ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 2 ຮັບປະກັນ​ວຽກງານ​ລ້ຽງດູ​ທັບ ​ໃນ​ລະດັບ​ທີ່​ແນ່​ນອນ


     ອີງຕາມບົດສະຫຼຸບວຽກງານພະລາທິການປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ທີ່ສະເໜີໂດຍ ສະຫາຍ ພັນໂທ ບຸນພັນ ສຸດທິວົງ ຮອງ
ຫົວໜ້າພະລາທິການ ກອງພົນທີ 2 ໃຫ້ຮູ້ວ່າ: ອີງໃສ່ຈຸດພິເສດທີ່ຕັ້ງຂອງ ກອງພົນທີ 2 ເປັນເຂດພູພຽງ ແລະ ມີສາຍນໍ້າໄຫຼຜ່ານ, ເຊິ່ງພູມີປະເທດ ດັ່ງກ່າວ
ເໝາະແກ່ການປູກຝັງ-ລ້ຽງສັດ, ເຮັດນາປູກເຂົ້າກິນ. ດັ່ງນັ້ນ ຄະນະພັກ-ຄະນະບັນຊາ ຈຶ່ງໄດ້ກໍານົດເອົາການແຂ່ງຂັນລະຫວ່າງຫົວໜ່ວຍການຈັດຕັ້ງ ແລະ
ກົມກອງຮາກຖານທີ່ຂຶ້ນກັບໃຫ້ພາກັນຫັນເອົາການປູກພືດຜັກສວນຄົວຊະນິດຕ່າງໆ ແລະ ການລ້ຽງສັດໃຫຍ່ປະເພດ ຄວາຍ, ງົວ, ແບ້, ໝູ ແລະ ສັດປີກ
ເປັນຫຼັກ ເພື່ອຮັບປະກັນແກ່ການລ້ຽງດູທັບໃຫ້ໄດ້ໃນລະດັບແນ່ນອນຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງທີ່ພັກ-
ລັດ ກໍຄື ຄະນະນຳ ກະຊວງປ້ອງກັນປະເທດ ວາງອອກບວກກັບມູນເຊື້ອດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດຂອງກອງທັບ, ຄະນະພັກ- ຄະນະບັນຊາ
ໄດ້ຈັດຕັ້ງຊີ້ນຳ-ນຳພາພະນັກງານ-ນັກຮົບຂອງຕົນ ແຂ່ງຂັນກັນປະຕິບັດແຜນການຄາດໝາຍສູ້ຊົນແຕ່ລະດ້ານແຕ່ ລະໄລຍະມີປະສິດທິຜົນນັບມື້ດີຂຶ້ນສ້າງ
ໄດ້ພື້ນຖານອັນດີຫຼາຍດ້ານ ສາມາດຮັບປະກັນແກ່ການລ້ຽງດູກຳລັງ, ຫຼຸດຜ່ອນການເອື່ອຍອີງໃສ່ແຕ່ທ້ອງຕະຫຼາດລົງ ໂດຍສະເພາະແມ່ນດ້ານພືດຜັກ ແລະ
ຊີ້ນ-ປາໃນລະດັບທີ່ແນ່ນອນ.

     ດ້ານເຂົ້າກິນໄດ້ເຊັນສັນຍາຈັດຊື້ເຂົ້ານຳຫົວໜ່ວຍທຸລະກິດ, ບໍລິສັດເອກະຊົນໃນລາຄາຊີ້ນຳຂອງ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງ
ທັບ ກຳນົດໄວ້ ເຊິ່ງຮັບປະກັນທ່ວງທັນຄົບຖ້ວນຕາມກຳນົດເວລາ, ພະນັກງານ-ນັກຮົບໄດ້ບໍລິໂພກເຂົ້າດີມີຄຸນນະພາບ; ດ້ານການສະໜອງນໍ້າຮັບໃຊ້ຊີວິດ
ການເປັນຢູ່ປະຈຳວັນ ແລະ ເນື້ອທີ່ສວນຄົວ ແມ່ນເຈາະນໍ້າບາດານໃຊ້ໂປ່ມນໍ້າ ແລະ ຫ້ວຍນໍ້າ, ເຊິ່ງໄດ້ສ້າງຄວາມສະດວກທັງເປັນການກະຕຸກຊຸກຍູ້ຂະບວນ
ການຜະລິດປູກຝັງ-ລ້ຽງສັດ ບັນລຸໄດ້ຕາມຄາດໝາຍ, ສະເພາະປີ 2020 ຜ່ານມາສັງລວມແລ້ວ ທົ່ວກອງພົນ ສາມາດກຸ້ມກິນ ດ້ານພືດ-ຜັກ ໄດ້ເກືອບ
100%, ມີບາງໄລຍະ (ລະດູແລ້ງ) ມີຫຼາຍຫົວໜ່ວຍ, ກົມກອງຮາກຖານຍັງເຫຼືອກິນຂາຍເປັນສິນຄ້າສ້າງລາຍຮັບເຂົ້າຄັງລວມ ແລະ ບຸກຄົນ.

