ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສົມ​ກັບເປັນ​ຫົວໜ້າໝູ່


ສະຫາຍ ຮ້ອຍຕີ ພຸດທະສອນ ພັນທະລາແສງ ບຸກຄົນ​ດີ​ເດັ່ນ​ທີ່​ຫຼາຍໆ​ຄົນຄວນ​​ເອົາເປັນ​ແບບຢ່າງ

     ເມື່ອເວົ້າເຖິງພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ກໍຄືຂໍ້ກຳນົດກົດລະບຽບຂອງກອງທັບ ແລະ ດຸໝັ່ນຂະຫຍັນພຽນໃນການອອກແຮງງານເພີີ່ມ
ພູນຜະລິດຜົນປູກຝັງ-ລ້ຽງສັດຕາມລະດູການ ເພື່ອແກ້ໄຂຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນນັ້ນ, ສະຫາຍ ຮ້ອຍຕີ ພຸດທະສອນ ພັນທະລາແສງ ຮັບຜິດຊອບຫົວໜ້າໝູ່,
ໝວດ 2, ກອງຮ້ອຍ 2, ກອງພັນ 565 ທີ່ຂຶ້ນກັບກອງພົນທີ 5 ແມ່ນບຸກຄົນໜຶ່ງທີ່ເປັນແບບຢ່າງໃຫ້ແກ່ໝູ່ເພື່ອນໃນຫຼາຍໆດ້ານ.

     ຕະຫຼອດໄລຍະຜ່ານມາ, ສະຫາຍໄດ້ເຝິກຝົນຫຼໍ່ຫຼອມຕົນເອງ ໃນທຸກດ້ານເປັນຕົ້ນແມ່ນການປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບວາງອອກ ການປະຕິບັດໜ້າ
ທີ່ວິຊາສະເພາະ ແລະ ຂະບວນການຕ່າງໆ ໃນເບື້ອງຕົ້ນບໍ່ທັນຊິນເຄີຍກັບການດຳລົງຊີວິດແບບລວມໝູ່ ແລະ ໜ້າທີ່, ທີ່ການຈັດຕັ້ງມອບໝາຍ ແຕ່ຍ້ອນຄວາມຕັດສິນໃຈ
ອົດທົນຜ່ານຜ່າຕັ້ງໃຈສຶກສາຮຽນຮູ້ນຳໝູ່ເພື່ອນ ແລະ ການຈັດຕັ້ງຈຶ່ງເຮັດໃຫ້ສະຫາຍກາຍເປັນພະນັກງານຜູ້ໜຸ່ມນ້ອຍໃນກົມກອງທີ່ຄະນະພັກ-ຄະນະບັນຊາ ແລະ ການຈັດ
ຕັ້ງຂັ້ນຕ່າງໆໄວ້ເນື້ອເຊື່ອໃຈ. ຍ້ອນເຫັນໄດ້ຜົນງານຂອງສະຫາຍຄືແນວນັ້ນ ຈຶ່ງມອບໝາຍໜ້າທີ່ໃຫ້ເປັນຫົວໜ້າໝູ່ ເຊິ່ງເປັນໜ້າທີ່ອັນມີກຽດສຳລັບ ສະຫາຍ ຮ້ອຍຕີ ພຸດ
ທະສອນ ພັນທະລາແສງ ໄດ້ເຮັດໃຫ້ສະຫາຍຍິ່ງເພີ່ມ ທະວີຄວາມຮັບຜິດຊອບ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງບົນໜ້າວຽກຕົວຈິງ, ມີຄວາມສາມັກຄີພາຍໃນ-ພາຍນອກ,
ເຊິ່ງໃຜໆກໍໃຫ້ການຍົກຍ້ອງວ່າ: ສົມແລ້ວທີ່ເປັນຫົວໜ້າໝູ່, ເປັນຜູ້ມີວິໄສທັດ ແລະ ເປັນແບບຢ່າງທີ່ດີດ້ານພຶດຕິກຳຕົວຈິງ.

     ສະຫາຍ ຮ້ອຍຕີ ພຸດທະສອນ ພັນທະລາແສງ ນອກຈາກຈະໂດດເດັ່ນໃນການນຳພາ-ບັນຊາແລ້ວ,ວຽກງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ. ກໍໂດດເດັ່ນເຊັ່ນກັນ
ເຊິ່ງແຕ່ລະປີສາມາດສ້າງລາຍຮັບຈາກການປູກຝັງ-ການລ້ຽງສັດ ໄດ້ 10 ລ້ານກວ່າກີບ ແລະ ໃນປີຜ່ານມາ, ສະຫາຍ ສ້າງລາຍຮັບໄດ້ 13 ລ້ານກວ່າກີບ.

     ສະຫາຍ ຮ້ອຍເອກ ຈັນທະວີ ທຽມທັດ ຫົວໜ້າ ການເມືອງກອງຮ້ອຍທີ 2 ກອງພັນ 565 ໄດ້ກ່າວວ່າ: ສະຫາຍ ຮ້ອຍຕີ ພຸດທະສອນ ພັນທະລາແສງ ເປັນຜູ້ໜຶ່ງທີ່ມີ
ຄວາມຫ້າວຫັນໃນການປະຕິບັດ ໜ້າທີ່ວິຊາສະເພາະ ກໍຄືກົດລະບຽບຂອງກົມກອງວາງອອກ, ມີຄວາມດຸໝັ່ນຂະຫຍັນພຽນດ້ານການອອກແຮງງານເພີ່ມພູນຜະລິດຜົນ
ຊອກແຫຼ່ງລາຍຮັບເພີ່ມໃຫ້ຕົນເອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຕົນເອງ ຈາກຜົນສຳເລັດດັ່ງກ່າວນັ້ນ, ສະຫາຍຈຶ່ງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ຄະນະພັກ-ຄະ
ນະບັນຊາ ແລະ ຄວາມຮັກແພງຈາກໝູ່ເພື່ອນຢູ່ສະເໝີ.