ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ​ໃຫຍ່ 644 ຈັດ​ຕັ້ງ​ເຜີຍ​ແຜ່​ເຊື່ອມ​ຊຶມ​ຂໍ້​ກຳນົດ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ


ສະຫາຍ ພັນເອກ ຄຳສີ ພົມມະຈັນ ເປັນປະທານກອງປະຊຸມ

     ວັນທີ 17 ຕຸລາຜ່ານມານີ້, ກອງພັນໃຫຍ່ 644 ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມຂໍ້ກຳນົດຂອງ ກະຊວງປ້ອງກັນປະເທດ. ໂດຍການເປັນປະທານຂອງ ສະຫາຍ ພັນເອກ
ຄຳສີ ພົມມະຈັນ ຫົວໜ້າ ການເມືອງກອງພັນໃຫຍ່ 644, ມີບັນດາສະຫາຍໃນຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ, ພະແນກການ, ກົມກອງອ້ອມຂ້າງທີ່ຂຶ້ນກັບ
ເຂົ້າຮ່ວມ.

     ສະຫາຍ ພັນເອກ ຄຳສີ ພົມມະຈັນ ໄດ້ຂຶ້ນຜ່ານເອກະສານຂໍ້ກຳນົດຂອງກະຊວງປ້ອງກັນປະເທດ ວ່າດ້ວຍທີ່ຕັ້ງ, ພາລະບົດບາດສິດ ແລະ ໜ້າທີ່, ຂອບເຂດໂຄງປະ
ກອບການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຂອງກອງພັນໃຫຍ່ປ້ອງກັນອາກາດເອກະລາດ, ຕາມທິດທາງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການກໍ່ສ້າງກອງທັບ
ໃຫ້ກາຍເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ ແລະ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານໃນເງື່ອນໄຂສະພາບ
ການ, ຈຸດພິເສດ ແລະ ຄວາມເປັນຈິງຂອງກອງທັບປະຊາຊົນລາວ. ໃນນີ້ປະກອບມີ V ໝວດ 14 ມາດຕາ. ຈຸດປະສົງກໍເພື່ອກຳນົດກ່ຽວກັບທີ່ຕັ້ງ, ພາລະບົດບາດໜ້າທີ່,
ຂອບເຂດສິດ, ໂຄງປະກອບການຈັດຕັ້ງ ສາຍພົວພັນ ແລະ ແບບແຜນວິທີເຮັດວຽກຂອງກອງພັນໃຫຍ່ປ້ອງກັນອາກາດເອກະລາດ. ເພື່ອເປັນບ່ອນອີງ-ເຄື່ອນໄຫວເຮັດໜ້າ
ທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ, ຍົກສູງຄວາມຮັບຜິດຊອບຂອງຄະນະພັກ-ຄະນະບັນຊາຂັ້ນກອງພັນໃຫຍ່ປ້ອງກັນອາກາດເອກະລາດ ໃນການຊີ້ນຳ-ນຳພາ,
ບັນຊາຄຸ້ມຄອງກຳລັງພົນ ແລະ ພາຫະນະອາວຸດອຸປະກອນໃຫ້ກົມກອງເຮັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍຢ່າງມີປະສິດທິຜົນສູງ.