ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ​ໃຫຍ່ 11 ​ເປີດ​ກອງ​ປະຊຸມ​ເຜີຍ​ແຜ່​ເອ​ກະສາ​ນ


ສະຫາຍ ພັນເອກ ກົງທອງ ສຸຂະວົງ ​ເປັນ​ປະທານ​​ກອງ​ປະຊຸມຈັດ​ຕັ້ງ​ເຜີຍ​ແຜ່​ເອກະສານ

     ທ້າຍອາທິດທີ່ຜ່ານມາ ກອງພັນໃຫຍ່ 11 ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານຄຳສັ່ງແນະນຳຈາກກົມໃຫຍ່ເສນາທິການກອງທັບ ຢູ່ທີ່ສະໂມສອນຂອງກົມກອງ ພາຍ
ໃຕ້ການເປັນປະທານຂອງສະຫາຍ ພັນເອກ ກົງທອງ ສຸຂະວົງ ເລຂາຄະນະພັກ, ຫົວໜ້າ ການທະຫານກອງພັນໃຫຍ່ 11, ມີສະຫາຍ ຫົວໜ້າ ການເມືອງພ້ອມດ້ວຍຄະນະ
ພັກ-ຄະນະບັນຊາພະນັກງານສະມາຊິກພັກຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມ.

     ໂອກາດນີ້ ສະຫາຍ ພັນໂທ ຄຳສຸກ ອິນທະພອນ ຄະນະພັກ ຫົວໜ້າ ພະແນກເສນາກອງພັນໃຫຍ່ 11 ໄດ້ຂຶ້ນເຜີຍແຜ່ຄຳສັ່ງແນະນຳຂອງກົມໃຫຍ່ເສນາທິການກອງ
ທັບ, ວ່າດ້ວຍການສືບຕໍ່ອົບຮົມຫັດແອບ ແລະ ຈັດຕັ້ງຊ້ອມຮົບຂັ້ນກອງພັນນ້ອຍຍິງລູກປືນແທ້ປະຈຳປີ 2019 ແລະ ຄຳສັ່ງເຖິງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 11,
ເລື່ອງຈັດຕັ້ງກະກຽມກຳລັງ ແລະ ພາຫະນະອາວຸດ ເຂົ້າຊ້ອມຮົບລົດຕັງ-ຍານເກາະຮ່ວມ ລາວ-ຣັດເຊຍ ຄັ້ງທີ 01, ນອກຈາກນັ້ນ ຍັງມີແຜນການ ຊ້ອມຮົບປະຈຳປີຂອງ
ກອງພັນໃຫຍ່ 11 ແລະ ກະກຽມເຂົ້າຊ້ອມຮົບຮ່ວມເຫຼົ່າຮົບລົດຕັງ-ຍານເກາະ ລາວ-ຣັດເຊຍ 2019. ພ້ອມທັງຜ່ານຂໍ້ຕົກລົງຂອງ ກອງພັນໃຫຍ່ 11 ວ່າດ້ວຍການແຕ່ງ
ຕັ້ງພາກສ່ວນຫັດແອບຊ້ອມຮົບຮ່ວມເຫຼົ່າຮົບລົດຕັງ- ຍານເກາະ ລາວ-ຣັດເຊຍ.

     ໃນການຈັດຕັ້ງເຜີຍແຜ່ເອກະສານຄັ້ງນີ້ ເພື່ອເຮັດໃຫ້ບັນດາກົມກອງທີ່ເຂົ້າຮ່ວມໄດ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຜນການຂອງຂັ້ນເທິງວາງອອກ, ເພື່ອເຮັດ
ໃຫ້ການຊ້ອມຮົບປະຈຳປີ 2019 ຂອງກົມກອງສາມາດບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້, ປັບປຸງກໍ່ສ້າງກຳລັງຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່
ການເມືອງໃນໄລຍະໃໝ່ ເຊິ່ງມັນໄດ້ຮຽກຮ້ອງໃຫ້ກົມກອງ, ກຳລັງຫຼວງ, ກຳລັງທ້ອງຖິ່ນຕ້ອງເຝິກແອບຮໍ່າຮຽນໃຫ້ມີລະດັບສິລະປະຍຸດ-ຍຸດທະວິທີອັນແຫຼມຄົມ, ມີລະ
ບຽບວິໄນເຂັ້ມງວດ ແລະ ມີກຳລັງແຮງກາຍພຽງພໍເພື່ອກຽມພ້ອມສູ້ຮົບ, ປະຕິບັດສູ້ຮົບ ແລະ ແກ້ໄຂໄພພິບັດທີ່ອາດຈະເກີດຂຶ້ນໃນທຸກກໍລະນີ.

     ຕອນທ້າຍ ສະຫາຍ ພັນເອກ ກົງທອງ ສຸຂະວົງ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍສະຫາຍໄດ້ເນັ້ນໜັກໃຫ້ແຕ່ລະກົມກອງ, ວິຊາສະເພາະທຸກພາກສ່ວນຕ້ອງເພີ່ມທະວີ
ຄວາມຮັບຜິດຊອບ ເຂົ້າໃນໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍໄປແລ້ວນັ້ນໃຫ້ດີຂຶ້ນ. ພ້ອມກັນເປັນເຈົ້າການເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-
ນັກຮົບປຸກລະດົມກຳລັງໃຈ-ກຳລັງແຮງກາຍເຂົ້າໃນພາລະກິດລວມຂອງກົມກອງ ແລະ ສາມາດເຮັດສຳເລັດໜ້າທີ່ຕາມຄາດໝາຍຂອງຂັ້ນເທິງວາງໄວ້.