ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍົກ​ລະດັບ​ວຽກງານ​ສື່ສານ​ມວນ​ຊົນ​ໃຫ້​ຕາໜ່າງຂ່າວ​ທະ​ຫານ​ແຂວງ ບໍ່​ແກ້ວ


ສະຫາຍ ພັນໂທ ບຸນມີ ພາມີໄຊ ​ເປັນ​ປະທານ

     ລະຫວ່າງວັນທີ 21-23 ຕຸລານີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສໍາເລັດການຍົກລະດັບວຽກງານຂ່າວສານສື່ມ່ວນຊົນໄລຍະສັ້ນໃຫ້ພະນັກງານ ທີ່ເຮັດ
ວຽກງານວິຊາສະເພາະສື່ມວນຊົນ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນມີ ພາມີໄຊ ຫົວໜ້າ ຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄູ-ອາ
ຈານຈາກກອງບັນນາທິການໜັງສືພິມກອງທັບ ແລະ ສໍາມະນາກອນທີ່ເຮັດວຽກງານສື່ມວນຊົນທົ່ວທະຫານແຂວງເຂົ້າຮ່ວມ.

     ສະຫາຍ ພັນໂທ ນາງ ສົມໝາຍ ບູລິດຳ ຫົວໜ້າ ພະແນກໂຄສະນາອົບຮົມທະຫານແຂວງ ບໍ່​ແກ້ວ ໄດ້ສະຫຼຸບຄືນຜ່ານການເຝິກອົບຮົມໄລຍະ 3 ວັນຜ່ານມາ, ເຊິ່ງມີ
ສໍາມະນາກອນເຂົ້າຮ່ວມເຝິກອົບຮົມທັງໝົດ 23 ສະຫາຍ, ໂດຍບັ້ນອົບຮົມແມ່ນໄດ້ເລັ່ງໃສ່ອົບຮົມເຕັກນິກການຂຽນຂ່າວແບບໃໝ່, ວິທີຂຽນບົດວຽກດີຄົນເດັ່ນ, ເຕັກ
ນິກການນຳໃຊ້ກ້ອງຖ່າຍຮູບ ແລະ ການຖ່າຍຮູບ. ການສົ່ງຂ່າວຜ່ານທາງອິນເຕີເນັດ, ຜ່ານການອົບຮົມທັງພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ສາມາດຕີ
ລາຄາປະເພດເກັ່ງກວມອັດຕາສ່ວນ 26%, ປະເພດກາງກວມເອົາ 47%, ແລະ ລະດັບຄາດໝາຍກວມເອົາ 26%, ການອົບຮົມຄັ້ງນີ້ກໍເພື່ອເປັນການຍົກລະດັບຄວາມຮູ້
ຄວາມສາມາດທາງດ້ານວິຊາສະເພາະໃຫ້ແກ່ພະນັກງານທີ່ເຮັດວຽກງານສື່ມວນຊົນທົ່ວກອງບັນຊາການ​ໃຫ້ສູງຂຶ້ນຕື່ມ ທັງເປັນການສ້າງຕາໜ່າງຂ່າວຢູ່ກົມກອງທ້ອງຖິ່ນ
ໃຫ້ມີຄຸນນະພາບດີຂຶ້ນ ເພື່ອສາມາດນໍາສະເໜີທາງດ້ານຂໍ້ມູນຂ່າວສານ ແລະ ການເຄື່ອນໄຫວທຸກຂົງເຂດວຽກງານຂອງກອງບັນຊາການໃຫ້ກວ້າງຂວາງ, ນໍາສະເໜີ
ຂ່າວວ່ອງໄວຊັດເຈນ ແລະ ທັນກັບເຫດການຕົວຈິງ.