ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການ​ຈັດ​ຕັ້ງ​ມະຫາຊົນ ກອງ​ພົນ​ທີ 5 ຊຸກຍູ້​ວຽກງານ​ການ​ຜະລິດ


     ໃນວັນທີ 16 ສິງຫາ ຜ່ານມານີ້ ອົງການຈັດຕັ້ງມະຫາຊົນກອງພົນທີ 5 ເຊິ່ງນຳໂດຍ ສະຫາຍ ພັນໂທ ສາຍສະໜອນ ສາລີຄຳ ຮອງຫົວໜ້າ ຫ້ອງການເມືອງຜູ້ຊີ້ນຳ
ວຽກງານອົງການຈັດຕັ້ງມະຫາຊົນ ກອງພົນທີ 5 ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກມາມອບໃຫ້ພະນັກງານ-ນັກຮົບພວມປັກດຳ
ເຂົ້ານາປີຂອງກອງພົນທີ 5 ທີ່ຢູ່ເມືອງ ມຸນລະປະໂມກ ແຂວງ ຈຳປາສັກ .

     ສະຫາຍ ພັນໂທ ລຳເງິນ ໄຊຍະວົງສາ ຮອງຫົວໜ້າ ຫ້ອງພະລາທິການ ກອງພົນທີ 5 ກໍໄດ້ ລາຍງານຫຍໍ້ກ່ຽວກັບການດຳເນີນການຜະລິດເຂົ້ານາປີໃນຄັ້ງນີ້ວ່າ: ໂດຍ
ປະຕິບັດຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາ ກອງພົນທີ 5 ໃນການສ້າງເສດຖະກິດ, ແກ້ໄຂຊີວິດການເປັນຢູ່ຕາມທິດນຳເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມ
ເຂັ້ມແຂງດ້ວຍຕົນເອງ ເພື່ອສ້າງໃຫ້ກົມກອງຮັບປະກັນໄດ້ທາງດ້ານເຂົ້າກິນ, ດັ່ງນັ້ນ ນັບແຕ່ຕົ້ນເດືອນ ພຶດສະພາ 2019 ເປັນຕົ້ນມາ ກອງຮ້ອຍຜະລິດ ກອງພົນທີ 5 ໄດ້
ລົງກວດກາພື້ນທີ່ ເພື່ອທຳການຜະລິດຜ່ານການສຳຫຼວດພື້ນທີ່ຕົວຈິ່ງສາມາດເຮັດນາປີໄດ້ຈຳນວນ 24 ເຮັກຕາ, ປັດຈຸບັນໄດ້ສຳເລັດແລ້ວ 97% ຄາດວ່າຈະໃຫ້ສຳເລັດ
ໃນທ້າຍເດືອນ ສິງຫາ ນີ້. ສາເຫດທີ່ປັກດຳເຂົ້ານາປີຊັກຊ້າຄັ້ງນີ້ ກໍຍ້ອນດິນຟ້າອາກາດບໍ່ເອື້ອອຳນວຍຝົນຕົກບໍ່ພຽງພໍເຮັດໃຫ້ການລະບາຍນໍ້າບໍ່ພຽງພໍກັບຄວາມຕ້ອງການ.

     ຈາກນັ້ນ ພັນໂທ ສາຍສະໜອນ ສາລີຄໍາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ສະຫາຍພະນັກງານ-ນັກຮົບ ທີ່ໄດ້ພ້ອມກັນເອົາໃຈໃສ່ດ້ວຍຄວາມດຸໜັ່ນຫ້າວ
ຫັນ ເຮັດໃຫ້ການປັກດຳເຂົ້ານາປີສຳເລັດໄປດ້ວຍດີ. ຈາກນັ້ນ ກໍໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບຕ້ອງໄດ້ເພີ່ມທະວີຄວາມສາມັກຄີໃຫ້ເປັນຈິດໜຶ່ງໃຈດຽວ ພ້ອມກັນ
ສຸມທຸກເຫື່ອແຮງເຂົ້າໃນການຜະລິດຄັ້ງນີ້ໃຫ້ສຳເລັດໄປຕາມຄາດໜາຍ, ນອກນັ້ນ ກໍຕ້ອງຮັກສາໄດ້ການພົວພັນກັບອຳນາດການປົກຄອງທ້ອງຖິ່ນ, ປະຕິບັດຂໍ້ກຳນົດກົດ
ລະບຽບຂອງກອງທັບ ຮັກສາໄດ້ຮີດຄອງປະເພນີບ້ານເມືອງໃຫ້ເຂັ້ມງວດ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໂອກາດລົງຊຸກຍູ້ວຽກງານຄັ້ງນີ້ສະ
ຫາຍຍັງໄດ້ນຳເອົາເຄື່ອງບໍລິໂພກປະເພດຕ່າງໆເຊັ່ນ: ໝີ່ສຳເລັດຮູບ, ກາເຟ, ໂອວັນຕິນ ແລະ ຜັກກິນຈຳນວນໜຶ່ງລວມມູນຄ່າ 2 ລ້ານ ກວ່າກີບໄປຊຸກຍູ້ໃຫ້ກຳລັງໃຈແກ່
ອ້າຍນ້ອງຕື່ມອີກ.