟັງລັງ, ຄວາມຊ່ຽວຊານດ້ານອຸດສາຫະກຳພາຍໃນປະເທດ ແລະ ການຮ່ວມມືຢ່າງ
ໃກ້ຊິດລະຫວ່າງຜູ້ມີສ່ວນຮ່ວມຕ່າງໆ.” RMC Defence Oy, ບໍລິສັດຍ່ອຍຂອງ Rauma Marine Constructions, ແມ່ນບໍລິສັດ
ທີ່ຮັບຜິດຊອບການເປີດຕົວ. ເຮືອໂຄເວຟກຳລັງຖືກສ້າງຂຶ້ນພາຍໃຕ້ໂຄງການ Squadron 2020, ທີ່ໄດ້ຮັບມອບໝາຍຈາກກອງບັນຊາການ
ຂົນສົ່ງຂອງກອງທັບເຮືອແຟັງລັງ. RMC ກ່າວວ່າໂຄງການນີ້ຈະສ້າງວຽກເຮັດງານທຳໂດຍກົງຫຼາຍກວ່າ 3.600 ຕຳແໜ່ງໃນປະເທດແຟັງລັງ
ຕໍ່ປີ. “ໃນຂະນະທີ່ໂຄງການມີຄວາມຄືບໜ້າ, ພວກເຮົາສາມາດນຳໃຊ້ປະສົບການຈາກແຕ່ລະລຳໄປໃນການກໍ່ສ້າງລຳຕໍ່ໄປ,” ທ່ານ ມິກາ ໄນມີ
ເນນ ປະທານ ແລະ ຜູ້ບໍລິຫານ ຂອງ RMC ກ່າວ. “ສິ່ງນີ້ສະແດງໃຫ້ເຫັນເຖິງວິວັດທະນາການຂອງຂະບວນການສ້າງເຮືອ, ຜົນຜະລິດທີ່ເພີ່ມ
ຂຶ້ນ ແລະ ຄວາມສາມາດທີ່ເຂັ້ມແຂງກວ່າໃນການສ້າງເຮືອສູ້ຮົບ.” ເຮືອເຫຼົ່ານີ້ຖືກ ອອກແບບມາເພື່ອການດຳເນີນງານຕະຫຼອດປີໃນທະເລບານ
ຕິກ Baltic ແລະ ມີຈຸດປະສົງເພື່ອປະຕິບັດງານຈົນຮອດຊຸມປີ 2060, ເປັນອົງປະກອບຫຼັກຂອງການປ້ອງກັນທາງທະເລຂອງແຟັງລັງ ແລະ
ສະໜັບສະໜູນການດຳເນີນງານຮ່ວມກັບພັນທະມິດ NATO. ພົນໂທ ຈູຮາ ແມັດຕິ ຢິຕາໂລ ຮອງຜູ້ບັນຊາການກອງບັນຊາການຂົນສົ່ງຂອງ
ກອງທັບແຟັງລັງ, ກ່າວວ່າ: “ການເປີດຕົວເຮືອລຳທີສາມ ແມ່ນຫຼັກຖານສະແດງເຖິງຄວາມຄືບໜ້າອັນໃຫຍ່ຫຼວງໃນໂຄງການຄວາມສາມາດ
ທາງທະເລທີ່ສຳຄັນ ນີ້, ການພັດທະນາຢ່າງຕໍ່ເນື່ອງຂອງການຮ່ວມມືລະຫວ່າງອູ່ເຮືອ Rauma, SAAB ໃນຖານະເປັນຜູ້ສະໜອງລະບົບອາ
ວຸດ ແລະ ກອງທັບເຮືອແຟັງລັງໃນຖານະຜູ້ສະໜອງປະສິດທິພາບ.” ສິ່ງນີ້ຮັບປະກັນວ່າປະສິດທິພາບ ທີ່ຄາດຄະເນໄວ້ຈະບັນລຸໄດ້.” ໂຄງການ
ກໍ່ສ້າງທີ່ຊ້ອນກັນນີ້ຊ່ວຍໃຫ້ບົດຮຽນທີ່ໄດ້ຮຽນຮູ້ຈາກເຮືອແຕ່ລະລຳສາມາດນຳໃຊ້ກັບເຮືອຕໍ່ໆໄປໄດ້. ກອງທັບເຮືອກ່າວວ່າວຽກງານດັ່ງກ່າວ
ຈະເສີມສ້າງຄວາມສາມາດຂອງແຟັງລັງໃນການອອກແບບ, ກໍ່ ສ້າງ ແລະ ບຳລຸງຮັກສາເຮືອສູ້ຮົບທີ່ທັນສະໄໝພາຍໃນປະເທດ.
ແຫຼ່ງທີ່ມາ: ຂກທ
ວັນທີ 12/11/2026