ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບລົດອູອັອດ ໃຫ້ແກ່ກົມກອງຊາຍແດນທີ່່່ຂຶ້ນກັບທະຫານແຂວງ ຈຳປາສັກ


ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ເປັນປະທານພິທີມອບ-ຮັບລົດອູອັອດ 469

     ພິທີມອບ-ຮັບລົດອູອັອດ 469 ໃຫ້ແກ່ກົມກອງຊາຍແດນ ທີ່ຂຶ້ນກັບກອງບັນຊາການທະຫານແຂວງຈຳປາສັກ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ໂດຍມີ ສະຫາຍ ພົນຈັດ
ຕະວາ ສຸໄກ ພິມມະສານ, ເລຂາຄະນະພັກ, ຫົວໜ້າ ການທະຫານກອງບັນຊາການທະຫານແຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງອ້ອມຂ້າງ, ຄະນະພັກ-ຄະ
ນະບັນຊາ ນັກວິຊາການຈາກກົມກອງຊາຍແດນ 9 ກົມກອງເຂົ້າຮ່ວມ.

     ລົດອູອັອດ 469 ທີ່ມອບໃນຄັ້ງນີ້ ມີ 9 ຄັນ, ເຊິ່ງມອບໃຫ້ກົມກອງລະ 1 ຄັນ, ລົດຈໍານວນດັ່ງ ກ່າວແມ່ນກົມໃຫຍ່ເຕັກນິກກອງທັບ ໄດ້ນໍາມາມອບໃຫ້ແກ່ກອງບັນ
ຊາການທະຫານແຂວງຈໍາປາສັກ ໃນຕົ້ນເດືອນກັນຍາ 2019 ເພື່ອນຳໃຊ້ເຂົ້າໃນວຽກງານຕົວຈິງຂອງກົມກອງໃຫ້ນັບມື້ມີຄວາມສະດວກຫຼາຍຂຶ້ນກວ່າເກົ່າ.

     ໂອກາດມອບ-ຮັບລົດຄັ້ງນີ້, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກ-ຄະນະບັນຊາ ແລະ ນັກວິຊາການທີ່ໄດ້ຮັບລົດດັ່ງກ່າວ, ເຊິ່ງ
ທ່ານກໍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນກໍຄື: ຄວາມເປັນຫ່ວງເປັນໄຍຂອງກະຊວງປ້ອງກັນປະເທດ ທີ່ມີຕໍ່ກົມກອງຊາຍແດນທີ່ຫ່າງໄກສອກ ຫຼີກພ້ອມທັງກ່າວ
ເນັ້ນໜັກແກ່ຄະນະພັກ-ຄະນະບັນຊາ ແລະ ວິຊາການທີ່ໄດ້ຮັບລົດດັ່ງກ່າວ ຈົ່ງໃຊ້ລົດໃນວຽກງານຕົວຈິງໃຫ້ເໝາະສົມ ແລະ ເອົາໃຈໃສ່ປົກປັກຮັກສາສະພາບເຕັກນິກລົດ,
ເພື່ອນໍາໃຊ້ລົດໃຫ້ໄດ້ຍາວນານ ແລະ ເກີດປະໂຫຍດສູງສຸດ.