     ໄປຄຽງຄູ່ກັນນີ້, ຄະນະພັກ-ຄະນະບັນຊາກອງພົນ ຍັງໄດ້ຖືເອົາວຽກງານສືກສາອົບການເມືອງນໍາພາແນວຄິດໃຫ້ພະນັກງານ-ນັກຮົບຜູ້ທີ່ຮັບຜິດຊອບ
ວຽກງານ ວິຊາເພາະພະລາທິການໄດ້ເຊື່ອມຊຶມເຂົ້າໃຈຢ່າງເລິກເຊິ່ງຕໍ່ໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະຂອງຕົນ,ໃນການຄຸ້ມຄອງປົກປັກຮັກສາ
ວັດຖຸຮັບໃຊ້ພະລາທິການ, ວຽກງານງົບປະມານຮັບປະກັນເງິນເດືອນ, ເງິນກິນ ແລະ ເງິນບໍລິຫານ, ວຽກງານກໍ່ສ້າງເຄຫາສະຖານປັບປຸງກໍ່ສ້າງກົມກອງ,
ວຽກງານຮັບປະກັນສຸຂະພາບອະນາໄມສາມສະອາດ, ວຽກງານທໍາການຜະລິດປູກຝັງ-ລ້ຽງສັດ ແລະ ວຽກງານສ້າງເສດຖະກິດສ້າງແຫຼ່ງລາຍໄດ້ ເຂົ້າກົມ
ກອງ. ອັນພົ້ນເດັ່ນໃນປີຜ່ານມາ ກົມກອງສາມາດກຸ້ມຕົນເອງໄດ້ທາງດ້ານໂຄງການ ກໍ່ສ້າງທັງໝົດ 108 ໂຄງການມູນຄ່າ 2.786.980.000 ກີບ. ໃນ
ນັ້ນ ໂຄງການກໍ່ສ້າງແບບຖາວອນ ລວມມີ 35 ໂຄງການມູນຄ່າ 2.069.508.000 ກີບ. ໂຄງການກໍ່ສ້າງແບບເຄິ່ງຖາວອນລວມມີ 54 ໂຄງການມູນຄ່າ
717.310.000 ກີບ ແລະ ໂຄງການກໍ່ສ້າງແບບຊົ່ວຄາວ ລວມ ມີ 19 ໂຄງການມູນຄ່າ 162.060.000 ກີບ, ສໍາເລັດຈໍານວນ 105 ໂຄງການມູນຄ່າ
2.069.748.000 ກີບ ນອກຈາກນັ້ນ, ຄະນະພັກ-ຄະນະບັນຊາ ກອງພົນ ຍັງໄດ້ສຸມໃສ່ຊຸກຍູ້ໃຫ້ບັນດາກົມກອງຮາກຖານ ເຮັດວຽກງານປູກຝັງ-ລ້ຽງສັດ
ໃຫ້ກາຍເປັນສິນຄ້າ ແລະ ວຽກງານສ້າງເສດຖະກິດຫາລາຍໄດ້ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງ ຮັບປະກັນໃນການປັບປຸງກໍ່ສ້າງກົມກອງໃຫ້
ເຂົ້າສູ່ລະບົບແບບແຜນ ແລະ ມີຄວາມແໜ້ນໜາ ຖາວອນຂຶ້ນເທື່ອລະກ້າວ, ໃນນີ້ດ້ານການປູກຝັງໄດ້ປູກເຂົ້ານາປີ, ສາລີ, ໝາກເດືອຍ, ມັນຕົ້ນ, ພືດຜັກ
ຊະນິດຕ່າງໆ ຕາມລະດູການ ແລະ ຕົ້ນໄມ້ອຸດສາຫະກໍາເຊັ່ນ: ໄມ້ສັກ, ຢາງພາລາ ແລະ ໄມ້ເກດສະໜາ.

     ດ້ານການລ້ຽງສັດປັດຈຸບັນທົ່ວ ກອງພົນມີ ງົວລ້ຽງ 942 ໂຕ, ຄວາຍ 67, ໝູ 127 ໂຕ, ແບ້ 172 ໂຕ, ສັດປີກ 18.727 ໂຕ, ປາ 115.500 ໂຕ
ແລະ ລ້ຽງກົບ 40.024 ໂຕ. ສັງລວມແລ້ວໃນໄລຍະ 1 ປີ ຜ່ານມາກົມກອງສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ ແລະ ບໍລິການອື່ນໆໄດ້ທັງໝົດ
3.053.958.000 ກີບ.

