ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນສ້າງແພດຊັ້ນກາງລະບົບກໍ່ສ້າງ 3 ປີ ໂຮງໝໍບໍລິເວນ 107
ຈັດຕັ້ງປະຕິບັດຍິງລູກປືນແທ້


ຍິງ​ລູກປືນ​ແທ້​ຢູ​່ສະໜາມຕົວ​ຈິງ

     ໃນວັນທີ 20 ພະຈິກ 2019 ນີ້, ໂຮງຮຽນສ້າງແພດຊັ້ນກາງລະບົບກໍ່ສ້າງ 3 ປີ ຮຸ້ນທີ III ປີ 1 ສົກຮຽນ 2019-2020 ທີ່ຂຶ້ນກັບໂຮງໝໍບໍລິເວນ 107 ໄດ້ຈັດຕັ້ງປະ
ຕິບັດຍິງລູກປືນແທ້ຢູ່ສະໜາມ​ໃຫ້ກຽດ​ເປັນ​ປະ​ທານ​ໂດຍ ສະຫາຍ ພັນໂທ ຍຸຄອນ ຜາລີເພັງ ຄະນະພັກຮາກຖານ, ຫົວໜ້າການເມືອງໂຮງໝໍ 107, ມີແຂກທີ່ຖືກເຊີນຕະ
ຫຼອດຮອດພະນັກງານ-ນັກຮຽນເຂົ້າຮ່ວມ.

     ໃນການຫັດແອບຍິງລູກປືນແທ້​ແມ່ນໄດ້​ຈັດ​ຂຶ້ນຢູ່ສະໜາມຍິງປືນຂອງໂຮງຮຽນການທະຫານທ້ອງ ຖິ່ນແຂວງ ຫຼວງພະບາງ. ຫຼັງຈາກທີ່ຜ່ານການຝຶກແອບມາເປັນໄລ
ຍະ​ເວລາ 11 ວັນ ແຕ່ວັນທີ 10-20/11/2019 ໃນ ການເຝິກແອບຄັ້ງນີ້ປະກອບມີ : ວິຊາຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ວິຊາລະບຽບການເຄົາຮົບ ແລະ ວິທີການ
ເລັງເປົ້າ. ໃນນັ້ນມີນັກສຶກສາຈໍານວນ 39 ສະຫາຍ. ໃນການຍິງລູກປືນແທ້ໃນຄັ້ງນີ້ນັກຍິງຜູ້ໜຶ່ງຈະໄດ້ຍິງ 3 ລູກ ແລະ ຜ່ານການຍິງຕົວຈິງ ເຫັນໄດ້ວ່າໄດ້ຕາມເປົ້າໝາຍ
ຂອງຄູຝຶກ ການໃຫ້ຄະແນນ ແບ່ງເປັນ 3 ປະເພດຄື: ລະດັບເກັ່ງຖືກ 3 ລູກມີ 7 ສະຫາຍ, ຍິງ 2 ສະຫາຍ, ລະດັບກາງຖືກ 2 ລູກມີ 6 ສະຫາຍ, ຍິງ 4 ສະຫາຍ, ໄດ້ຄາດ
ໝາຍ 15 ສະຫາຍ ແລະ ຫຼຸດຄາດໝາຍ 11 ສະຫາຍ, ຍິງ 9 ສະຫາຍ.