ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມຊ່າງແສງອັດບັ້ນອົບຮົມ-ຫັດແອບໄລຍະສ້ັນວິທີການນໍາໃຊ້ເຮືອກູ້ໄພ


ພັນເອກ ທົງໄຊ ບຸບຜາ ເຂົ້າຮ່ວມເປັນປະທານອັດບັ້ນອົບຮົມ-ຫັດແອບໄລຍະສ້ັນວິທີການນໍາໃຊ້ເຮືອກູ້ໄພຊະນິດ ( ໂຮເວີຄຣາດ )

     ທ້າຍເດືອນ ພຶດສະພາ 2019 ນີ້, ກົມຊ່າງແສງ ໄດ້ອັດບັ້ນອົບຮົມ-ຫັດແອບໄລຍະສ້ັນວິທີການນໍາໃຊ້ເຮືອກູ້ໄພຊະນິດ ( ໂຮເວີຄຣາດ ) ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກ
ລັດຖະບານ ຕວັກກີ ຢູ່ກອງກວດ-ລະເບີດ 58 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ທົງໄຊ ບຸບຜາ ຮອງຫົວໜ້າກົມຊ່າງແສງກົມໃຫຍ່ເສນາທິການກອງ
ທັບ, ມີບັນດາພະແນກການຜູ້ຕາງໜ້າອົງການສະຫະປະຊາຊາດ ແລະ ນັກເຝິກອົບຮົມເຂົ້າຮ່ວມ.

     ຜ່ານການຈັດຕັ້ງອົບຮົມ-ຫັດແອບມາເປັນໄລຍະ 3 ວັນຜ່ານມາ ມີນັກເຝິກອົບຮົມມາຈາກກອງພັນຂ້າມຜ່ານ 588 ແລະ ກອງຮ້ອຍ 51 ຈຳນວນ 8 ສະຫາຍ ເຊິ່ງສາ
ມາດຕີລາຄາໄດ້ຜົນຂອງການອົບຮົມເຫັນໄດ້ວ່ານັກເຝິກອົບຮົມແຕ່ລະສະຫາຍແມ່ນໄດ້ເອົາໃຈໃສ່ເກັບກຳເອົາບົດຮຽນຈາກຄູ-ອາຈານທັງພາກທິດສະດີ ແລະ ພາກປະຕິ
ບັດຕົວຈິງຢູ່ພາກສະໜາມ ເຮືອດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອຈາກປະເທດ ຕວັກກີ ມອບໃຫ້ກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ ເພື່ອນຳໃຊ້ໃນການຄົ້ນຫາ
ຜູ້ປະສົບໄພນໍ້າຖ້ວມເຊິ່ງສາມາດແລ່ນທາງບົກ ແລະ ທາງນໍ້າໄດ້.

     ພັນຕີ ບຸນກອງ ສີວົງຊໍາ ຊ່ວຍວຽກພະແນກເຕັກນິກກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ຕາງໜ້າໃຫ້ຄະນະຮັບຜິດຊອບການເຝິກອົບຮົມ-ຫັດແອບການນຳ
ໃຊ້ເຮືອກູ້ໄພປະເພດລອຍນໍ້າໄດ້ສະແດງຄວາມຂອບອົກ, ຂອບໃຈມາຍັງລັດຖະບານ ຕວັກກີ ທີ່ໄດ້ມອບເຮືອກອບກູ້ໄພພິບັດໃນຄັ້ງນີ້ ແລະ ຄູ-ອາຈານທ່ີໄດ້ມາສິດສອນ
ເຊິ່ງມັນສະແດງອອກໃນການລົງພາກປະຕິບັດຕົວຈິງພາກສະໜາມແຕ່ລະສະຫາຍແມ່ນສາມາດກຳໄດ້ທິດສະດີຫຼັກການຕາມການສິດສອນຂອງຄູ-ອາຈານ.