ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂບ​ອິ້ງ ​ສົ່ງ​ມອບ CH-47F Chinook ລຳ​ທຳ​ອິດ​ໃຫ້​ອີ​ຢິບ
ເລີ່ມ​ປັບປຸງ​ຝູງ​ເຮລີກົບ​​ແຕ​ຂົນສົ່ງ​ທາງ​ທະຫານ

​
ໂບ​ອິ້ງ CH-47F Chinook

     ເວັບ​ໄຊ້​ການ​ທະຫານ​ກ່າວ​ວ່າ: ສະຫະລັດ ໄດ້​ສົ່ງ​ມອບ​ເຮລີກົບ​​ແຕ​ຂົນສົ່ງ​ທາງ​ທະຫານ​ຂະໜາດ​ໜັກ CH-47F Chinook
ລຳ​ທຳ​ອິດ​ໃຫ້​ແກ່ ອີ​ຢິບ ແລ້ວ. ໂດຍ​ການ​ສົ່ງ​ມອບ​ຄັ້ງ​ນີ້​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ແຜນການ​ຈັດ​ຫາເຮລີກົບ​​ແຕ​ ລຸ້ນ​ໃໝ່​ຈຳນວນ 12 ລຳ
ຂອງ ອີ​ຢິບ ເພື່ອ​ເສີມ ແລະ ຍົກ​ລະດັບ​ຂີດ​ຄວາມ​ສາມາດ​ຝູງ​ເຮລີກົບ​​ແຕ​ ຂົນສົ່ງ​ໜັກ​ຂອງ​ກອງທັບ ອີ​ຢິບ.

     ສະຖານທູດ​ສະຫະລັດ ປະຈຳ ກຸງ​ໄຄ​ໂຣ ໄດ້​ປະກາດ​ຂ່າວ​ການ​ສົ່ງ​ມອບ​ໃນ ​ວັນ​ທີ 17 ກັນຍາ 2026 ທີ່​ຜ່ານ​ມາ ໂດຍ​ກ່າວ​ວ່າ
ການ​ສົ່ງ​ມອບ CH-47F Chinook ລຳ​ທຳ​ອິດ ເປັນ​ອີກ​ບາດກ້າວ​ໜຶ່ງ​ໃນ​ການ​ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ
​ປ້ອງ​ກັນ​ປະເທດ​ລະຫວ່າງ​ສະຫະລັດ ກັບ ອີ​ຢິບ. ສະຖານທູດ​ຍັງ​ໄດ້​ສະແດງ​ຄວາມ​ຍິນ​ດີ​ຕໍ່ບໍລິສັດ Boeing, ກອງທັບ​ບົກ​ສະ
ຫະລັດ ແລະ ກະຊວງ​ການ​ປ້ອງ​ກັນ​ປະເທດອີ​ຢິບ ຕໍ່​ການ​ສົ່ງ​ມອບ​ດັ່ງກ່າວ. ເຮລີກົບ​​ແຕ​ CH-47F Chinook ແມ່ນເຮລີກົບ
​​ແຕ​ ຂົນສົ່ງ​ທາງ​ທະຫານ​ຂະໜາດ​ໜັກ ແບບ​ໃບ​ພັດ​ຄູ່​ຕາມ​ແນວ​ຍາວ ພັດທະນາ ແລະ ຜະລິດ​ໂດຍ ບໍລິສັດ Boeing. ເຮລີກົບ
​​ແຕ​ລຸ້ນ​ນີ້​ຖືກ​ອອກ​ແບບ​ມາ​ສຳລັບ​ພາລະກິດ​ຂົນສົ່ງ​ທະຫານ, ອາວຸດ​ຍຸດ​ໂທ​ປະກອນ, ສຳພາລະ ແລະ ສິນຄ້າ​ທາງ​ທະຫານ​ທີ່​ມີ​
ນ້ຳໜັກ​ຫຼາຍ ລວມ​ເຖິງ​ການ​ລຳລຽງ​ກຳລັງ​ພົນ​ເຂົ້າ​ສູ່​ເຂດ​ປະຕິບັດ​ການ​ສູ້​ຮົບ.

     ການ​ຈັດ​ຫາ CH-47F ຈຳນວນ 12 ລຳ ຈະ​ຊ່ວຍ​ໃຫ້​ອີ​ຢິບ​ຂະຫຍາຍ​ຈຳນວນ ແລະ ຍົກ​ລະດັບ​ຝູງເຮລີກົບ​​ແຕ​ Chinook
ທີ່​ມີ​ຢູ່​​ແລ້ວ. ການ​ສົ່ງ​ມອບ​ລຳ​ທຳ​ອິດ​ຈຶ່ງ​ສະທ້ອນ​ໃຫ້​ເຫັນ​ວ່າ ອີ​ຢິບ ກຳລັງ​ເລີ່ມ​ປ່ຽນ​ຜ່ານ​ໄປ​ສູ່​ເຮລີກົບ​​ແຕ​ Chinook ລຸ້ນ​ໃໝ່​ທີ່​
ມີ​ຂີດ​ຄວາມ​ສາມາດ​ທັນ​ສະໄໝ​ກວ່າ. ແນວໃດ​ກໍ​ຕາມ, ສະຖານທູດ​ສະຫະລັດ ຍັງ​ບໍ່​ໄດ້​ເປີດເຜີຍ​ລາຍ​ລະອຽດ​ກ່ຽວ​ກັບ ການ​ກຳ
ນົດ​ສົ່ງ​ມອບ CH-47F ທີ່​ເຫຼືອ​ອີກ 11 ລຳ ຫຼື ແຜນການ​ນຳ​ໃຊ້​ເຮລີກົບ​​ແຕ​​ລຸ້ນ​ໃໝ່​ເຫຼົ່າ​ນີ້​ຂອງ​ກອງທັບ​ອີ​ຢິບ.

ແຫຼ່ງທີ່ມາ: ຂກທ
ວັນທີ 07/10/2026