ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຖາບັນອະນາໄມກັນພະຍາດກອງທັບ ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຢູ່ ວຕກ


     ໃນວັນທີ 30 ເມສາ 2021 ສະຖາບັນອະນາໄມກັນພະຍາດກອງທັບ ລົງສັກຢາວັກຊີນປ້ອງກັນພະຍາດ ໂຄວິດ -19 ໃຫ້ນາຍແລະ ພົນທະຫານ ວຕກ
ນໍາໂດຍ ສະຫາຍ ພັນໂທ ນາງ ອານົງລັກ ວຸດທິບໍາເພັນ ຫົວໜ້າພະແນກສົງເສີມສຸຂະພາບແມ່ ແລະ ເດັກ, ພ້ອມດ້ວຍພະນັກງານວິຊາການ.

     ເພຶ່ອເປັນການປະຕິບັດຕາມແຜນການ ຂອງ ຄະນະສະະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດ ສາຍພັນໃໝ່ ໂຄວິິດ-19 ຂອງກະຊວງ
ປ້ອງກັນປະເທດ ແລະ ປະຕິບັດແຜນການເຄຶ່ອນໄຫວສັກຢາວັກຊີນປ້ອງກັນ ໂຄວິດ-19 ຂອງສະຖາບັນອະນາໄມກັນພະຍາດກອງທັບ. ໂດຍວັກຊີນທີນໍາ
ສັກປ້ອງກັນ ຄັ້ງນີ້ແມ່ນຜະລິດຕະພັນຢາ ຂອງບໍລິສັດ ຊີໂນຟາມ ຂອງ ສປ ຈີນ. ທັງນີ້ ນາຍ ແລະ ພົນທະຫານ ສາມາດໄດ້ຮັບການສັກວັກຊີນທົ່ວກົມກອງ,
ວິຊາການສັກຢາຕ້ານພະຍາດ ໂຄວິດ-19 ໃຫ້ຮູ້ວ່າການສັກຢາວັກຊີນ ຄັ້ງນີ້ກໍ່ເພຶ່ອເປັນການຄວບຄຸມພະຍາດ ດັ່ງກ່າວ ບໍ່ໃຫ້ແຜ່ລາມໄປວົງກ້ວາງ ແລະ ເພຶ່ອ
ສ້າງພູມຄຸ້ມກັນໃຫ້ນາຍ ແລະ ພົນທະຫານ ມີສຸຂະພາບແຂງແຮງ, ພ້ອມກັນປະຕິບັດເຮັດໜ້າທີ່ ທີ່ໄດ້ຮັບມອບໝາຍ ໃຫ້ສຳເລັດ ແລະ ຮັກສາສຸຂະພາບ, ປະ
ຕິບັດຮັກສາໄລຍະຫ່າງ ລະຫ່ວາງບຸກຄົນ, ປະຕິບັດມາດຕະການຕ່າງໆຕາມຄຳສັ່ງເລກທີ 15 ຂອງທ່ານນາຍຍົກລັດຖະມົນຕີວາງອອກໃຫ້ເຂັ້ມງວດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/04/2021