ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ້າທີ່​ວິຊາ​ສະ​ເພາະ​ກໍ​່ຮັບປະກັນ, ປູກ​ຝັງລ້ຽງສັດກໍ່ໂດດ​ເດັ່ນ


ສະຫາຍ ຮ້ອຍໂທ ຫັດສະໄໝ ໄຊສົງຄາມ ພະນັກງານ​ຜູ້ດີ​ເດັ່ນ​ທີ່​ຄວນ​ເອົ​າເປັນ​ແບບຢ່າງ

     ສະຫາຍ ຮ້ອຍໂທ ຫັດສະໄໝ ໄຊສົງຄາມ ໜ້າທີ່ຮັບຜິດຊອບຄູສອນເຕັກນິກລົດຕັງພະແນກ ອົບຮົມສູນຝຶກລົດຕັງ-ຍານເກາະ 620, ແມ່ນພະນັກງານຜູ້ໜຶ່ງທີ່ມີ
ຄວາມຫ້າວຫັນ ແລະ ດຸໝັ່ນໃນການອອກແຮງງານເພີ່ມພູນຜະລິດຜົນ-ລ້ຽງສັດກາຍເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບໃນກົມກອງ.

     ສະຫາຍ ຮ້ອຍໂທ ຫັດສະໄໝ ໄຊສົງຄາມ ມີຖິ່ນກຳເນີດຢູ່ທີ່ບ້ານ ແຊງ ເມືອງ ປະທຸມພອນ ແຂວງຈຳປາສັກ ຍ້ອນມີນໍ້າໃຈຮັກຊາດຢາກປະກອບສ່ວນເຂົ້າໃນພາລະກິດ
ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສະຫາຍຈຶ່ງໄດ້ສະໝັກໃຈເຂົ້າຮັບໃຊ້ຊາດໃນຖັນແຖວກອງທັບໃນປີ 2003, ທີ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ,
ພາຍຫຼັງທີ່ຮຽນຈົບແລ້ວປີ 2006 ສະຫາຍ ກໍຖືກສັບຊ້ອນມາປະຈຳຢູ່ກອງ ພັນ 615 ທີ່ຂຶ້ນກັບກອງພັນໃຫຍ່ 661, ໄລຍະຢູ່ກອງພັນ 615, ສະຫາຍໄດ້ຝຶກຝົນຫຼໍ່ຫຼອມຕົນ
ເອງ ຮອບດ້ານ, ຍ້ອນສະຫາຍເປັນຄົນທີ່ມີຄວາມສາມາດ, ມີທັດສະນະຄຸນສົມບັດດີ, ມີຄວາມອົດທົນ, ສາມັກຄີກັບໝູ່ເພື່ອນ, ອັດທະຍາໃສດີ ແລະ ຮູ້ເຮັດວຽກຮູ້ງານໃນ
ປີ 2010 ການຈັດຕັ້ງຈຶ່ງສົ່ງສະຫາຍໄປຮຽນຕໍ່ທີ່ ສ. ຣັດເຊຍ ແລະ ຈົບໃນປີ 2016 ຈຶ່ງໄດ້ຖືກສັບຊ້ອນມາປະຈຳສູນຝຶກລົດຕັງ-ຍານເກາະ 620 ຂອງກົມລົດຕັງ-ຍານ
ເກາະ, ກົມໃຫຍ່ເສນາທິການກອງທັບ, ໜ້າທີ່ຮັບຜິດຊອບຄູສອນເຕັກນິກລົດຕັງ ຈົນເຖິງປັດຈຸບັນ.

     ຕະຫຼອດໄລຍະທີ່ອຸທິດຊີວິດ ເພື່ອຊາດໃນຖັນແຖວກອງທັບ ແລະ ໃນຖານະທີ່ເປັນພະນັກງານ ຫຼັກແຫຼ່ງ, ເປັນຄູສອນ, ເປັນຜູ້ຖ່າຍທອດວິຊາຄວາມຮູ້, ຍາມໃດສະຫາຍ
ກໍເຊີດຊູຈິດໃຈມານະອົດທົນບຸກບືນສູ້ຊົນເປັນເຈົ້າການຍົກສູງຄວາມຮັບຜິດຊອບຕາມພາລະບົດບາດສິດ ແລະ ໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ກໍຄືຄະນະ
ພັກ-ຄະນະບັນຊາ, ສະຫາຍໄດ້ຕັ້ງໜ້າເຂົ້າຮ່ວມທຸກຂະບວນການ ການເຄື່ອນໄຫວຂອງກົມກອງ, ຝຶກຝົນຫຼໍ່ຫຼອມຕົນເອງ ໃນທຸກດ້ານເປັນຕົ້ນການເປັນແບບຢ່າງປະຕິບັດ
ຂໍ້ກຳນົດ, ກົດລະບຽບຂອງພັກ, ຂອງກອງທັບ, ກົດໝາຍຂອງລັດ, ໜ້າທີ່ວິຊາສະເພາະຄູສອນ ເຊິ່ງ ສະຫາຍ ກໍໄດ້ເປັນເຈົ້າການຄົ້ນຄວ້າແຕ່ງບົດສອນ, ຄົ້ນຄິດວິທີສິດ
ສອນ, ວິທີສົ່ງຄວາມຮູ້ ເພື່ອໃຫ້ນັກຮຽນເຂົ້າໃຈງ່າຍ, ກຳໄດ້ບົດຮຽນໂດຍໝູນໃຊ້ຄວາມຮູ້, ບັນດາບົດຮຽນ, ປະສົບການທີ່ໄດ້ຈາການສຶກສາຮໍ່າຮຽນທີ່ ສ. ຮັດເຊຍ ນັ້ນ
ມາເສີມຂະຫຍາຍໝູນໃຊ້ຢູ່ໃນກົມກອງ. ຜ່ານການສິດສອນຕົວຈິງກໍ່ເຫັນວ່າໄດ້ຮັບໝາກຜົນດີສົມຄວນຈົນໄດ້ຮັບການຍອມຮັບ ແລະ ຍ້ອງຍໍຊົມເຊີຍຈາກຄະນະພັກ-ອຳ
ນວຍການສູນຝຶກກໍຄືຄະນະ ຄູອາຈານສອນດ້ວຍກັນ. ໄປຄຽງຄູ່ກັບໜ້າທີ່ວຽກງານວິຊາສະເພາະ, ສະຫາຍຍັງໄດ້ເປັນແບບຢ່າງໃນດ້ານທັດສະນະອອກແຮງງານດ້ວຍການ
ເສີມຂະຫຍາຍມູນເຊື້ອຄວາມຫ້າວຫັນດຸໝັ່ນເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ສະໜອງເຂົ້າເຮືອນຄົວລວມ ແລະ ຂາຍເປັນການສ້າງລາຍຮັບບວກໃສ່ກັບເງິນເດືອນໃນ
ແຕ່ລະ ເດືອນ, ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ.

