ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ​ໃຫຍ່ 502 ປະກາດ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ


ສະຫາຍ ພັນໂທ ບຸນເຊີຍ ສີປະເສີດ ​ໃຫ້ກຽດຂຶ້ນ​ປະດັບ​ຊັ້ນ

     ວັນທີ 21 ກໍລະກົດ 2020 ນີ້, ກອງພັນໃຫຍ່ 502 ທີ່ຂຶ້ນກັບກອງພົນທີ 5 ໄດ້ຈັດພິທີປະກາດ ເລື່ອນຊັ້ນໃຫ້ນາຍສິບພາຍໃນກົມກອງຂອງຕົນຂຶ້ນ ໂດຍພາຍໃຕ້
ການເປັນປະທານຂອງ ສະຫາຍ ພັນໂທ ບຸນເຊີຍ ສີປະເສີດ ຫົວໜ້າ ການທະຫານກອງພັນໃຫຍ່ 502, ມີຄະນະພັກ-ຄະນະບັນຊາ 5 ພະແນກການ, ຂະແໜງການ, ກອງ
ພັນນ້ອຍ, ກອງຮ້ອຍເອກະລາດ, ໂຮງໝໍ 20 ຕຽງ ຕະຫຼອດຮອດຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

     ໂອກາດັ່ງກ່າວ, ສະຫາຍ ພັນຕີ ສົມອົກ ລິດສຸວັນເພັງ ຮອງຫົວໜ້າ ພະແນກກໍາລັງພົນ ກອງພົນທີ 5 ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ຫົວໜ້າ ກອງພົນທີ 5 ວ່າດ້ວຍການ
ເລື່ອນຊັ້ນໃຫ້ພົນທະຫານ ປະຈໍາ 6 ເດືອນ ຕົ້ນປີ 2020, ອີງຕາມຂໍ້ກໍານົດຂອງກະຊວງປ້ອງກັນປະເທດວ່າດ້ວຍລະບຽບການນາຍ ແລະພົນທະຫານຂອງກອງທັບປະຊາ
ຊົນລາວ (ສະບັບປັບປຸງ), ອີງຕາມທິດທາງປັບປຸງກໍ່ສ້າງກໍາລັງປະກອບອາວຸດໃຫ້ເຕີບໃຫຍ່ເຂັ້ມແຂງ ກ້າວເປັນກອງທັບປະຕິວັດໃຫ້ມີລະບຽບແບບແຜນທັນສະໄໝຕາມ
ຄວາມ ຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ. ໃນນີ້, ຫົວໜ້າ ກອງພົນທີ 5 ຕົກລົງເລື່ອນຊັ້ນ ສີບຕີ ຂຶ້ນ ສີບໂທ ຈໍານວນ 67 ສະຫາຍ, ເລື່ອນຊັ້ນ ສີບໂທ
ຂຶ້ນ ສິບເອກ ຈໍານວນ 4 ສະຫາຍ.

     ໃນໂອກາດດັ່ງກ່າວ, ສະຫາຍ ຫົວໜ້າ ການທະຫານກອງພັນໃຫຍ່ 502 ໄດ້ໃຫ້ກຽດໂອ້ລົມ ເຊິ່ງສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານແຕ່ລະສະຫາຍຍາດມາໄດ້ໃນ
ໄລຍະຜ່ານມາ ເຊິ່ງມັນໄດ້ ເປັນຜົນງານທີ່ມີກຽດສະຫງ່າໃນການປະຕິບັດໜ້າທີ່ວຽກງານການເມືອງຂອງຕົນ ແລະ ເນັ້ນໜັກໃຫ້ແຕ່ລະສະຫາຍຈົ່ງພ້ອມກັນສ້າງຜົນງານ
ໃຫ້ໃຫຍ່ຫຼວງກວ່າເກົ່າເພີ່ມທະວີຄວາມສາມັກຄີດຸໝັ້ນຄົ້ນຄ້ວາຮໍ່າຮຽນ ເພີ່ມພູມຜະລິດຜົນ ເຮັດສໍາເລັດທຸກໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ມີຜົນສໍາ
ເລັດສູງ.