     ສະຫາຍ ພັນເອກ ວຽງແກ້ວ ສິສຸລາດ ຫົວໜ້າ ການເມືອງ ກອງພົນທີ 2 ຍັງໃຫ້ຮູ້ຕື່ມອີກວ່າ: ການຈັດຕັ້ງປະຕິບັດວຽກງານພະລາທິການທົ່ວ ກອງພົນ
ທີ 2 ໃນໄລຍະຜ່ານມາເຫັນວ່າເຮັດຫຼາຍແຕ່ຜົນໄດ້ຮັບຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ເນື່ອງຈາກວ່າຜົນກະທົບຈາກໄພທໍາມະຊາດ, ການລະບາດຂອງພະຍາດ
ໂຄວິດ-19 ແລະ ບັນຫາອື່ນໆ ທີ່ກ່ຽວພັນບວກກັບການຈັດຕັ້ງປະຕິບັດຕົວຈິງ ຢູ່ແຕ່ລະຮາກຖານຍັງບໍ່ທັນແຂງແຮງ, ຍ້ອນຂາດວິຊາການ ເຖິງແນວໃດກໍ
ຕາມບັນຫາທີ່ກ່າວມານັ້ນ ກໍບໍ່ໄດ້ເຮັດໃຫ້ການຈັດຕັ້ງວຽກງານລ້ຽງດູທັບຢູ່ກົມກອງ ພວກເຮົາຫຼຸດລົງ, ຍິ່ງເປັນແຮງພັກດັນເຮັດໃຫ້ນາຍ ແລະ ພົນທະຫານ
ມີມານະຈິດບຸກເພາະກອງທັບເຮົາເຄີຍມີມູນເຊື້ອດຸໝັ່ນຂະຫຍັນພຽນ ບວກກັບທັດສະນະຂອງພະນັກງານ-ນັກຮົບ ໄດ້ເອົາໃຈໃສ່ຕາມ 4 ທັດສະນະຄື: ທັດ
ສະນະອອກແຮງງານ, ທັດສະນະຮັບໃຊ້, ທັດສະນະຕົວຈິງ ( ບົນຫຼັກການ, ຂໍ້ກໍານົດ, ລະບອບ ແລະ ວິໄນວິຊາສະເພາະ ) ແລະ ທັດ ສະນະປະຍັດໂດຍປິ່ນ
ອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານທີ່ຄະນະ ພັກກະຊວງປ້ອງກັນປະເທດ ວາງອອກ, ເວົ້າສະເພາະແມ່ນໜ້າທີ່ໃຫຍ່ທີ 3 ໃນການຈັດຕັ້ງຮັບປະກັນວຽກງານ
ພະລາທິການລ້ຽງດູທັບ ຖືເອົາແຜນງານຜະລິດແກ້ໄຂຊີວິດການເປັນຢູ່, ການຮັບປະກັນເງິນເດືອນ, ເງິນກິນນໍ້າມັນເຊື້ອໄຟ, ປັບປຸງກໍ່ສ້າງ ເຄຫະສະຖານຄ້າຍ
ຄູ, ຜະລິດກະສິກໍາ, ອຸປະໂພກ-ບໍລິໂພກ ແລະ ການປິ່ນປົວສຸຂະພາບ ເປັນວຽກງານບູລິມະສິດແຖວໜ້າ, ຍົກສູງນໍ້າໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງ
ຄວາມເຂັ້ມແຂງດ້ວຍຕົນເອງ, ຍູ້ແຮງການຜະລິດຕາມທິດນໍາ 4 ປູກ 4 ລ້ຽງ ແລະ ການບໍລິການ, ສ້າງແຫຼ່ງລາຍຮັບຕາມເງື່ອນໄຂທ່າແຮງບົ່ມຊ້ອນ ແລະ
ຄວາມອາດສາມາດຂອງແຕ່ລະກົມກອງ, ປັບປຸງແບບແຜນວິທີ ເຮັດວຽກໃຫ້ໂປ່ງໃສສາມາດກວດສອບໄດ້, ພ້ອມກັນສະກັດກັ້ນ ແລະ ແກ້ໄຂປາກົດການ
ຫຍໍ້ທໍ້ໃນຂົງເຂດວຽກງານພະລາທິການໃຫ້ດີຂຶ້ນ ເພື່ອພ້ອມກັນພັດທະນາກົມກອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.