     ປັດຈຸບັນສະຫາຍມີສັດລ້ຽງປະເພດ ແບ້ 30 ໂຕ, ງົວ 5 ໂຕ, ໝູ 3 ໂຕ, ນອກນີ້ຍັງລ້ຽງກົບ, ສັດ ປີກມີ ( ເປັດ, ໄກ່ ). ຊຸມປີຜ່ານມາສາມາດສ້າງລາຍຮັບຈາກການ
ຂາຍສັດ ແລະ ພືດຜັກສະເລ່ຍປະມານ 12 ລ້ານກວ່າກີບຕໍ່ປີ. ເງິນຈຳນວນດັ່ງກ່າວເຖິງວ່າຈະບໍ່ຫຼາຍແຕ່ມັນກໍສະແດງໃຫ້ເຫັນແນວຄິດຄຸນສົມບັດ, ທັດສະນະໃນການ
ອອກແຮງງານ, ສະແດງເຖິງຄວາມດຸໜັ່ນຂະຫຍັນພຽນ, ຄວາມສູ້ຊົນບຸກບືນເອົາໃຈໃສ່ ແລະ ກໍ່ເປັນການປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງທີ່ວ່າ: ”ເພິ່ງຕົນເອງ, ກຸ້ມຕົນ
ເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ”. ຈາກຄຸນສົມບັດ ແລະ ທັດສະນະດັ່ງກ່າວໄລຍະຜ່ານມາສະຫາຍກໍໄດ້ຮັບການຍ້ອງຍໍຈາກຂັ້ນເທິງດ້ວຍຫຼາຍຮູບການ, ໃນນີ້
ໄດ້ຮັບການຍ້ອງຍໍປະເພດ ຫຼຽນໄຊພິລາດອາດຫານ ຊັ້ນ II ຈຳນວນ 1 ໜ່ວຍ ( ຈາກການເຂົ້າຮ່ວມການຊ້ອມຮົບ ລາວ-ຣັດເຊຍ ຣາໂລສ໌ ປີ 2019 ), ຫຼຽນໄຊແຮງງານ
ຊັ້ນ III 1 ໜ່ວຍ, ຫຼຽນກາລະນຶກ 70 ປີ ກອງທັບ 1 ໜ່ວຍ ແລະ ໃບຍ້ອງຍໍປະເພດຕ່າງໆອີກຈຳນວນໜຶ່ງ ແລະ ຖືກຮັບຮອງເປັນສະມາຊິກພັກແຂງ ແລະ ສະມາຊິກຊາວ
ໝຸ່ມນໍາໜ້າ 4 ບຸກອີກດ້ວຍ.

     ສະຫາຍ ພັນໂທ ທອງສາ ອິນທິລາດ ເລຂາໜ່ວຍພັກ ຫົວໜ້າ ການເມືອງສູນຝຶກລົດຕັງ-ຍານເກາະ 620 ໄດ້ກ່າວວ່າ: ສະຫາຍ ຮ້ອຍໂທ ຫັດສະໄໝ ໄຊສົງຄາມ
ເປັນສະມາຊິກພັກ-ພະນັກງານຜູ້ໜຶ່ງທີ່ມີຄວາມຫ້າວຫັນປະຕິບັດວຽກງານໜ້າທີ່ວິຊາສະເພາະ, ປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງພັກ, ຂອງກອງທັບກົດໝາຍຂອງ
ລັດ ກໍຄືກົດລະບຽບຂອງກົມກອງວາງອອກ, ມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານເພີ່ມພູນຜະລິດຜົນຊອກແຫຼ່ງລາຍຮັບເພີ່ມໃຫ້ຕົນເອງ ໂດຍບໍ່ເອື້ອອີງໃສ່
ແຕ່ເງິນເດືອນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄະນະພັກ-ຄະນະບັນຊາ ເປັນແບບຢ່າງທີ່ດີງາມໃຫ້ພະນັກງານ-ນັກຮົບພາຍໃນສູນໄດ້ຮໍ່າຮຽນເອົາ​ເປັນ​ແບບຢ່າງ​ໃນ
ຕໍ່ໜ້າ.