ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍສິລະປະ-ວັນນະຄະດີ ສະໝັກຫຼິ້ນຂອງກອງພັນໃຫຍ່ 497 ສະ​ແດງ​ຜ່ານ​ລາຍການ


ໜ່ວຍສິລະປະ-ວັນນະຄະດີ ສະໝັກຫຼິ້ນຂອງ ກອງພັນໃຫຍ່ 497

     ວັນທີ 10 ກັນຍາ 2020, ໜ່ວຍສິລະປະ-ວັນນະຄະດີ ສະໝັກຫຼິ້ນຂອງກອງພັນໃຫຍ່ 497 ໄດ້ສະແດງຜ່ານລາຍການຂອງຕົນ, ໂດຍການເຂົ້າຮ່ວມຂອງ ສະຫາຍ
ພັນເອກ ອຸດອນ ອ້ວນສັກດາ ຮອງຫົວໜ້າ ກົມ 49 ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍຄູຝຶກ ແລະ ນັກສິລະປະ- ວັນນະຄະດີສະໝັກ
ຫຼິ້ນ ເຂົ້າຮ່ວມ.

     ລາຍການທີ່ນຳມາສະແດງຄັ້ງນີ້, ລວມມີ 4 ລາຍການ ຄື: ບົດເພງມີ 2 ບົດ, ບົດຟ້ອນມີ 2 ບົດ ຄື: ບົດເພງ 7 ລະບອບ 18 ວຽກ, ເພງລວມໝູ່ຍິງ-ຊາຍ ເຫຼົ່າຮົບ
ຕີພິເສດ, ບົດຟ້ອນຫວນຄືນມູນເຊື້ອຊາດລາວ ແລະ ເພື່ອນຮ່ວມສະໝໍລະພູມຮົບ. ເຊິ່ງໄດ້ປະດິດຄິດແຕ່ງເອງ, ມີເນື້ອໃນສ່ອງແສງເຖິງການຕໍ່ສູ້ຂອງພະນັກງານ-ນັກຮົບ
ໃນຮຸ່ນກ່ອນທີ່ໄດ້ເສຍສະຫຼະເລືອດເນື້ອຂອງຕົນເຂົ້າໃນພາລະກິດປະຕິວັດ, ກໍ່ຄື ການປົກປັກຮັກສາອຳນາດອະທິປະໄຕຂອງຊາດ, ຍອມເສຍສະຫຼະຊີວິດເພື່ອປະເທດຊາດ
ບໍ່ໃຫ້ຊາດອື່ນມາຮຸກຮານ, ພ້ອມທັງສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 71 ປີ ພາຍໃຕ້ການນຳພາຂອງພັກ, ພ້ອມ
ນີ້, ຍັງໄດ້ສ່ອງແສງໃຫ້ເຫັນຄວາມຮູ້ບູນຄຸນ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງພາຍໃຕ້ການນຳພາຂອງພັກ ແລະ ພູມໃຈທີ່ໄດ້ປະຕິ
ບັດໜ້າທີ່ຮັບໃຊ້ຊາດ.

     ຈາກນັ້ນ, ປະທານພ້ອມດ້ວຍຄະນະຊີ້ນຳ ໄດ້ໃຫ້ຄຳແນະນຳບາງບັນຫາເປັນຕົ້ນ: ຈັງຫວະເຄົາຮົບ, ການເຂົ້າ-ອອກ, ທ່າທາງສີໜ້າໃນເວລາອອກສະແດງ, ​ໂດຍ​ສະ​ເພາະ
​ກໍ່, ເພື່ອເປັນການປັບປຸງວຽກງານ​ປິ່ນ​ອ້ອມໃຫ້ມີຄວາມອຸດົມສົມບູນ ​ແລະ ກະກຽມຄວາມພ້ອມ​ໃຫ້​ແກ່​ການອອກເຄື່ອນໄຫວສະແດງຮັບໃຊ້ການຊ້ອມຮົບໃຫ້ມີຄວາມຟົດ
​ຟື້ນ ​ແລະ ເບີກບານມ່ວນຊື່ນ.