
ກອງທັບເຮືອສິງກະໂປ ເປີດໂຕເຮືອສູ້ຮົບ MRCV ລຳທີສອງ

ເຮືອສູ້ຮົບ MRCV
ຕາມເວບໄຊຂ່າວການທະຫານ ຕ່າງປະເທດ ລາຍງານວ່າ: ກະຊວງປ້ອງກັນປະເທດສິງກະໂປ ໄດ້ປະກາດເປີດໂຕ ເຮືອສູ້ຮົບ
ຫຼາຍໜ້າທີ່ (MRCV) ທີ່ອູ່ເຮືອ Benoi, ເຊິ່ງເປັນອູ່ເຮືອທີ່ດຳເນີນການໂດຍ ບໍລິສັດ ST Engineering, ເຊີ່ງເຮືອສູ້ຮົບລຳດັ່ງ
ກ່າວມີຊື່ວ່າ RSS Valour. RSS Valour ແມ່ນເຮືອສູ້ຮົບ MRCV ລຳທີສອງໃນຈຳນວນຫົກລຳ ທີ່ອອກແບບພາຍໃຕ້
ແນວຄວາມຄິດ "ເຮືອແມ່" ເຊິ່ງມີຈຸດປະສົງສຳລັບລະບົບຍານພາຫະນະທາງອາກາດບໍ່ມີຄົນຂັບ (UAV), ລວມທັງຍົນ, ເຮືອພື້ນ
ດິນ ແລະ ເຮືອດຳນ້ຳ ໃນການປະຕິບັດງານທາງທະເລ.
ເຖິງວ່າຈະມີການອອກແບບເຮືອແມ່, ແຕ່ມັນຈະຖືກຕິດຕັ້ງດ້ວຍລະບົບເຝົ້າລະວັງ, ອາວຸດ ແລະ ລະບົບການສື່ສານເຄືອຂ່າຍ
ທີ່ກ້າວໜ້າເພື່ອຕອບສະໜອງຕໍ່ໄພຂົ່ມຂູ່, ສິ່ງສຳຄັນເຮືອດັ່ງກ່າວຈະມີລະບົບອັດຕະໂນມັດເພື່ອທົດແທນບຸກຄະລາກອນ, ເຊິ່ງໝາຍ
ຄວາມວ່າເມື່ອທຽບກັບເຮືອທີ່ມີຂະໜາດ ແລະ ຄວາມສາມາດຄ້າຍຄືກັນ, MRCV ຈະຕ້ອງການລູກເຮືອໜ້ອຍກວ່າ, ຫຼັງຈາກນີ້,
RSS Valour ຈະໄດ້ຮັບການຕິດຕັ້ງລະບົບ ແລະ ການເຊື່ອມໂຍງກ່ອນທີ່ຈະເຂົ້າສູ່ໄລຍະການຍອມຮັບ ຄາດວ່າຈະສົ່ງມອບເຮືອ
ລຳນີ້ໃນ ປີ 2028. ເຮືອສູ້ຮົບດັ່ງກ່າວ ມີນ້ຳໜັກປະມານ 8.000 ໂຕນ, ຍາວ 150 ແມັດ, ມີໄລຍະທາງປະຕິບັດງານສູງສຸດປະ
ມານ 12.900 ກິໂລແມັດ ແລະ ສາມາດປະຕິບັດງານຢ່າງຕໍ່ເນື່ອງເປັນເວລາ 21 ມື້, ໂດຍ MRCV ຈະເສີມຂະຫຍາຍຄວາມສາ
ມາດຂອງກອງທັບເຮືອສິງກະໂປໃນການໃຊ້ຍານພາຫະນະທາງອາກາດບໍ່ມີຄົນຂັບ (UAVs) ຢ່າງຫຼວງຫຼາຍ, ເຊິ່ງຕ້ອງການລູກເຮືອ
ໜ້ອຍກວ່າ 100 ຄົນ, ລະບົບເຝົ້າລະວັງຈະປະກອບມີ Radar ຫຼາຍໜ້າທີ່ຂອງ Thales, Radar ຄວບຄຸມໄຟຂອງ Thales
ລະບົບກ້ອງຖ່າຍຮູບເຝົ້າລະວັງ Safran EO, ລະບົບ Sonar ທີ່ຕິດຕັ້ງຢູ່ Hull ແລະ ຄວາມສາມາດໃນການປ້ອງກັນທາງໄຊເບີ,
ລະບົບອາວຸດຈະປະກອບດ້ວຍປືນ STARLES 76 ມມ, ປືນ MK30-C ຂະໜາດ 30 ມມ, ລູກສອນໄຟຕ້ານອາກາດ MICA
ແລະ ASTER ເຊິ່ງວ່າ ລາຍລະອຽດກ່ຽວກັບລູກສອນໄຟຕ້ານເຮືອຍັງບໍ່ທັນໄດ້ຮັບການກຳນົດເທື່ອ, ນອກຈາກລະບົບ UAV, ເຮືອ
ຍັງມີຄວາມສາມາດໃນການຕິດຕັ້ງໂມດູນຕູ້ຄອນເທນເນີໄດ້ເຖິງ 8 ໂມດູນ. ການອອກແບບໂມດູນນີ້ຊ່ວຍໃຫ້ເຮືອສາມາດປັບຕົວເຂົ້າ
ກັບພາລະກິດຕ່າງໆ ໄດ້ໃນເວລາສັ້ນໆ.
ແຫຼ່ງທີ່ມາ: ຂກທ
ວັນທີ 04/08/2026