ສູນເຕັກນິກລະຫັດກົດລັບ ປິດຊຸດອົບຮົມຄຸ້ມຄອງການນຳໃຊ້ຈັກລະຫັດຈັກ MFAX-WL-NG
ສູນເຕັກນິກລະຫັດລັບປິດຊຸດອົບຮົມຄຸ້ມຄອງການນຳໃຊ້ຈັກ MFAX-WL-NG ໃຫ້ນັກເຝິກອົບຮົມມາຈາກບັນດາກົມກອງ, ກຳລັງຫຼວງ, ກຳລັງທ້ອງຖິ່ນເຂດພາກ
ໃຕ້, ໃນວັນທີ 23 ຕຸລານີ້. ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ຄຳເຫຼັກ ວົງດອນໄຊ ຄະນະພັກກົມກົດລັບ, ຮອງຫົວໜ້າ ກົມກົດລັບ, ມີຄະນະພັກ-ຄະນະບັນ
ຊາ, ຄະນະຮັບຜິດຊອບບັ້ນເຝິກອົບຮົມ ແລະ ນັກເຝິກອົບຮົມມາຈາກກອງບັນຊາການ ແຂວງອັດຕະປື, ກອງບັນຊາການ ແຂວງ ຈຳປາສັກ, ກອງພົນທີ 5 ແລະ ກອງພັນ
986 ເຂົ້າຮ່ວມ.
ສະຫາຍ ພັນໂທ ກໍລະກັນ ແສງສຸລິຍາ ຫົວໜ້າ ພະແນກອົບຮົມ ກົມກົດລັບ ໄດ້ຜ່ານບົດລາຍງານ ຜົນສຳເລັດຂອງການເຝິກອົບຮົມຄຸ້ມຄອງ, ການນຳໃຊ້ຈັກລະຫັດ
MFAX-WL-NG ວ່າ: ອີງຕາມທິດປັບປຸງກໍ່ສ້າງກຳລັງປະກອບອາວຸດ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານເວົ້າລວມ, ເວົ້າສະເພາະແມ່ນການຍົກລະດັບຄວາມຮູ້
ຄວາມສາມາດຂອງນັກວິຊາສະເພາະເຕັກນິກກົດລັບ ໃນການນໍາໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າໃນການເຮັດໜ້າທີ່ ການເມືອງ ຂອງຕົນໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ, ຕະ
ຫຼອດໄລຍະການເຝິກອົບຮົບເປັນເວລາ 10 ວັນ, ປະກອບມີ 2 ພາກວິຊາຄື: ພາກທິດສະດີມີ: ຄຸ້ມຄອງການນໍາໃຊ້ຈັກ MFAX-WL-NG, ຫຼັກການນໍາໃຊ້ USB-AVL,
ວິທີສ້າງ ແລະ ນໍາໄຊ້ E-Mail. ພາກປະຕິບັດຕົວຈິງການເຂົ້າ-ແກ້ລະຫັດດ້ວຍຈັກລະຫັດ MFAX-WL-NG, ຮັບສົ່ງທົດລອງ, ກວດກາປະເມີນຜົນ, ຕີລາຄາຜົນໄດ້ຮັບ
ຂອງການເຝິກອົບຮົມສາມາດສັງລວມໄດ້: ປະເພດເກັ່ງ 2 ສະຫາຍ ເທົ່າກັບ 20%, ປະເພດກາງ 8 ສະຫາຍ ເທົ່າກັບ 80%, ຈາກຜົນໄດ້ຮັບດັ່ງກ່າວແມ່ນ ໄດ້ຮັບການ
ຊີ້ນຳຢ່າງໃກ້ສິດຕິດແທດຈາກກົມກົດລັບໂດຍສະເພາະແມ່ນພະແນກ ອົບຮົມກົມກົດລັບ ແລະ ໄດ້ຮັບການເອົາໃຈໃສ່ຊີ້ນໍາຈາກຄະນະພັກ-ຄະນະບັນຊາ, ຄູ-ອາຈານທີ່ໄດ້
ສິດສອນສໍາເລັດຢ່າງຈົບງາມ ແລະ ໄດ້ມີການຍ້ອງຍໍນັກສໍາມະນາກອນ ທີ່ເຂົ້າເຝິກອົບຮົມທີ່ຮຽນດີຮຽນເກັ່ງປະເພດ 1 ໃຫ້ ສະຫາຍ ຮ້ອຍຕີ ສຸກໃຈ ຈູນມະນີ ມາຈາກ
ກອງບັນຊາການ ທະຫານແຂວງອັດຕະປື, ປະເພດ 2 ມີ 2 ສະຫາຍ ຮ້ອຍຕີ ຕຸ້ຍ ແສງພະຈັນ ກອງພັນ 986 ແລະ ສະຫາຍ ຮ້ອຍຕີ ພູຄຳ ພັນທະວົງ ກອງບັນຊາການທະ
ຫານແຂວງຈຳປາສັກ.
ໂອກາດດັ່ງກ່າວ ສະຫາຍ ພັນໂທ ຄໍາເຫຼັກ ວົງດອນໄຊ ໄດ້ເນັ້ນໜັກໃຫ້ບັນດານັກເຝິກອົບຮົມໃນຄັ້ງນີ້ ຈົ່ງນໍາເອົາບົດຮຽນທີ່ ຄູ-ອາຈານ ໄດ້ຖ່າຍທອດໃຫ້ໄປຈັດຕັ້ງ
ຜັນຂະຫຍາຍ ແລະ ປະຕິບັດປັບປຸງຢູ່ກົມກອງຂອງຕົນ, ເວົ້າລວມເວົ້າສະເພາະແມ່ນໃຫ້ປະຕິບັດ ຄຳຂວັນທີ່ວ່າປິດລັບວ່ອງໄວ ແລະ ຊັດເຈນ, ສືບຕໍ່ເຝິກຝົນຫຼໍ່ ຫຼອມຕົນ
ເອງ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ໜັກແໜ້ນ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະ
ເທດຊາດ, ຕ້ອງເປັນເຈົ້າການຄົ້ນຄວ້າວິຊາສະເພາະ, ຍົກສູງສະຕິເປັນເຈົ້າປົກປັກຮັກສາອຸປະກອນເຕັກນິກ ຮັບໃຊ້ວິຊາສະເພາະທີ່ຂັ້ນເທິງປະກອບໃຫ້ ແລະ ນຳໃຊ້ຢ່າງມີ
ປະສິດຕິພາບ.